ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານເອັມແມນູແອລ ມາກຣົງ ໄດ້ຊະນະການເລືອກຕັ້ງ ປະທານາທິບໍດີ ທີ່ມີການເດີມພັນສູງຂອງຝຣັ່ງ


ປະທານາທິບໍດີຝຣັ່ງ ແລະຜູ້ສະໝັກເລື້ອກຕັ້ງເປັນປະທານາທິບໍດີ ຮອບສອງຂອງພັກ La Republique en Marche (LREM) ທ. ເອັມແມນູແອລ ມາກຣົງ (ຂວາ) ຍົກກຳປັ້ນຂຶ້ນ ຂະນະທີ່ຈັບມືຂອງພັນລະຍາ ທນ. ບຣິຈິດ ມາກຣົງ ຫຼັງຈາກທີ່ໄດ້ຮັບໄຊຊະນະການເລືອກຕັ້ງເປັນປະທານາທິບໍດີຂອງຝຣັ່ງ, ຢູ່ນະຄອນຫຼວງປາຣີ, ວັນທີ 24 ເມສາ 2022.
ປະທານາທິບໍດີຝຣັ່ງ ແລະຜູ້ສະໝັກເລື້ອກຕັ້ງເປັນປະທານາທິບໍດີ ຮອບສອງຂອງພັກ La Republique en Marche (LREM) ທ. ເອັມແມນູແອລ ມາກຣົງ (ຂວາ) ຍົກກຳປັ້ນຂຶ້ນ ຂະນະທີ່ຈັບມືຂອງພັນລະຍາ ທນ. ບຣິຈິດ ມາກຣົງ ຫຼັງຈາກທີ່ໄດ້ຮັບໄຊຊະນະການເລືອກຕັ້ງເປັນປະທານາທິບໍດີຂອງຝຣັ່ງ, ຢູ່ນະຄອນຫຼວງປາຣີ, ວັນທີ 24 ເມສາ 2022.

ປະທານາທິບໍດີ ເອມມານູແອລ ມາກຣົງ ໄດ້ຖືປະ​ກາດຊື່ໃຫ້ເປັນຜູ້ຊະນະ ໃນການແຂ່ງຂັນເລືອກຕັ້ງຂັ້ນ​ຊີ້ຂາດກັບ ທ່ານາງມາຣີນ ເລີ ແປັງ ທີ່ນິຍົມຂົວຈັດ ໃນວັນອາທິດວານນີ້.

ຜູ້ສະໝັກທັງສອງ ມີທັດສະນະທີ່ແຕກຕ່າງກັນຢ່າງຫຼວງຫຼາຍ ບໍ່ພຽງແຕ່ເລື້ອງພາຍໃນເທົ່ານັນ ແຕ່ຍັງມີເລື້ອງບົດບາດຂອງຝຣັ່ງ ໃນຢູໂຣບ ອົງການເນໂຕ້ ແລະທົ່ວໂລກນຳ​ດ້ວຍ.

ໃນລະຫວ່າງການກ່າວຄຳປາໄສ ຮັບເອົາໄຊຊະນະ ທ່ານມາກຣົງ ໄດ້ກ່າວວ່າ “ຫຼາຍໆຄົນໃນປະເທດນີ້ ໄດ້ລົງຄະແນນສຽງໃຫ້ຂ້າພະເຈົ້າ ບໍ່ແມ່ນຍ້ອນວ່າ ພວກເຂົາສະໜັບສະໜຸນແນວຄິດຂອງຂ້າພະເຈົ້າ ແຕ່ເພື່ອບໍ່ຢາກໃຫ້ພວກຝ່າຍຂວາຈັດເຂົ້າມາ ຂ້າພະເຈົ້າຢາກຂອບໃຈພວກເຂົາ ແລະຮູ້ວ່າ ຂ້າພະເຈົ້າເປັນໜີ້ບຸນຄຸນພວກເຂົາເຈົ້າໃນຊຸມປີຕໍ່ໜ້າ.”

ຈາກ​ຄະ​ແນນ​ສຽງ 97 ເປີເຊັນທີ່ໄດ້ຖືກນັບ ທ່ານມາກຣົງ ຈະໄດ້ຮັບຄະແນນສຽງທີ່ແນ່ນອນ 57.4 ເປີເຊັນ ຕາມການຄາດໝາຍ ຊຶ່ງໂຕເລກຂອງກະຊວງພາຍໃນ ທີ່ໄດ້ສະແດງໃຫ້ເຫັນ ດັ່ງທີ່ອົງການຂ່າວຣອຍເຕີສ໌ ໄດ້ລາຍງານນັ້ນ.

ປະທານາທິບໍດີສະຫະລັດ ໂຈ ໄບເດັນ ໄດ້ຂຽນລົງໃນທວີດເຕີ ສະແດງຄວາມຊົມເຊີຍ ຕໍ່ທ່ານມາກຣົງ ໂດຍກ່າວວ່າ ທ່ານຫວັງວ່າ ຈະ “ສືບຕໍ່ການຮ່ວມໄມ້ຮ່ວມມືຢ່າງໃກ້ຊິດ” ກັບຜູ້ນຳຂອງຝຣັ່ງ.

ສ່ວນຜູ້ນຳຄົນອື່ນໆຂອງຢູໂຣບ ກໍໄດ້ສົ່ງຄຳອວຍພອນທີ່ດີ ເຊັ່ນກັນ ລວມທັງປະທານາທິບໍດີ ຂອງຢູເຄຣນ ໂວໂລດີເມຍ ເຊເລັນສກີ ຜູ້ທີ່ໄດ້ຂຽນລົງ ໃນທວີດເຕີ ໃນພາສາຝຣັ່ງ ໂດຍກ່າວວ່າ “ຂ້າພະເຈົ້າເຊື້ອໝັ້ນວ່າ ພວກເຮົາຈະກ້າວໄປໜ້າຮ່ວມກັນສູ່ໄຊຊະນະນຳກັນ. ສູ່ຄວາມສາມັກຄີໃນຢູໂຣບ ແລະແຂງແກ່ນຂຶ້ນກວ່າເກົ່າ.”

ການເລືອກຕັ້ງປະທານາທິບໍດີ ຂັ້ນຊີ້ຂາດໃນວັນອາທິດວານນີ້ ອາດໄດ້ຖືກຕັດ ສິນຢູ່ໃນເມືອງເຊັ່ນ ປັງແຕັງ ຊຶ່ງບໍ່ໄດ້ລົງຄະແນນສຽງໃຫ້ທັງທ່ານມາກຣົງ ຫຼື ທ່ານນາງເລີ ແປັງ ເລີຍ ໃນຮອບທຳອິດ. ເກືອບວ່າ ຫົກໃນສິບຜູ້ປ່ອນບັດລົງຄະແນນສຽງຄົນໃດ ແທນທີ່ຈະສະໜັບສະໜຸນຜູ້ສະໝັກ ນິຍົມຊ້າຍຈັດ ຊອນ-ລຸກ ເມີລັງຊົງ (Jean-Luc Melenchon) ຜູ້ທີ່ບໍ່ໄດ້ເຂົ້າຮອບສຸດທ້າຍ ເຊັ່ນດຽວກັນ ສຳລັບຮອບທີສອງນີ້, ເຖິງຢ່າງໃດກໍດີ ທ່ານ ໄດ້ບອກພວກຜູ້ສະໜັບສະໜຸນ ບໍ່ໃຫ້ລົງຄະແນນສຽງແກ່ທ່ານນາງເລີ ແປັງ.

ຂ້າພະເຈົ້າຄຶດວ່າ ພວກເຮົາຕ້ອງປົກປ້ອງປະເທດຊາດ ດັ່ງນັ້ນຂ້າພະເຈົ້າເລືອກເອົາທ່ານມາກຣົງ” ນັ້ນແມ່ນຄຳເວົ້າຂອງທີ່ປຶກສາດ້ານການຕະຫຼາດຂອງບໍລິສັດ Fatime ອາຍຸ 38 ປີ ທີ່ໄດ້ກ່າວ.

ຄືກັນກັບຊາວຝຣັ່ງຫຼາຍໆຄົນ ນາງຮູ້ສຶກວ່າ ຢູ່ພາຍໃຕ້ຄວາມກົດດັນໂດຍຜູ້ທີ່ໄດ້ເຂົ້າຮອບສຸດທ້າຍທັງສອງທ່ານນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG