ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ມາກ​ຣົງ ຢາກ​ໃຫ້​ບູ​ລະ​ນະ ​ພະ​ວິ​ຫານ ນໍ​ເທ​ຣີ​ດາມ ໃຫ້​ແລ້ວ ​ພາຍ​ໃນ 5 ປີ​ຂ້າງ​ໜ້າ


ພະ​ນັກ​ງານກວດ​ກາເບິ່ງ​ຫລັງ​ຄາ​ຂອງພະ​ວິ​ຫານ ນໍ​ເທ​ຣີ​ດາມ ຂອງ​ຝ​ຣັ່ງ ຢູ່​ໃຈ​ກາງ​ນະ​ຄອນ​ຫລວງ​ປາ​ຣີ ໃນ​ວັນ​ທີ 16 ເມ​ສາ, 2019 ຫລ​ັງ​ຈາກ​ຖື​ໄຟ​ໄໝ້.
ພະ​ນັກ​ງານກວດ​ກາເບິ່ງ​ຫລັງ​ຄາ​ຂອງພະ​ວິ​ຫານ ນໍ​ເທ​ຣີ​ດາມ ຂອງ​ຝ​ຣັ່ງ ຢູ່​ໃຈ​ກາງ​ນະ​ຄອນ​ຫລວງ​ປາ​ຣີ ໃນ​ວັນ​ທີ 16 ເມ​ສາ, 2019 ຫລ​ັງ​ຈາກ​ຖື​ໄຟ​ໄໝ້.

ໃນ​ຂະ​ນະ​ທີ່​ພະ​ນັກ​ງານກວດ​ກາເບິ່ງ​ຄວາມ​ໝັ້ນຄົງທາງໂຄງ​ຮ່າງຂອງ​ພະ​ວິ​ຫານ ນໍ​ເທ​ຣີ​ດາມຂອງ​ຝ​ຣັ່ງ ແລະ​ດຳ​ເນີນ​ງານ ​ເພື່ອສະ​ຫລຸບຄວາມ​ເສຍ​ຫາຍທັງ​ໝົດ ຍ້ອນໄຟ​ໄໝ້​ຢ່າງ​ໃຫຍ່ຢູ່​ໃນ​ສະ​ຖານ​ທີ່ອັນໂດດເດັ່ນຂອງນະ​ຄອນ​ປາ​ຣີ​ທີ່ສ້າງມາ​ໄດ້​ຫລາຍ​ສັດ​ຕະ​ວັດແລ້ວນັ້ນ, ປະ​ທາ​ທິ​ບໍ​ດີ ເອັມ​ມາ​ນູແອ​ລ ມາກ​ຣົງຂອງ​ຝ​ຣັ່ງ ກໍໄດ້​ພັກດັນ​ໃຫ້ຕັ້ງ​ເປົ້າ​ໝາຍ​ທີ່​ບັນ​ລຸ​ໄດ້​ຍາກໃນ​ການ​ບູ​ລະ​ນະ​ສ້າງ​ສາ​ກັບ​ຄືນ​ມາ​ອີກ​ພາຍ​ໃນ 5 ປີ​ຂ້າງ​ໜ້າ.

ທ່ານ​ໄດ້​ໃຫ້​ຄຳ​ສະ​ເໜີ ​ໃນ​ການ​ບູ​ລະ​ນິ​ສ້າງ​ສາພະ​ວິ​ຫານ​ດັ່ງ​ກ່າວ​ຄືນ​ມາ​ອີກ​ໃຫ້ "ງາມກວ່າ​ເກົ່າ​ອີກ" ຢູ່​ໃນ​ການ​ກ່າວ​ປາ​ໄສ​ຕໍ່​ປະ​ຊາ​ຊົ​ນ​ທົ່ວ​ປະ​ເທດ​ໃນ​ຄືນ​ວັນ​ອັງ​ຄານ​ວານນີ້ ແລະ ໄດ້​ມີ​ແຜນ​ທີ່​ຈະ​ປະ​ຊຸມ​ກັບ​ຄະ​ນະ​ລັດ​ຖະ​ບານ​ຂອງ​ທ່ານເພື່ອ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ການກໍ່ບູ​ລະ​ນະ​ສ້າງ​ສານັ້ນ ແລະ​ເງິນ​ທຶນ​ທີ່​ຕ້ອງ​ມີ​ເພື່ອ​ເຮັດ​ໃຫ້​ມັນ​ສຳ​ເລັດ.

ທ່ານ​ໄດ້​ມີ​ການ​ເລີ້ມ​ຕົ້ນ​ທີ່​ຍິ່ງ​ໃຫຍ່​ແລ້ວ ໂດຍ​ທີ່​ມີ​ພົນ​ລະ​ເມືອງ​ຝ​ຣັ່ງທີ່ຮັ່ງ​ມີ ແລະ ບັນ​ດາ​ທຸ​ລະ​ກິດ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ໃຫ້​ທຶນຊ່ວຍ​ເຫລືອ​ໄປແລ້ວປະ​ມານ 800 ລ້ານ​ໂດ​ລາ.

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເພີ້ມເປັນ​ພາ​ສາ​ອັງ​ກິດ

Experts: Notre Dame Restoration Could Take Decades
please wait

No media source currently available

0:00 0:02:31 0:00

​ແຕ່​ວ່າ ພວກ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ໃນການ​ຟື້ນ​ຟູພະ​ວິ​ຫານ ​ທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ​ແຫ່ງ​ອື່ນຄືນ​ໃໝ່ ໄດ້​ເຕືອນ​ວ່າ ວຽກ​ງານ​ແບບ ນັ້ນ​ສາ​ມາດໃຊ້​ເວ​ລາຫລາຍ​ທົດ​ສະ​ວັດ​ຈຶ່ງ​ຈະ​ສຳ​ເລັດ.

ໄຟ​ໄດ້​ລຸກ​ໄໝ້​ໃນ​ແລງວັນ​ຈັນ​ຜ່ານ​ມາແລະ​ມີພວກນັກດັບໄຟ 400 ຄົນ ໄດ້​ເຂົ້າ​ຮ່ວມ​ໃນຕໍ່ສູ້ກັບໄຟທີ່ກຳລັງເຜົາໄໝ້ຢູ່ເປັນເວລາຫຼາຍກວ່າ 9 ຊົ່ວໂມງ ເພື່ອລະ​ງັບໃຫ້​ມັນລົງ​ສູ່​ລະ​ດັບ​ທີ່​ຄວບ​ຄຸມ​ໄດ້ນັ້ນ ໄປ.

​ພະ​ວິ​ຫານ​ທຸກ​ແຫ່ງ​ໃນ​ຝ​ຣັ່ງ​ຈະ​ລັ່ນ​ລະ​ຄັງ​ຂອງ​ຕົນໃນ​ແລງວັນ​ພຸດມື້ນີ້ ເພື່ອ​ເປັນ​ຂີດ​ໝາຍ​ຄົບ​ຮອບ 48 ຊົ່ວ​ໂມງ​ຫລັງ​ຈາກ​ໄຟ​ໄດ້​ເລີ້ມ​ຕົ້ນ​ໄໝ້​ຂຶ້ນ.

ຍອດ ແລະຫຼັງຄາຂອງພະວິຫານໄດ້ພັງລົງ ແຕ່​ວ່າ ຝາ, ຫໍ​ລະ​ຄັງ​ທີ່​ເປັນ​ສັນ​ຍາ​ລັກ​ອັນ​ໂດດ​ເດັ່ນ ແລະ​ປ່ອງ​ຢ້ຽມແກ້ວທີ່ມົນໆ ​ເປັນ​ສີ​ຕ່າງໆ ຂອງພະ​ວິ​ຫານ​ດັ່ງ​ກ່າວແມ່ນຍັງ​ເຫລືອ​ຢູ່ຄື​ເກົ່າ.

ພວກ​ເຈົ້າ​ໜ້າ​ທີ່​ເວົ້າ​ວ່າ ​ວຽກງານສິ​ນ​ລະ​ປ​ະກຳ​ບາງ​ອັນພ້ອມ​ກັບຫ້ອງ​ໃຫຍ່ ໄດ້​ຮັບ​ຄວາມ​ເສຍ​ຫາຍ, ແຕ່​ວ່າ ວັດ​ຖຸຕ່າງໆ ແລະສິລະປະກຳຕ່າງໆ​ຍັງ​ຄົງ​ເຫລືອ​ຢູ່ຄື​ເກົ່າ ແລະ​ຈະ​ຖືກ​ນຳ​ໄປ​ໄວ້​ຫໍ​ພິ​ພິດ​ທະ​ພັນ ລູບ​ເວ​ຣິ (Louvre)

ຊາກ​ຫັກ​ພັງ​ຢູ່​ຂ້າງ​ໃນ​ຂອງ​ພະ​ວິ​ຫານ ນໍ​ເທ​ຣີ​ດາມໃນ​ນະ​ຄອນ​ປາ​ຣີ, ວັນ​ທີ 16 ເມ​ສາ, 2019.
ຊາກ​ຫັກ​ພັງ​ຢູ່​ຂ້າງ​ໃນ​ຂອງ​ພະ​ວິ​ຫານ ນໍ​ເທ​ຣີ​ດາມໃນ​ນະ​ຄອນ​ປາ​ຣີ, ວັນ​ທີ 16 ເມ​ສາ, 2019.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG