ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານມາກຣົງ ບິນໄປນະຄອນຫຼວງມົສກູ ໂດຍອ້າງວ່າ ການເຈລະຈາທາງການທູດຂອງທ່ານ ຈະຍຸຕິວິກິດການ ຢູເຄຣນ


ແຟ້ມຮູບ-ປະທານາທິບໍດີຂອງຝຣັ່ງ ທ່ານເອມມານູເອລ ມາກຣົງ ກຽມພ້ອມທີ່ຈະເຂົ້າຮ່ວມປະຕິບັດໜ້າທີ່ໃນ ເລີແວັງ ທາງພາກເໜືອຂອງຝຣັ່ງ, ວັນທີ 2 ກຸມພາ 2022. ທ່ານ ມາກຣົງ ຈະເດີນທາງໄປ ມົສກູ ພາຍໃນອາທິດນີ້ ເພື່ອປຶກສາຫາລືກັບປະທານາທິບໍດີລັດເຊຍ ທ່ານວລາດິເມຍ ປູຕິນ.
ແຟ້ມຮູບ-ປະທານາທິບໍດີຂອງຝຣັ່ງ ທ່ານເອມມານູເອລ ມາກຣົງ ກຽມພ້ອມທີ່ຈະເຂົ້າຮ່ວມປະຕິບັດໜ້າທີ່ໃນ ເລີແວັງ ທາງພາກເໜືອຂອງຝຣັ່ງ, ວັນທີ 2 ກຸມພາ 2022. ທ່ານ ມາກຣົງ ຈະເດີນທາງໄປ ມົສກູ ພາຍໃນອາທິດນີ້ ເພື່ອປຶກສາຫາລືກັບປະທານາທິບໍດີລັດເຊຍ ທ່ານວລາດິເມຍ ປູຕິນ.

ປະທານາທິບໍດີຝຣັ່ງ ທ່ານເອມມານູເອລ ມາກຣົງ ກ່າວໃນວັນອາທິດວານນີ້ ໂດຍມອງຂ້າມໃນຄວາມເປັນໄປໄດ້ທີ່ຣັດເຊຍ ຈະບຸກລຸກ ຢູເຄຣນ, ເຊິ່ງທ່ານກ່າວໃນການໃຫ້ສໍາພາດກັບໜັງສືພິມວ່າ ການລວມກອງກໍາລັງຂະໜາດໃຫຍ່ຂອງຣັດເຊຍ ຢູ່ໃນເຂດຊາຍແດນກັບຢູເຄຣນ ເບິ່ງຄືວ່າຈະເປັນສ່ວນນຶ່ງຂອງວັງເຄຣມລິນ ໃນການວາງຍຸດທະສາດ​ ທີ່ກວ້າງ​ອອກ​ໄປ ເພື່ອໃຫ້​ໄດ້​ຮັບ​ການ ຜ່ອນ​ຜັນ​ຈາກປະ​ເທດຕາເວັນຕົກ ຫຼາຍກວ່າທີ່ຈະເ​ປັນການເລີ້ມຕົ້ນ​ໃນ​ການຮຸກຮານເຕັມຮູບແບບ.

“ເປົ້າໝາຍທາງພູມສາດການເມືອງຂອງຣັດເຊຍ ໃນປັດຈຸບັນນີ້ແມ່ນແຈ້ງດີວ່າບໍ່ແມ່ນ ຢູເຄຣນ, ແຕ່ຊີ້ໃຫ້ເຫັນການປົກຄອງທີ່ຢູ່ຮ່ວມກັນກັບອົງການ NATO ແລະສະຫະພາບ ຢູໂຣບ,” ທ່ານກ່າວກັບວາລະສານ ເລີ ເຈີນອລ ເດີ ດິແມນເຊິ (Le Journal de Dimanche) ຂອງຝຣັ່ງ ພຽງບໍ່ເທົ່າໃດຊົ່ວໂມງກ່ອນການເດີນທາງໂດຍເຮືອບິນໄປ ມົສກູ, ເຊິ່ງທ່ານຈະພົບປະກັບປະທານາທິບໍດີຂອງ ຣັດເຊຍ ທ່ານວລາດິເມຍ ປູຕິນ ແບບໜ້າຕໍ່ໜ້າ ໃນວັນຈັນມື້ນີ້.

ທ່ານມາກຣົງ ໄດ້ເນັ້ນຢໍ້າຢ່າງໜັກແໜ້ນວ່າ ການເຈລະຈາກັບ ຣັດເຊຍ ມີແນວໂນ້ມຄືກັບວ່າ ຈະກໍ່ໃຫ້ເກີດຄວາມຂັດແຍ້ງທາງທະຫານ.

“ການສົນທະນາທີ່ຈິງຈັງທີ່ພວກເຮົາມີກັບ ຣັດເຊຍ ແລະການຢ້ຽມຢາມມົສກູເບິ່ງ ຄືວ່າເປັນການປ້ອງກັນບໍ່ໃຫ້ເກີດ ‘ການປະຕິບັດການທາງທະຫານ’ ຂຶ້ນ. ຈາກນັ້ນ ພວກເຮົາຈະປຶກສາຫາລືເຖິງການຫຼຸດລະດັບ,” ທ່ານໄດ້ກ່າວ. “ຂ້າພະເຈົ້າເຄີຍໄດ້ຫາລືຢ່າງເລິກເຊິ່ງກັບປະທານາທິບໍດີ ວລາດິເມຍ ປູຕິນ ແລະຄວາມຮັບຜິດຊອບຂອງພວກເຮົາກໍຄື ການຫາ​ທາງແກ້ໄຂທີ່ເປັນປະຫວັດສາດ.”

ການຢືນຢັນຂອງທ່ານ ແມ່ນເຫັນໄດ້ຢ່າງແຈ່ມແຈ້ງໃນຄວາມແຕກຕ່າງຈາກການທີ່ລັດຖະບານຂອງທ່ານ ໄບເດັນ ກໍານົດລັກສະນະໃນການເສີມກໍາລັງທະຫານຂອງ ມົສກູ ແລະຄວາມອັນຕະລາຍຈາກການຮຸກຮານຂອງ ຣັດເຊຍ.

ການຮຸກຮານ ຢູເຄຣນ ຂອງ ຣັດເຊຍ “ອາດຈະເກີດຂຶ້ນໄດ້ ໃນ​ທຸກໆເວລາ,” ທ່ານເຈັກ ຊູລິວານ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດປະຈໍາທໍານຽບຂາວ ກ່າວໃນວັນອາທິດວານນີ້, ເຊິ່ງເປັນປະຕິບັດການທາງທະຫານທີ່ໃຫຍ່ທີ່ສຸດໃນ ຢູໂຣບ ນັບຕັ້ງແຕ່ສົງຄາມໂລກຄັ້ງທີສອງ.

“ພວກເຮົາເຊື່ອວ່າ ຣັດເຊຍ ໄດ້ວາງຂີດຄວາມສາມາດໃນການເພີ້ມການປະຕິ ບັດງານຂອງກອງກໍາລັງທາງທະຫານທີ່ສໍາຄັນ ເຂົ້າໄປໃນຢູເຄຣນ, ແລະພວກເຮົາກໍດໍາເນີນງານຢ່າງໜັກເພື່ອກຽມພ້ອມໃນການຕອບໂຕ້ດັ່ງກ່າວ,” ທ່ານ ຊູລິວານ ກ່າວກັບລາຍການ “Meet the Press” ຂອງໂທລະພາບ NBC. ທ່ານ ຊູລິວານ ແລະເຈົ້າໜ້າທີ່ສະຫະລັດຄົນອື່ນໆຄາດການວ່າ ຣັດເຊຍມີກອງກໍາລັງ 70 ເປີເຊັນ ກຽມພ້ອມທີ່ຈະໂຈມຕີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG