ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ຝຣັ່ງ ຈັດການ ຄວາມດຸ່ນດ່ຽງ ລະຫວ່າງ ຈີນ ກັບ ສະຫະພາບ ຢູໂຣບ


ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ, ຊ້າຍ ແລະ ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ຫຼັງຈາກກອງປະຊຸມ
ລາຍງານຮ່ວມ ທີ່ຫໍປະຊຸມໃຫຍ່ແຫ່ງປະຊາຊົນ ຈີນໃນນະ
ຄອນຫຼວງ ປັກກິງ. 9 ມັງກອນ, 2018.
ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ, ຊ້າຍ ແລະ ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ຫຼັງຈາກກອງປະຊຸມ ລາຍງານຮ່ວມ ທີ່ຫໍປະຊຸມໃຫຍ່ແຫ່ງປະຊາຊົນ ຈີນໃນນະ ຄອນຫຼວງ ປັກກິງ. 9 ມັງກອນ, 2018.

ໃນລະຫວ່າງການເດີນທາງຢ້ຽມຢາມປະເທດ ຈີນ ຄັ້ງທຳອິດຂອງທ່ານໃນສັບປະດານີ້,
ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ (Emmanuel Macron) ໄດ້ນຳ
ເອົາຂໍ້ຄວາມທີ່ສຳຄັນສອງຢ່າງຂອງທ່ານໄປນຳ, ອີງຕາມການກ່າວຂອງບັນດານັກວິ
ເຄາະ.

ຂໍ້ຄວາມນຶ່ງແມ່ນ ກ່ຽວກັບ ຄວາມເປັນໄປໄດ້ໃນການນຳເອົາການຮ່ວມມືອັນໃຫຍ່ຫຼວງ
ມາສູ່ ຈີນ ແລະ ຢູໂຣບ ແລະ ຄຳໝັ້ນສັນຍາຂອງທ່ານ ຕໍ່ຄວາມພະຍາຍາມດັ່ງກ່າວນັ້ນ.
ອີກຂໍ້ຄວາມນຶ່ງ ແມ່ນຄຳເຕືອນເພື່ອບໍ່ໃຫ້ໝິ່ນປະໝາດ ກ່ຽວກັບຄວາມເປັນຫ່ວງ ແລະ
ຄວາມກົດດັນທີ່ກຳລັງ ເພີ່ມຂຶ້ນໃນ ຢູໂຣບ ແລະບ່ອນອື່ນໆ ກັບສິ່ງທີ່ຫຼາຍໆປະເທດຖື
ວ່າເປັນ ການຕິບັດດ້ານການຄ້າ ທີ່ບໍ່ຍຸຕິທຳຂອງ ຈີນ ເຊັ່ນຂໍ້ຈຳກັດການລົງທຶນໃນຫຼາຍ
ພາກສ່ວນທີ່ບໍ່ຖືກກີດກັ້ນໃນຫຼາຍໆປະເທດນັ້ນ.

ທ່ານ ມາທິເອີ ດູຊາແຕລ (Mathieu Duchatel) ຮອງອຳນວຍການໂຄງການເອເຊຍ
ແລະ ຈີນ ທີ່ສະພາການພົວພັນຕ່າງປະເທດ ຢູໂຣບ ໄດ້ກ່າວວ່າ ການຢ້ຽມຢາມຂອງ
ທ່ານ ມາກຣົງ ແມ່ນມີຫຼາຍ ໄປກວ່າປະເທດ ຝຣັ່ງ.

ທ່ານ ດູຊາແຕລ (Duchatel) ໄດ້ກ່າວວ່າ “ທ່ານຢາກສະເໜີຕົນເອງເປັນຜູ້ນຳຂອງສະ
ຫະພາບຢູໂຣບ, ແຕ່ໃນເວລາດຽວກັນ, ຂ້າພະເຈົ້າຄິດວ່າ ທ່ານຢາກສົ່ງສັນຍານວ່າ
ຢູໂຣບ ແລະ ສະຫະພາບ ຢູໂຣບ ມີສະພາບທີ່ດີກວ່າຫຼາຍຄົນໃນ ຈີນ ຄິດໄວ້.”

ເຖິງແມ່ນຈະມີການລົງປະຊາມະຕິ ເບຣັກຊິດ (Brexit), ການຜັກດັນເພື່ອຄວາມເອກະ
ລາດຂອງເຂດ ຄາຕາໂລເນຍ ແລະ ການກຳເນີດຂອງພັກປະຊານິຍົມຢ່າງກວ້າງຂວາງ
ຂຶ້ນກໍຕາມ, ທ່ານ ດູຊາແຕລ (Duchatel) ໄດ້ກ່າວວ່າ ຕອນນີ້ລັດຖະບານໃນ ຢູໂຣບ
ຫຼາຍກວ່າເມື່ອກ່ອນ ໄດ້ປະກາດຄວາມເປັນຫ່ວງ ກ່ຽວກັບ ການປະຕິບັດທາງການຄ້າ
ຕ່າງໆຂອງ ຈີນ.

ແລະ ມັນບໍ່ມີພຽງແຕ່ ຢູໂຣບ ເທົ່ານັ້ນ, ແຕ່ ສະຫະລັດ ແລະ ອອສເຕຣເລຍ ກໍເຊັ່ນກັນ,
ທ່ານໄດ້ກ່າວເນັ້ນເພີ່ມເຕີມວ່າ ຈີນ ໃນຕອນນີ້ໄດ້ປະເຊີນກັບ “ການລວມກຸ່ມກັນຕໍ່ຕ້ານ
ຈາກບັນດາປະເທດທີ່ພັດທະ ນາແລ້ວ ກັບການປະຕິບັດທາງການຄ້າ ທີ່ບໍ່ຍຸຕິທຳຂອງ
ເຂົາເຈົ້າ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG