ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນ​ຍ. ມາ​ເຊ​ໂດ​ເນຍ ກ່າວ​ວ່າ ການ​ເຂົ້າ​ຮ່ວມ​ອົງການ​ເນ​ໂຕ ຈະນຳ​ ມາ​​ຊຶ່ງຄວາມ​ຈະ​ເລີນ​ຮຸ່ງ​ເຮືອງແລະ​ສັນ​ຕິ​ພາບ ​ສູ່​ຂົງ​ເຂດ


ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງມາ​ເຊ​ໂດ​ເນຍ ທ່ານ​ໂຊ​ຣານ ຊາ​ວີ ກ່າວ​ຢູ່ ກອງ​ປະ​ຊຸມ​ສຸດຍອດ ກ່ຽວ​ກັບເຂດ​ບາລ​ກັງ ໃນ​ລອຍດອນ, ອັງ​ກິດ, 10 ກໍ​ລະ​ກົດ 2018.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງມາ​ເຊ​ໂດ​ເນຍ ທ່ານ​ໂຊ​ຣານ ຊາ​ວີ ກ່າວ​ຢູ່ ກອງ​ປະ​ຊຸມ​ສຸດຍອດ ກ່ຽວ​ກັບເຂດ​ບາລ​ກັງ ໃນ​ລອຍດອນ, ອັງ​ກິດ, 10 ກໍ​ລະ​ກົດ 2018.

​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງມາ​ເຊ​ໂດ​ເນຍ ທ່ານ​ໂຊ​ຣານ ຊາ​ວີ (Zoran Zaev) ກ່າວ​ວ່າ
ໃນ​ທັງ​ໝົດ​ຂອງເຂດ​ບາລ​ກັງ ຈະ​ໄດ້​ຮັບ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງແລະ​ສັນ​ຕິ​ພາບ ​ທີ່​ຍາວ​
ນານ​ເວລາມາ​ເຊ​ໂດ​ເນຍ ເຂົ້າ​ຮ່ວມ​ກັບ​ອົງ​ການ​ເນ​ໂຕ້.

ທ່ານ​ຊາ​ວີ ກ່າວ​ໃນ​ໂຊ​ເຟຍ, ປະ​ເທດ​ໂບ​ລ​ເກ​ເຣຍ ໃນ​ວັນ​ຈັນ​ວານ​ນີ້​ວ່າ2 ມື້ ກ່ອນ
​ທີ່ມາ​ເຊໂດ​ເນຍ ​ລົງ​ນາມ​ເຂົ້າຫາ​ສູນກາງ​ຂອງ​ອົງ​ການ​ເນ​ໂຕທີ່ບ​ຣັ​ສ​ໂຊ​ລ. “ມາ​ເຊ​
ໂດ​ເນຍ ໄດ້​ລໍ​ຖ້າ​ມາ​ເປັນ​ເວ​ລາ 27 ປີ ເພື່ອ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ອົງ​ການ​ເນ​ໂຕ
ຊຶ່ງທ່ານ​ຊາ​ວີກ່າວ​ວ່າ ມາ​ເຊ​ໂດ​ເນຍ ໄດ້​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ການ​ເປີດ​ປະ​ຕູໄວ້.”


ກ​ຣີ​ສ ໄດ້​ກີດ​ຂວາງ​ຄວາມ​ພະ​ຍາ​ຍາມ​ຂອງມາ​ເຊໂດ​ເນຍ​ ທີ່​ຈະ​ເຂົ້າ​ຮ່ວ​ມກັບ​ອົງການ​
ເນ​ໂຕ ແລະ​ສະ​ຫະ​ພາບ​ຢູ​ໂຣບ ຍ້ອນ​ວ່າການ​ໂຕ້​ຖຽງ​ກັນ​ກ່ຽວ​ກັບ​ການ​ໃຊ້​ຊື່ມາເ​ຊໂດ
​ເນຍ -- ຊຶ່ງ​ທັງ​ສອງ​ປະ​ເທດ ໄດ້​ມີ​ປະ​ຫວັດ​ສາດ​ຮ່ວມ​ກັນທາງ​ພາກເໜືອຂອງກ​ຣິ​ສ
ແລະອະ​ດີດສາ​ທາ​ລະ​ນະຢູ​ກົ​ສ​ລາວີ.

ທັງ​ສອງ​ປະ​ເທດ ໄດ້​ຕົກ​ລົງວ່າ​ຈະ​ປ່ຽນ​ຊື່ປະເທດດັ່ງກ່າວ ເປັນ​ສາ​ທາ​ລະ​ນະ​ມາ​ເຊໂດ​ເນຍ​
ເໜືອ. ຕົນ​ວາງ​ແຜນວ່າ​ຈະ​ເຜີຍແພ່​ຕົນ​ເອງ ໂດຍ​ຊື່​ນັ້ນ ເວລາກຣິສ ເຫັນດີຮັບເອົາ​ເຂົ້າ
ເປັນ​ສະ​ມາ​ຊິກ​ຂອງ​ອົງ​ການ​ເນ​ໂຕ້.

ບັນ​ດາ 29 ປະເທດສະ​ມາ​ຊິກ​ຂອງ​ອົງ​ການ​ເນ​ໂຕ້ ຕ້ອງໄດ້​ຮັບ​ເອົາມາ​ເຊ​ໂດ​ເນຍ​ເຂົ້າ​ເປັນ
​ສະ​ມາ​ຊິກ​ກ່ອນ​ທີ່ ຈະ​ເຂົ້າ​ຮ່ວມໄດ້​. ການເປັນສະ​ມາ​ຊິກຂອງ​ສະ​ຫະ​ພາບ​ຢູ​ໂຣບ ຄາດ​ວ່າ
ຈະເລີ້ມ​ເວົ້າເຖິງ ໃນທ້າຍ​ປີ​ນີ້.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG