ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ມາກຣົງ ປຶກສາຫາລື ການບູລະນະ ພະວິຫານ ນໍເທຣີດາມ ກັບ ຄະ​ນະ​ຜູ້​ແທນ​ ຂອງ​ອົງ​ການ​ຢູ​ແນັ​ສ​ໂກ

ແຜ່ນໄມ້ກ່າຍຢູ່ພະວິຫານນໍເທຣີດາມ ທີ່ເຫັນໃນພາບ ໃນວັນ 19 ເມສາ 2019 ໃນປາຣີ. ການບູລະນະພະວິຫານຄືນ ອາຍຸ 800 ປີ ໃນນະຄອນປາຣີ ທີ່ໄດ້ຖືກໄພເຜົາຜານ ເມື່ອສັບປະດາແລ້ວນີ້ ຈະໃຊ້ເງິນຫຼາຍຕື້ໂດລາ.
ແຜ່ນໄມ້ກ່າຍຢູ່ພະວິຫານນໍເທຣີດາມ ທີ່ເຫັນໃນພາບ ໃນວັນ 19 ເມສາ 2019 ໃນປາຣີ. ການບູລະນະພະວິຫານຄືນ ອາຍຸ 800 ປີ ໃນນະຄອນປາຣີ ທີ່ໄດ້ຖືກໄພເຜົາຜານ ເມື່ອສັບປະດາແລ້ວນີ້ ຈະໃຊ້ເງິນຫຼາຍຕື້ໂດລາ.

ປະທານາທິບໍດີຝ​ຣັ່ງ ທ່ານເອັມແມນູແອລ ມາກຣົງ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ​ອົງ​ການ
​ວັດ​ທະ​ນະ​ທຳ​ຂອງ​ສ​ະ​ຫະ​ປະ​ຊາ​ຊາດ ຫຼັງ​ຈາກ​ໄດ້​ເກີດ​ໄຟ​ໄໝ້​ທີ່​ສ້າງ​ຄວາມເສຍ​ຫາຍ
​ຮ້າຍ​ແຮງ​ໃຫ້​ແກ່ ພະວິຫານນໍເທຣີດາມ.

ທ່ານ​ມາ​ກຣົງ ໄດ້​ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ​ຂອງ​ອົງ​ການ​ຢູ​ແນັ​ສ​ໂກ ທີ່​ທຳ​ນຽບ​ເອ​ລີ​ເຊ ໃນ​
ວັນ​ສຸກມື້ນີ້.

ພະວິຫານ ນໍເທຣີ ດາມ ທີ່ມີສື່ສຽງໂດ່ງດັງຂອງຝຣັ່ງ ໄດ້​ເປັນ​ສະ​ຖານ​ທີ່​ມໍ​ລະ​ດົກ​ໂລກ
​ຂອງ​ອົງ​ການ​ຢູ​ແນັ​ສ​ໂກ ໃນ​ປີ 1991.

ປະທານາທິບໍດີ ຝຣັ່ງ ທ່ານເອັມແມນູແອລ ມາກຣົງ ກ່າວຖະແຫລງຕໍ່ໜ່ວຍນັກດັບໄຟ ຂອງນະຄອນປາຣີ ແລະກຳລັງຮັກສາຄວາມປອດໄພ ຜູ້ທີ່ ເຂົ້າຮ່ວມໃນການປະຕິບັດງານດັບໄຟ ຢູ່ທີ່ພະວິຫານນໍເທຣີດາມ, ຢູ່ທຳນຽບ ອາລີເຊ ໃນນະຄອນຫຼວງ ປາຣີ, ວັນທີ 18 ເມສາ 2019.

ຜູ້​ອຳ​ນວຍ​ການ​ສູນ​ກາງ​ມໍ​ລະ​ດົກ​ໂລກ​ ທ່ານ Mechtild Rossler ກ່າວ​ຫຼັງ​ຈາກໄດ້ໄປ
​ຢ້ຽມ​ຢາມ​ສະ​ຖານ​ທີ່​ດັ່ງ​ກ່າວ ​ເມື່ອ​ຕົ້ນ​ອາ​ທິດນີ້​ວ່າ ​ສອງ​ສ່ວນ​ສາມ ຂອງ​ຫຼັງ​ຄາ ຊຶ່ງ​ສ່ວນ​
ໃຫຍ່​ສ້າງ​ໃນ​ສະ​ໄໝ​ຍຸກ​ກາງນັ້ນ ແມ່ນ​ໄດ້​ຖືກ​ໄຟ​ໄໝ້​ໝົດ.

ທ່ານ​ມາ​ກ​ຣົງ​ກ່າວ​ວ່າ ທ່ານ​ຢາກ​ໃຫ້​ມີ​ການ​ບູ​ລະ​ນະ​ສ້າງ​ສາ​ພະ​ວິ​ຫານ​ທີ່​ສຳ​ຄັນ​ດັ່ງ​ກ່າວ
​ໃຫ້​ແລ້ວ​ສຳ​ເລັດ​ພາຍ​ໃນ​ປີ 2024 ຊຶ່ງ​ເປັນ​ກຳ​ນົດ​ເວ​ລາ​ທີ່​ຈະ​ໃຫ້​ພະ​ວິ​ຫານແຫ່ງນີ້ ເປີດ
​ຄືນ​ທັນ​ກັບ​ການ​ແຂ່ງ​ຂັນ​ກິ​ລາ​ໂອ​ລິມ​ປິກ​ ລະ​ດູ​ຮ້ອນ ໃນ​ປະ​ເທດ​ຝ​ຣັ່ງ.

ພວກນກ​ຊ່ຽວ​ຊານ​ບາງ​ຄົນ​ຄິດ​ວ່າ ວັນ​ເວ​ລາ​ດັ່ງ​ກ່າວ ​ແມ່ນເບິ່ງ​ແລ້ວ​ເປັນ​ໄປ​ໄດ້​ຍາກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG