ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

6 ຄົນຖືກຈັບ ໃນການພະຍາຍາມ ລອບສັງຫານ ປະທານາທິບໍດີ ເວເນຊູເອລາ


ເຈົ້າໜ້າທີ່ປ້ອງກັນຊາດ ໂບລີວາ ຂອງ ເວເນຊູເອລາ ຍາມ
ຖະໜົນ ໂບລີວາ ບ່ອນທີ່ລັດຖະບານໄດ້ເວົ້າວ່າ ເຮືອບິນ
ບໍ່ມີຄົນຂັບ ຫຼື ໂດຣນ ລຳນຶ່ງ ທີ່ຕິດລະເບີດໄປນຳໄດ້ແຕກ
ຢູ່ໃກ້ໆກັບປະທານາທິບໍດີ ເວເນຊູເອລາ ທ່ານ ນິໂຄລາ ມາດູໂຣ, ນະຄອນຫຼວງ ກາຣາຄກັ ສ, ເວເນຊູເອລາ. 4 ສິງຫາ, 2018.
ເຈົ້າໜ້າທີ່ປ້ອງກັນຊາດ ໂບລີວາ ຂອງ ເວເນຊູເອລາ ຍາມ ຖະໜົນ ໂບລີວາ ບ່ອນທີ່ລັດຖະບານໄດ້ເວົ້າວ່າ ເຮືອບິນ ບໍ່ມີຄົນຂັບ ຫຼື ໂດຣນ ລຳນຶ່ງ ທີ່ຕິດລະເບີດໄປນຳໄດ້ແຕກ ຢູ່ໃກ້ໆກັບປະທານາທິບໍດີ ເວເນຊູເອລາ ທ່ານ ນິໂຄລາ ມາດູໂຣ, ນະຄອນຫຼວງ ກາຣາຄກັ ສ, ເວເນຊູເອລາ. 4 ສິງຫາ, 2018.

ບັນດາເຈົ້າໜ້າທີ່ ເວເນຊູເອລາ ໄດ້ຈັບກຸມ 6 ຄົນທີ່ເຂົາເຈົ້າເອີ້ນວ່າ “ພວກກໍ່ການຮ້າຍ
ແລະ ນັກຂ້າຄົນຮັບຈ້າງ” ສຳລັບສິ່ງທີ່ປະທານາທິ ບໍດີ ນິໂຄລັສ ມາດູໂຣ ກ່າວວ່າ ເປັນ
ການພະຍາຍາມລອບສັງຫານທ່ານ.

ການໂຈມຕີ ທີ່ໄດ້ເກີດຂຶ້ນໃນລະຫວ່າງ ການເດີນສວນສະໜາມຂອງກອງທັບເມື່ອວັນ
ເສົາຜ່ານມາ ປະກອບມີເຮືອບິນບໍ່ມີຄົນຂັບຕິດລະເບີດສອງລຳ. ລຳທຳອິດໄດ້ຖືກທຳ
ລາຍຢູ່ເທິງອາກາດ ກ່ອນເດີນທາງເຖິງເປົ້າໝາຍຂອງມັນ ແລະ ອີກລຳນຶ່ງໄດ້ຕຳເຂົ້າ
ໃສ່ຕຶກ ແລະ ຫຼັງຈາກນັ້ນກໍໄດ້ລະເບີດຂຶ້ນ.

ລັດຖະມົນຕີກະຊວງພາຍໃນ ທ່ານ ເນັສເຕີ ເຣເວໂຣລ ກ່າວວ່າ “ຂໍ້ມູນທີ່ສຳຄັນ” ແມ່ນ
ໄດ້ຖືກເກັບກຳໄວ້ໃນລະຫວ່າງ ການບຸກກວດຄົ້ນໃນນະຄອນຫຼວງ ຄາຣາຄັສ ທີ່ສົ່ງຜົນ
ໃຫ້ມີການຈັບກຸມ 6 ຄົນ. ທ່ານບໍ່ໄດ້ໃຫ້ຂໍ້ມູນອື່ນເພີ່ມເຕີມ.

ພາບຈາກໂທລະພາບໄດ້ສະແດງໃຫ້ເຫັນວ່າ ທ່ານ ມາດູໂຣ ກຳລັງກ່າວຄຳປາໄສ ກ່ຽວ
ກັບ ເສດຖະກິດຂອງ ເວເນຊູເອລາ ໃນເວລາທີ່ມີສຽງລະເບີດດັງຂຶນ. ທ່ານ ມາດູໂຣ
ໄດ້ແນມຂຶ້ນເທິງຟ້າ ແລະ ສະຕີໝາຍເລກນຶ່ງ ທ່ານນາງ ຊີເລຍ ຟລໍເຣັສ ກໍໄດ້ແນມຂຶ້ນ
ເທິງຟ້າດ້ວຍຄວາມຢ້ານ ພ້ອມກັບເອົາມືວາງໃສ່ໜ້າເອິກຂອງເພິ່ນ.

ພວກທະຫານທີ່ໄດ້ຢືນເປັນລຳດັບແຖວ ສຳລັບການເດີນສວນສະໜາມກໍໄດ້ພາກັນ
ແຕກກະຈາຍອອກໄປ.

ລະເບີດອີກລູກນຶ່ງໄດ້ແຕກຢູ່ຕຶກຫຼັງນຶ່ງ ໃກ້ກັບບ່ອນທີ່ທ່ານ ມາດູໂຣ ກຳລັງເວົ້າຢູ່. ຜູ້ທີ່
ອາໄສຢູ່ໃນຕຶກດັ່ງກ່າວນັ້ນ ໄດ້ເວົ້າຕໍ່ນັກຂ່າວ ວີໂອເອ ເວເນຊູເອ ນາງ ແອນເດຣຍນາ
ນູເນສ ວ່າ ເຮືິອບິນບໍ່ມີຄົນຂັບ ໄດ້ຕົກລົງໃສ່ບ່ອນຈອດລົດທີ່ຢູ່ໃກ້ຄຽງ ແລ້ວ ລະເບີດຂຶ້ນ.

ທ່ານ ມາດູໂຣ ທີ່ບໍ່ໄດ້ຮັບບາດເຈັບຫຍັງ ໄດ້ໄປປາກົດຕົວ ຢູ່ໃນໂທລະ ພາບສອງສາມ
ຊົ່ວໂມງຕໍ່ມາ, ທ່ານໄດ້ເວົ້າວ່າ “ທຸກຢ່າງແມ່ນຊີ້ໄປທາງຜູ້ວາງແຜນຝ່າຍຂວາ ທີ່ທ່ານ
ອ້າງວ່າມາຈາກປະເທດ ໂຄລົມເບຍ ທີ່ຢູ່ໃກ້ຄຽງ, ເປັນການກ່າວຫາທີ່ລັດຖະບານ
ໂຄລົມເບຍ ເວົ້າວ່າ “ບໍ່ມີມູນຖານ.”

ທ່ານໄດ້ກ່າວເພີ່ມເຕີມວ່າ ການສືບສວນສອບສວນເບື້ອງຕົ້ນໄດ້ສະແດງໃຫ້ເຫັນວ່າ
ປະຊາຊົນທີ່ອາໄສຢູ່ໃນລັດ ຟລໍຣິດາ ຂອງ ສະຫະລັດ ໄດ້ເປັນຜູ້ໃຫ້ເງິນສຳລັບການ
ວາງແຜນດັ່ງກ່າວ.

ທ່ານ ມາດູໂຣ ກ່າວວ່າ “ຂ້າພະເຈົ້າຫວັງວ່າ ປະທານາທິບໍດີ ດໍໂນລ ທຣຳ ແມ່ນພ້ອມ
ແລ້ວທີ່ຈະຕໍ່ສູ້ກັບກຸ່ມກໍ່ການຮ້າຍພວກນີ້.” ທ່ານໄດ້ກ່າວຫາ ສະຫະລັດ ກ່ຽວກັບ ການ
ລ່າອະນານິຄົມ ແລະ ພະຍາຍາມທີ່ຈະຍຸແຍ່ໃຫ້ເກີດສົງຄາມກາງເມືອງໃນ
ເວເນຊູເອລາ.

ຜູ້ຊີ້ນຳດ້ານຄວາມປອດໄພແຫ່ງຊາດ ສະຫະລັດ ທ່ານ ຈອນ ໂບລຕັນ ໄດ້ກ່າວຕໍ່ໂທ
ລະພາບ ຟັອກສ໌ ໃນວັນອາທິດວານນີ້ວ່າ “ມັນມີຄວາມກະຈ່າງແຈ້ງວ່າ ລັດຖະບານ
ສະຫະລັດ ບໍ່ໄດ້ມີສ່ວນຮ່ວມໃນເຫດການຄັ້ງນີ້ເລີຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG