ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມາດາກັສກາ ຮັບເອົາ ແຜນການຟື້ນຟູ ປະຊາທິປະໄຕ


ປະທານາທິບໍດີ Madagascar ທ່ານ Andry Rajoelina
ປະທານາທິບໍດີ Madagascar ທ່ານ Andry Rajoelina

ປະທານາທິບໍດີທີ່ຖືກໂຄ່ນລົ້ມຂອງ Madagascar ໄດ້ຕົກລົງຮັບເອົາແຜນການທີ່ຈະຟື້ນຟູ
ປະຊາທິປະໄຕຢູ່ໃນປະເທດຂອງທ່ານ ໂດຍຈະປ່ອຍໃຫ້ຜູ້ນຳໃນການກໍ່ລັດຖະປະຫານໂຄ່ນ
ລົ້ມທ່ານກຳອຳນາດຕໍ່ໄປ ຈົນຮອດການເລືອກຕັ້ງຊຶ່ງຈະມີຂຶ້ນພາຍໃນເວລານຶ່ງປີ.

ຂໍ້ສະເໜີດັ່ງກ່າວນີ້ອະນຸຍາດໃຫ້ທ່ານ Marc Ravalomanana ເດີນທາງກັບຄືນໄປ
Madagascar ໄດ້.

ແຜນການທີ່ວ່ານີ້ ໄດ້ມີການລົງນາມກັນທີ່ນະຄອນຫຼວງ Antananarivo ໂດຍ ປະທານາ
ທິບໍດີຂອງ Madagascar ທ່ານ Andry Rajoelina ທີ່ໄດ້ຮັບການໜຸນຫຼັງຈາກພວກທະ
ຫານແລະຜູ້ຕາງໜ້າຂອງທ່ານ Ravalomanana ທີ່ໄດ້ພຳນັກຢູ່ອາຟຣິກາໃຕ້ນັບແຕ່ທ່ານ
ໄດ້ຖືກໂຄ່ນລົ້ມໃນປີ 2009.

ຂໍ້ຕົກລົງທີ່ວ່ານີ້ ໄດ້ມີການໄກເກ່ຍໃນການເຈລະຈາເປັນເວລາຫຼາຍໆເດືອນ ໂດຍອົງການ
ພັດທະນາປະຊາຄົມໃນເຂດພາກໃຕ້ອາຟຣິກາທີ່ຮຽກຮ້ອງໃຫ້ Madagascar ອະນຸຍາດ
ໃຫ້ທ່ານ Ravalomanana ເດີນທາງກັບຄືນປະເທດ ໃນຖານະທີ່ເປັນພາກສ່ວນນຶ່ງຂອງ ແຜນການຟື້ນຟູປະຊາທິປະໄຕຢູ່ໃນປະເທດດັ່ງກ່າວ.

ທ່ານ Ravalomanana ໄດ້ຖືກຕັດສິນໂທດລັບຫຼັງໃຫ້ຈຳຄຸກຕະຫຼອດຊີວິດຍ້ອນທະຫານ
ຂອງທ່ານໄດ້ສັງຫານພວກເດີນຂະບວນປະທ້ວງ ກ່ອນໜ້າການກໍ່ລັດຖະປະຫານນັ້ນ.

XS
SM
MD
LG