ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ວໍຊິງຕັນ ຕ້ອນຮັບ ການມາຢ້ຽມຢາມ ຂອງ ທ່ານມາກຣົງ ຢ່າງເປັນທາງການ


ປະທານ​າທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ແລະສະຕີ
ໝາຍເລກນຶ່ງ ທ່ານນາງເມີເລເນຍ ທຣໍາ ຢືນຢູ່ກັບ ປະທານາ ທິບໍດີຝຣັ່ງ ທ່ານເອມມານຸຍແອລ ມາກຣົງ ແລະພັນລະຍາ ທ່ານນາງບຣິສຈິສ ມາກຣົງ ທີ່ເດີ່ນທຳນຽບຂາວ ໃນທີ 24 ເມສາ 2018 ທີ່ນະຄອນຫຼວງວໍຊິງຕັນ.
ປະທານ​າທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ແລະສະຕີ ໝາຍເລກນຶ່ງ ທ່ານນາງເມີເລເນຍ ທຣໍາ ຢືນຢູ່ກັບ ປະທານາ ທິບໍດີຝຣັ່ງ ທ່ານເອມມານຸຍແອລ ມາກຣົງ ແລະພັນລະຍາ ທ່ານນາງບຣິສຈິສ ມາກຣົງ ທີ່ເດີ່ນທຳນຽບຂາວ ໃນທີ 24 ເມສາ 2018 ທີ່ນະຄອນຫຼວງວໍຊິງຕັນ.

ປະທານ​າທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ຕ້ອນຮັບ ​ປະທານາທິບໍດີ​ຝຣັ່ງ ທ່ານ​ເອັມ
​ມາ​ນູຍ​ແອ​ລ ມາກຣົງ ຢ່າງ​ເປັນ​ທາງ​ການດ້ວຍ​ພິທີອັນ​ສະງ່າ​ຜ່າ​ເຜິ​ຍ​ ໃນ​ວັນ​ອັງຄານ​ມື້
ນີ້ຢູ່ທີ່​ທໍານຽບຂາວ ກ່ອນຜູ້ນຳ​ທັງ​ສອງ​ເປີດການ​ສົນທະນາຫາລື ​ແລະ​ຈັດງານລ້ຽງຮັບ
ຮອງ ເພື່ອຮັບປະທານອາຫານຄ່ຳ ​ຢ່າງ​ເປັນ​ທາງ​ການ ໃນແລງມື້ນີ້.

ພີ​ທີດັ່ງກ່າວມີກຳນົດວ່າຈະ​ຮວມທັງທະຫານ​ເກືອບ 500 ຄົນ ​ຈາກ​ທັງ​ຫ້າເຫລົ່າທັບ
ຂອງ​ສະຫະລັດ ​ໃນ​ຂະນະ​ທີ່ງານລ້ຽງຮັບ​ຮອງອາຫານ​ຄໍ່າຢ່າງເປັນທາງການ​ເທື່ອ​ທຳ​
ອິດ​ຂອງປະທານາທິບໍດີ​ທຣໍາ ແມ່ນຈະຮວມທັງ ການ​ໃຫ້​ຄວາມບັນ​ເທີ​ງ ຈາກ​ຄະນະ​
ສະ​ແດງ​ໂອເປຣາ​ແຫ່ງ​ຊາດຂອງວໍຊິງຕັນ.

ການ​ປະຊຸມ​ສອງ​ຝ່າຍ​ໃນ​ວັນ​ອັງຄານ​ມື້​ນີ້ ແມ່ນຈະຮວມທັງ​ຫຼາຍບັນ​ຫາ​ ທີ່ສຳຄັນ​ຂອງ
ໂລກ​ທີ່​ພວມປະ​ເຊີນໜ້າ ​ກັບ​ລັດຖະບານ​ຂອງສອງ​ປະ​ເທດຮວມທັງ​ສົງຄາມ ​ໃນ​ຊີ​ເຣຍ
​ໂຄງ​ການ​ນິວ​ເຄລຍຂອງ​ອີຣ່ານ ​ແລະ​ປະທານາທິບໍ​ດີ​ທຣໍາ ມີ​ແຜນ​ຈະ ​ເກັບ​ພາສີຕໍ່ອາ​
ລູມີ​ນຽມ ​ແລະເຫຼັກ​ກ້າທີ່ນຳເຂົ້າ.

ປະທານ​າທິບໍດີ​ທຣໍາ​ ຖືເປັນກຽດອັນຍິ່ງໃຫຍ່ໃນ​ມິດຕະພາບຂອງທ່ານ​ກັບປະທານາ​
ທິ
ບໍດີ​ມາກຣົງ ຊຶ່ງ​ເປັນນຶ່ງໃນ​ເຫດຜົນ​ທີ່​ທ່ານ​ໄດ້​ເຊື້ອ​ເຊີນປະທານາທິບໍດີຝຣັ່ງ ​ເປັນ​ແຂກ
​ພິ​ເສດຄົນທຳອິດ ໃນງານລ້ຽງຮັບຮອງເພື່ອຮັບ​ປະທານ​ອາຫານ​ຄໍ່າໃນ​ ນາມ​ຜູ້ນຳຂອງ
​ຕ່າງປະ​ເທດ​ ໂດຍ​ລັດຖະບານ​ຂອງ​ທ່ານ.

ປະທານາທິບໍດີ​ມາກຣົງ ກ່າວ​ໃນເວລາທີ່ທ່ານ​ເດີນທາງ​ມາ​ເຖິງ​ນະຄອນຫຼວງ​ວໍ​ຊິງ​ຕັນ
ວ່າ “ການ​ຢ້ຽມ​ຢາມຄັ້ງ​ນີ້ ​ມີ​ຄວາມ​ສຳຄັນ​ ກ່ຽວກັບບົດບາດ​ຂອງພວກ​ເຮົາໃນປັດຈຸບັນ ໃນຂະນະທີ່ມີ​ຫຼາຍໆ​ຢ່າງ​ທີ່​ບໍ່​ແນ່ນອນ ມີ​ບັນຫາ ​ແລະໃນເວ ລາ​ດຽວ​ກັນ ກໍມີຂົ່ມຂູ່.”

​ປະທານາທິບໍດີ​ຝຣັ່ງ ທ່ານ​ເອັມ ​ມາ​ນູຍ​ແອ​ລ ມາກຣົງ ແລະພັນລະຍາ ທ່ານນາງບຣິສຈິສ ມາກຣົງ ເດີນທາງມາເຖິງ ສະໜາມບິນກອງທັບອາກາດແອນດຣູ ທີ່ລັດແມຣີແລນ ທີ 23 ເມສາ, 2018.
​ປະທານາທິບໍດີ​ຝຣັ່ງ ທ່ານ​ເອັມ ​ມາ​ນູຍ​ແອ​ລ ມາກຣົງ ແລະພັນລະຍາ ທ່ານນາງບຣິສຈິສ ມາກຣົງ ເດີນທາງມາເຖິງ ສະໜາມບິນກອງທັບອາກາດແອນດຣູ ທີ່ລັດແມຣີແລນ ທີ 23 ເມສາ, 2018.

ປະທານາທິບໍດີ​ມາກຣົງ​ ແນ່ນອນ​ວ່າ ​ຈະ​ໃຊ້​ການ​ສົນທະນາຫາລື​ຢູ່​ທໍານຽບຂາວ ​ເພື່ອ​ພະຍາຍາມ​ຊັກ​ຊວນ​ປະທານາທິບໍດີ​ທຣໍາ ບໍ່​ໃຫ້​ຖອນ​ອອກ​ຈາກ​ຂໍ້​ຕົກລົງ​ນິວ​ເຄລຍ
ຂອງຫົກ​ປະ​ເທດກັບອີຣ່ານ. ປະທານາທິບໍດີ​ທຣໍາມັກເອີ້ນຂໍ້ຕົກລົງນີ້​ຢູ່​ສະ​ເໝີີ​ວ່າເປັນ
ຂໍ້ຕົກລົງທີ່​ບໍ່ດີ. ທ່ານ​ກຳລັງ​ປະ​ເຊີນ​ໜ້າ​ກັບ​ເສັ້ນ​ຕາຍ ໃນ​ວັນ​ທີ 12 ​ເດືອນ​ພຶ​ດສະພາ
ອີກ​ຄັ້ງ​ນຶ່ງ ​ເພື່ອຍົກເວັ້ນການ​ລົງ​ໂທດ​ທາງດ້ານເສດຖະກິດ ຕໍ່ ອີຣ່ານ ທີ່​ເປັນ​ພາກ
ສ່ວນນຶ່ງຂອງການ​ຕົກລົງ.

ອີ​ຣ່ານຈະ​ຖື​ວ່າ​ການ​ລົງໂທດຄືນໃໝ່ນັ້ນ ເປັນການຍົກເລີກ​ຂໍ້​ຕົກ​ລົງ ​ແລະ​ຂົ່ມຂູ່ວ່າຈະ
ລິ​ເລີ້ມ​ໂຄງການ​ນິວ​ເຄລຍຂອງ​ຕົນຄືນໃໝ່.

ບັນດາສະມາຊິກສະພາຢູໂຣບ ພາກັນຍົກປ້າຍຂຶ້ນອ່ານວ່າ "ຢຸດສົງຄາມໃນຊີເຣຍ" ໃນການປະທ້ວງ ການໂຈມຕີຂອງ ສະຫະລັດ ອັງກິດ ແລະຢຣັ່ງ ອາທິດແລ້ວນີ້.
ບັນດາສະມາຊິກສະພາຢູໂຣບ ພາກັນຍົກປ້າຍຂຶ້ນອ່ານວ່າ "ຢຸດສົງຄາມໃນຊີເຣຍ" ໃນການປະທ້ວງ ການໂຈມຕີຂອງ ສະຫະລັດ ອັງກິດ ແລະຢຣັ່ງ ອາທິດແລ້ວນີ້.

ປະທານາທິບໍດີ​ມາກຣົງ​ໄດ້ກ່າວ​ວ່າ ທ່ານ​ຮູ້​ວ່າ​ຂໍ້​ຕົກລົງ​ກັບ​ອີຣ່ານບໍ່ແມ່ນຂໍ້ຕົກລົງທີີ່ດີ
ທີ່ສຸດ ​ແຕ່ກໍ​ບໍ່​ມີ “​ແຜນ​ທີ​ສອງ.”

ປະທານາທິບໍດີ​ທຣໍາຍັງ​ມີ​ເວລາ​ຮອດ​ວັນ​ທີ 1 ​ເດືອນພຶດສະພາ ​ເພື່ອຈະ​ຍົກ​ເວັ້ນ ການ
ເກັບ​ພາສີ​ເຫຼັກ​ກ້າ​ແລະ​ອາ​ລູມີ​ນຽມ ທີ່ນຳເຂົ້າ​ຂອງ​ຢູ​ໂຣບ ຫຼືບໍ່ດັ່ງນັ້ນກໍອາດ ຈະ​ປະ​ເຊີນ
​ໜ້າ​ກັບ​ສົງຄາມ​ການ​ຄ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Trump Macron Vitis
please wait
Embed

No media source currently available

0:00 0:01:59 0:00

XS
SM
MD
LG