ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ທ່ານ
“ເປັນກຽດຢ່າງຍິ່ງ” ທີ່ໄດ້ເປັນເຈົ້າພາບ ຕ້ອນຮັບ ປະທານາທິບໍດີ ຝຣັ່ງ ທ່ານເອມມາ-
ນູຍແອລ ມາກຣົງ ສຳລັບງານລ້ຽງອາຫານຄ່ຳ ຄັ້ງທຳອິດຢ່າງເປັນທາງການ ຂອງຄະນະ
ລັດຖະບານຂອງທ່ານ.
ທ່ານທຣຳ ໄດ້ເອີ້ນຄວາມຜູກພັນ ລະຫວ່າງ ສະຫະລັດ ແລະ ຝຣັ່ງ ວ່າ ເປັນ “ມິດຕະ
ພາບທີ່ໜ້າປະທັບໃຈຫຼາຍ” ຢູ່ທີ່ງານລ້ຽງອັນໃຫຍ່ໂຕ ຕໍ່ໜ້າແຂກທີ່ເຂົ້າຮ່ວມ ຫຼາຍກວ່າ
100 ຄົນ.
ທ່ານທຣຳ ໄດ້ກ່າວວ່າ “ຂໍໃຫ້ມິດຕະພາບຂອງພວກເຮົາ ຈົ່ງເຕີບໃຫຍ່ຢ່າງເລີກເຊິ່ງ
ຫຼາຍຂຶ້ນຕື່ມ. ຂໍໃຫ້ການເປັນເຄືອຍາດຂອງພວກເຮົາ ເຕີບໃຫຍ່ເຂັ້ມແຂງຫຼາຍຂຶ້ນ
ຕື່ມ ແລະ ຂໍໃຫ້ເສລີພາບທີ່ຫວງແຫນຂອງເຮົາ ຍືນຍົງບໍ່ມີວັນຕາຍ.”
ສ່ວນທ່ານມາກຣົງ ກໍໄດ້ກ່າວວ່າ ຜູ້ນຳທັງສອງ ມີຄວາມມຸ້ງໝັ້ນ ແລະ ຄວາມເຕັມໃຈ
ຮ່ວມກັນ ທີ່ຈະຮັບໃຊ້ປະເທດຊາດ ຂອງພວກເພິ່ນ ແລະ ໂລກທັງມວນ. ທ່ານຍັງໄດ້
ຍົກຈອກ ເພື່ອສະຫຼອງ “ມິດຕະພາບທີ່ບໍ່ສາມາດແຍກອອກຈາກກັນໄດ້” ລະຫວ່າງ
ສະຫະລັດ ແລະ ຝຣັ່ງ.
ງານລ້ຽງດັ່ງກ່າວ ຍັງຖືວ່າ ເປັນໂອກາດ ສຳລັບ ສະຕີໝາຍເລກນຶ່ງ ທ່ານນາງ ເມີລາເນຍ
ທຣຳ ທີ່ໄດ້ມີໂອກາດອອກໜ້າອອກຕາ ໃນຂະນະທີ່ທ່ານນາງ ແລະ ປະທານາທິບໍດີ ທຣຳ
ໄດ້ເປັນເຈົ້າພາບຕ້ອນຮັບປະທານາທິບໍດີ ມາກຣົງ ແລະ ພັນລະຍາຂອງທ່ານ ທ່ານນາງ
ບຣິດຈິດ ມາກຣົງ.
ສະຕີໝາຍເລກນຶ່ງ ໄດ້ເລືອກເອົາລາຍການອາຫານ ທີ່ເປັນຊີ້ນກະດູກຂ້າງຂອງແກະ
ນ້ອຍ ແລະ ໝາກເນກຕາຣີນລົດອອກສົ້ມໆ ພ້ອມດ້ວຍ ລາຍການບັນເທີງຫຼັງອາຫານ
ຄ່ຳ ທີ່ສະໜອງການບັນເທີງໂດຍ ວົງໂອເປຣາແຫ່ງຊາດຂອງວໍຊິຕັນ.
ການຮັບປະທານອາຫານຄ່ຳໃນວັນອັງຄານ ຖືວ່າ ເປັນກິດຈະການທີ່ ບໍ່ສຳຄັນປານໃດ
ເມື່ີອປຽບທຽບໃສ່ກັບ ງານລ້ຽງອາຫານຄ່ຳຄັ້ງທຳອິດ ຢ່າງເປັນທາງການ ຂອງຄະນະ
ລັດຖະບານຊຸດກ່ອນ ໂດຍໄດ້ມີດາຣາທີ່ມີຊື່ສຽງຈຳນວນນຶ່ງ ແລະ ບັນຊີລາຍຊື່ແຂກ
ໃຫຍ່ໆ ທີ່ມີຊື່ສຽງໃນວໍຊິງຕັນ ເຂົ້າຮ່ວມ.