ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານມາກຣົງ ກ່າວວ່າ ສາມາດ 'ຕິດຕໍ່' ທ່ານບາຊູມຂອງໄນເຈີໄດ້ ແລະທ່ານກໍມີ 'ສຸຂະພາບດີ'


ບັນດາຜູ້ສະໜັບສະໜຸນທະຫານທີ່ເປັນກະບົດ ພາກັນປະທ້ວງຢູ່ໃນນະຄອນຫຼວງ ນິອາເມ, ໄນເຈີ, ວັນທີ 27 ກໍລະກົດ 2023.
ບັນດາຜູ້ສະໜັບສະໜຸນທະຫານທີ່ເປັນກະບົດ ພາກັນປະທ້ວງຢູ່ໃນນະຄອນຫຼວງ ນິອາເມ, ໄນເຈີ, ວັນທີ 27 ກໍລະກົດ 2023.

ປະທານາທິບໍດີຝຣັ່ງ ທ່ານເອັມມານູເອລ ມາກຣົງ ​ໄດ້​ໂອ້​ລົມ​ກັບປະທານາທິບໍດີຂອງໄນເຈີ ທ່ານໂມຮໍາເມັດ ບາຊູມ ໃນຕອນເຊົ້າວັນສຸກມື້ນີ້, ລັດຖະມົນຕີການຕ່າງ ປະເທດຂອງຝຣັ່ງ ທ່ານນາງແຄັດເທີຣີນ ໂຄໂລນນາ ກ່າວຕໍ່ອົງການຂ່າວ AFP. ອີງຕາມທ່ານນາງໂຄໂລນນາແລ້ວ ທ່ານມາກຣົງກ່າວວ່າ ສາມາດ “​ຕິດ​ຕໍ່” ​ກັບທ່ານບາຊູມ (Bazoum) ໄດ້​ຢູ່ ແລະທ່ານກໍ “ມີສຸຂະພາບດີ.”

ແຜນທີ່ ປະເທດໄນເຈີ.
ແຜນທີ່ ປະເທດໄນເຈີ.

ພວກຜູ້ນໍາກອງທັບຂອງໄນເຈີ ໄດ້ປະກາດການສະໜັບສະໜຸນ ຂອງພວກເຂົາ ເພື່ອປົດທ່ານບາຊູມ ອອກ​ຈາກຕໍາແໜ່ງໃນວັນພຸດຜ່ານ​ມານີ້, ໂດຍ​ບໍ່​ຍອມ​ຮັບ​ຟັງ​ຫາງສຽງຮຽກຮ້ອງຈາກທົ່ວໂລກ ທີ່ໄດ້ປະນາມຕໍ່ການ​ຢຶດ​ອຳ​ນາດແລະ​ການເຄົາລົບຕໍ່​ການ​ປົກ​ຄອງ​ດ້ວຍ​ຕົວ​ບົດກົດໝາຍ ແລະລະບຽບດ້ານປະຊາທິປະໄຕຂອງປະເທດ.

ທ່ານອັບ​ແດລ ຟາໂຕ ມູຊາ (Abdel Fatau Musah), ກໍາມາທິການ ກິດຈະ ການດ້ານການເມືອງ ແລະດ້ານຄວາມໝັ້ນຄົງຂອງປະຊາຄົມເສດຖະກິດບັນດາປະເທດໃນເຂດອາຟຣິກາຕາເວັນຕົກ ຫຼື ECOWAS ບອກກັບທ່ານເຈມສ໌ ບຸດ ຕີ (James Butty) ຈາກ VOA ວ່າ “ທ່ານບາຊູມ ຍັງຄົງຢູ່ໃນໜ້າທີ່ ແລະ ເປັນປະທານາທິບໍດີຢ່າງຖືກຕ້ອງຕາມກົດໝາຍ ແລະຕ້ອງໄດ້ມີ​ການມອບຄືນ​ຕຳ​ແໜ່ງໃຫ້​ແກ່ທ່ານ ​ໂດຍໄວທີ່ສຸດ.”

ແຟ້ມຮູບ-ປະທານາທິບໍດີໄນເຈີ ທ່ານໂມຮໍາເມັດ ບາຊູມ, ຢູ່ທີ່ທໍານຽບປະທານາທິບໍດີ ໃນນະຄອນຫຼວງນິອາເມ, ປະເທດໄນເຈີ, ວັນທີ 16 ມີນາ 2023.
ແຟ້ມຮູບ-ປະທານາທິບໍດີໄນເຈີ ທ່ານໂມຮໍາເມັດ ບາຊູມ, ຢູ່ທີ່ທໍານຽບປະທານາທິບໍດີ ໃນນະຄອນຫຼວງນິອາເມ, ປະເທດໄນເຈີ, ວັນທີ 16 ມີນາ 2023.

ທ່ານມູຊາ ກ່າວວ່າ “ປະ​ມຸກຂອງປະ​ເທດຢູ່ໃນພູມິພາກ ຈະຈັດກອງປະຊຸມສຸດຍອດພິເສດຂຶ້ນ, ເຊິ່ງເປັນກອງປະຊຸມສຸດຍອດແບບສຸກເສີນ ກ່ຽວກັບສະຖານະການທີ່ເກີດຂຶ້ນ ໃນທ້າຍອາທິດແລ້ວນີ້ ເພື່ອກໍານົດໃນສິ່ງທີ່ເປັນເຄື່ອງວັດແທກ ເພື່ອໃຫ້ໝັ້ນໃຈວ່າ ຈະມີການມອບຄືນຕຳ​ແໜ່ງນັ້ນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG