ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການ​ເຈ​ລະ​ຈາ ສະ​ພາບ​ອາ​ກາດ ມາດ​ຣິດ ສິ້ນ​ສຸດ​ລົງ ດ້ວຍ​ຄວາມບໍ່​ພໍ​ໃຈ ແລະ ຜິດ​ຫວັງ


ສະ​ມາ​ຊິກ​ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ COP25 ລົມ​ກັນ​ກ່ອນ​ພິ​ທີ​ປິດກອງ​ປະ​ຊຸມ​ໃນ​ນະ​ຄອນຫຼວງ ມາດ​ຣິດ, ປະ​ເທດ ສ​ເປນ. 15 ທັນ​ວາ, 2019.
ສະ​ມາ​ຊິກ​ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ COP25 ລົມ​ກັນ​ກ່ອນ​ພິ​ທີ​ປິດກອງ​ປະ​ຊຸມ​ໃນ​ນະ​ຄອນຫຼວງ ມາດ​ຣິດ, ປະ​ເທດ ສ​ເປນ. 15 ທັນ​ວາ, 2019.

ການ​ເຈ​ລະ​ຈາ ກ່ຽວ​ກັບ ສະ​ພາບ​ອາ​ກາດ​ທີ່​ດົນ​ທີ່​ສຸດ​ເທົາ​ທີ່​ເຄີຍ​ມີ​ມາ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ສິ້ນ​ສຸດ​ລົງ​ໃນ​ນະ​ຄອນຫຼວງ ມາດ​ຣິດ ເມື່ອ​ວັນ​ອາ​ທິດ​ວານນີ້, ດ້ວຍ​ປະ​ເທດ​ຕ່າງໆ​ໄດ້​ຕົກ​ລົງ​ກັນ ທີ່​ຈະ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ການ​ຕັດ​ອາຍ​ຄາ​ບັອນ ໃນ​ປີ​ໜ້າ, ແຕ່​ໄດ້​ເລື່ອນ​ການ​ຕັດ​ສິນ​ໃຈ​ທີ່​ຊັດ​ເຈນ ໃນ​ຂົງ​ເຂດ​ທີ່​ສຳ​ຄັນ.

ບັນ​ດາ​ນັກ​ວິ​ຈານ​ໄດ້​ກ່າວ​ຫາ​ຜູ້​ປ່ອຍ​ຄວັນ​ພິດ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກຫຼາຍ​ປະ​ເທດ, ລວ​ມ​ທັງ ສະ​ຫະ​ລັດ, ກ່ຽວ​ກັບ ການ​ກີດ​ກັ້ນ​ຂັ້ນ​ຕອນ​ຕ່າງໆ​ເພື່ອ​ແກ້​ໄຂວິ​ກິດ​ການ​ສະ​ພາບ​ອາ​ກາດ​ທີ່​ກຳ​ລັງ​ຮຸນ​ແຮງ​ຂຶ້ນ.

ມັນ​ມີ​ຄວາມ​ກ້າວ​ໜ້າ​ບາງ​ຢ່າງ ແລະ ການ​ປະ​ນີ​ປະ​ນອມ​ກັນ. ສະ​ຫະ​ພາບ ຢູ​ໂຣບ, ໂດຍບໍ່​ລວມ​ປະ​ເທດ ໂປ​ແລນ, ໄດ້​ສັນ​ຍາ​ໃນ​ອາ​ທິດ​ທີ່​ຜ່ານ​ມາ​ວ່າ​ຈະ​ບັນ​ລຸ​ການ​ປ່ອຍ​ຄວັນ​ພິດ​ສູນ​ເປີ​ເຊັນ​ພາຍ​ໃນ​ປີ 2050. ບັນ​ດາ​ຜູ້​ແທນ​ທັງຫຼາຍ​ໄດ້​ຕົກ​ລົງ​ທີ່​ຈະ​ຍົກ​ລະ​ດັບ​ແຜນ​ການ​ຕັດ​ການ​ປ່ອຍ​ອາຍ​ຄາ​ບັອນ. ແຕ່​ເຂົາ​ເຈົ້າ​ບໍ່​ສາ​ມາດ​ທີ່​ຈະ​ຕົກ​ລົງ​ກັນ ກ່ຽວ​ກັບ ເປົ້າ​ໝາຍ​ທີ່​ຈະ​ແຈ້ງ, ກົດ​ລະ​ບຽບ​ຕ່າງໆ​ສຳ​ລັບຕະ​ຫຼາດ​ອາຍ​ຄາ​ບັອນ ຫຼື ການ​ໃຫ້​ເງິ​ນ​ທຶນ​ສຳ​ລັບ​ປະ​ເທດ​ທີ່​ທຸກ​ຍາກ ເພື່ອ​ປັບ​ຕົວ ແລະ ຕອບ​ຮັບ​ຕໍ່​ສະ​ພາບ​ອາ​ກາດ​ປ່ຽນ​ແປງ. ສິ່ງ​ດັ່ງ​ກ່າວ​ນັ້ນ​ໄດ້​ເພີ່ມ​ຄວາມ​ກົດ​ດັນ​ສຳ​ລັບ​ປີ​ໜ້າ, ເມື່ອ​ຂໍ້​ຕົກ​ລົງ​ສະ​ພາ​ອາ​ກາດ ປາ​ຣີ ປີ 2015 ຈະ​ເລີ່ມ​ດຳ​ເນີນ​ການ.

ຄະ​ນະ​ຜູ້​ແທນ​ຂອງ​ປະ​ເທດ ຄອ​ສ​ຕາ ຣີ​ກາ ໄດ້​ກ່າວ​ວ່າ “ພວກ​ເຮົາ​ຕົ​ກ​ລົງ​ກັນ​ບໍ່​ໄດ້​ໃນ​ຄັ້ງ​ນີ້, ແຕ່​ພວກ​ເຮົາກໍໄດ້​ທຳ​ຄວາມ​ກ້າວ​ໜ້າ. ໃນ​ຂະ​ນະ​ທີ່​ຄົນ​ອື່ນຫຼາຍ​ຄົນ​ໄດ້​ສະ​ແດງ​ຄວາມ​ຄິດ​ເຫັນ​ນັ້ນ, ພວກ​ເຮົາ​ມີ​ຄວາມ​ຜິດ​ຫວັງ​ທີ່​ວ່າ ພວກ​ເຮົາ​ໄດ້​ປະ​ສົບ​ຄວາມ​ລົ້ມ​ແຫຼວ​ທີ່​ຈະ​ຫາ​ຂໍ້​ຕົກ​ລົງ​ກັນ​ອີກ​ຄັ້ງ​ນຶ່ງ.”

ການ​ເຈ​ລະ​ຈາ​ດັ່ງ​ກ່າວ ໄດ້​ຖືກ​ຄອບ​ງຳ​ໂດຍ​ການ​ຄົ້ນ​ພົບທີ່​ໜ້າ​ຕົກ​ໃຈຫຼາຍ​ຄັ້ງ ກ່ຽວ​ກັບ ຜົນ​ກະ​ທົບ​ທີ່​ເພີ່ມ​ຂຶ້ນ ກ່ຽວ​ກັບ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ​ຕໍ່​ມະ​ຫາ​ສະ​ໝຸດ​, ປ່າ ແລະ ນ້ຳ​ກ້ອນ​ຂອງ​ພວກ​ເຮົາ. ແມ່ນ​ກະ​ທັ້ງ​ການ​ປ່ອຍ​ແກັ​ສ​ເຮືອນ​ແກ້ວ​ໄດ້​ສືບ​ຕໍ່​ເພີ່ມ​ຂຶ້ນ​ເຖິງ​ລະ​ດັບ​ທີ່​ເປັນ​ສະ​ຖິ​ຕິ. ບັນ​ດາ​ນັກ​ວິ​ຈານ​ໄດ້​ກ່າວ​ຫາ​ປະ​ເທດ​ທີ່​ປ່ອຍ​ຄວັນ​ພິດ​ທີ່​ໃຫຍ່​ຄື​ປະ​ເທດ ບ​ຣາ​ຊິ​ລ, ອອ​ສ​ເຕ​ຣ​ເລຍ ແລະ ສະ​ຫະ​ລັດ ທີ່ມີ​ກຳ​ນົດ​ຈະ​ອອກ​ຈາກ​ຂໍ້​ຕົກ​ລົງ​ສະ​ພາບ​ອາ​ກາດ​ດັ່ງ​ກ່າວ​ໃນ​ປີ​ໜ້ານັ້ນ, ກ່ຽວ​ກັບ ການ​ກີດ​ກັ້ນ​ຄວາມ​ກ້າ​ວ​ໜ້າ​ໃນ​ນະ​ຄອນຫຼວງ ມາດ​ຣິດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG