ອະດີດປະທານາທິບໍດີທີ່ຖືກໂຄ່ນລົ້ມແລະລີ້ໄພຢູ່ໃນຕ່າງປະເທດຂອງ Madagascar ກ່າວ
ວ່າ ທ່ານຈະເດີນທາງກັບຄືນປະເທດໃນວັນເສົາມື້ນີ້.
ທ່ານ Marc Ravalomanana ທີ່ໄດ້ໄປອາໄສຢູ່ອາຟຣິກາໃຕ້ໃນໄລຍະສາມປີຜ່ານມາກ່າວ
ໃນວັນເສົາມື້ນີ້ທີ່ນະຄອນໂຈແຮນແນັສເບີກວ່າ ທ່ານຈະບໍ່ຖືກຊັກຊວນໃຫ້ປ່ຽນໃຈຄືກັນກັບ
ປີກາຍ.
ມີລາຍງານວ່າ ທ່ານ Ravalomanana ແລະພັນລະຍາຂອງທ່ານ ໄດ້ອອກເດີນທາງຈາກ
ນະຄອນໂຈແຮນແນັສເບີກໂດຍຖ້ຽວບິນພານິດໄປຍັງປະເທດ Madagascar ແລ້ວ.
ກຳລັງຮັກສາຄວາມສະຫງົບກ່າວວ່າ ທ່ານຈະຖືກຈັບຖ້າທ່ານຫາກເດີນທາງກັບຄືນໄປຍັງ
Madagascar ຊຶ່ງເປັນປະເທດເກາະຂະໜາດໃຫຍ່ທີ່ຕັ້ງຢູ່ນອກແຄມຝັ່ງທະເລກໍ້າຕາເວັນ
ອອກຂອງອາຟຣິກາໃນມະຫາສະມຸດອິນເດຍນັ້ນ.
ທ່ານ Ravalomanana ໄດ້ຖືກຕັດສິນໂທດແບບຫຼັບຫຼັງ ໃຫ້ຈຳຄຸກຕະຫຼອດຊີວິດກ່ຽວ
ກັບການເສຍຊີວິດຂອງພວກປະທ້ວງຝ່າຍຄ້ານຫຼາຍສິບຄົນ ໂດຍກຳລັງຮັກສາຄວາມສະ
ຫງົບຂອງປະທານາທິບໍດີ 2009 ກ່ອນໜ້າການກໍ່ລັດຖະປະຫານໂຄ່ນລົ້ມທ່ານນັ້ນ.