ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມາ​ເຊ​ໂດ​ເນຍ ​ກຳລັງຫັນໜ້າ​ກັບຄືນ​ເຂົ້າໄປສູ່ ການ​ເປັນ​ສະມາຊິກ​​ ​ຂອງ​ສະຫະພາບ​ຢູ​ໂຣບ

ທ່ານ​ນາງ​ເຟ​ເດີຣິກາ ​ໂມ​ເກຣີນີ (Federica Mogherini), ຊ້າຍ, ແລະນາ​ຍົກ​ລັດຖະມົນຕີ​ຂອງມາ​ເຊ​ໂດ​ເນຍ ທ່ານ ​ໂຊຣັນ ຊຽບວ໌ (Zoran Zaev) ຖ່າຍຮູບຮ່ວມກັນ, ຫຼັງຈາກກອງປະຊຸມ ໃນຕຶກລັດຖະບານໃນເມືອງ ສໂກຈີ, ມາ​ເຊ​ໂດ​ເນຍ, 18 ເມສາ 2018.

ມາ​ເຊ​ໂດ​ເນຍ ​“ກຳລັງຫັນໜ້າ​ກັບຄືນ​ເຂົ້າໄປສູ່ການ​ເປັນ​ສະມາຊິກ” ​ຂອງ​ສະຫະພາບ​ຢູ​ໂຣບ ຫຼື EU, ອີງຕາມປະທານ​ນະ​ໂຍບາຍ​ການ​ຕ່າງປະ​ເທດຂອງສະຫະພາບຢູ​ໂຣບ ທີ່​ຮຽກຮ້ອງ​ໃຫ້ ມາ​ເຊ​ໂດ​ເນຍ ສືບ​ຕໍ່​ເຮັດ​ຕາມ​ການ​ປະຕິ​ຮູບ​ທີ່​ທາງສະຫະພາບຢູ​ໂຣບໄດ້ສະ​ເໜີ​ໄປ.

ທ່ານ​ນາງ​ເຟ​ເດີຣິກາ ​ໂມ​ເກຣີນີ (Federica Mogherini) ຈາກສະຫະພາບ​ຢູ​ໂຣບ ກ່າວ​ສັນ​ລະ​ເສີນ​ນາ​ຍົກ​ລັດຖະມົນຕີ​ຂອງມາ​ເຊ​ໂດ​ເນຍ ທ່ານ ​ໂຊຣັນ ຊຽບວ໌ (Zoran Zaev) ​ໃນ​ການ​ຢ້ຽມຢາມ​ເມືອງ ສ​ໂກ​ຈີ ​ໃນ​ວັນ​ພຸດ​ວານ​ນີ້.

“ທ່ານໄດ້​ເດີນທາງ​ມາໄກ​ແລ້ວ ​ແລະ​ແມ່ນ​ແລ້ວ ຂ່າວ​ດີ​ກໍ​ແມ່ນ​ວ່າ ທ່ານ​ກັບ​ຄືນມາ​ແລ້ວ,” ຊຶ່ງ​ທ່ານນາງ​ໂມ​ເກຣີນີ ​ໄດ້​ກ່າວໄວ້ ​ແລະ​ໄດ້​ກ່າວ​ຕໍ່​ໄປ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ນີ້​ແມ່ນ​ຄວາມ​ສຳ​ເລັດ​ທີ່​ຍິ່ງ​ໃຫຍ່ ທີ່​ທ່ານ​ຄວນ​ຈະ​ພູມ​ໃຈ. ທ່ານ​ສາມາດ​ສະ​ເຫຼີ​ມສະຫຼອງ​ໄດ້ແລ້ວ.”

​ແຕ່​ວ່າ ​ເຈົ້າ​ໜ້າ​ທີ່ ອີຢູ ​ໄດ້ຊຸກຍູ້ໃຫ້ ອາ​ແຊັບ (Azev) ໃຫ້​ລົງ​ລຶກ ​ແລະຍຶດໝັ້ນ​ຕໍ່​ການ​ແນະນຳ​ສຳລັບ​ການ​ປະຕິ​ຮູບທາງ​ເສດຖະກິດ ທີ່​ຈຳ​ເປັນ ​ເພື່ອ​ໃຫ້​ໄດ້​ຕາມ​ມາດຕະຖານ​ຂອງ EU.

ນອກນັ້ນ ທ່ານ​ນາງ​ຍັງ​ໄດ້​ກ່າວ​ວ່າ ເພິ່ນ​ເຊື່ອ​ວ່າ “ມັນ​ຈະ​ເປັນ​ໄປ​ໄດ້ແທ້ໆ” ສຳລັບມາ​ເຊໂດ​ເນຍ ​ແລະ​ກຣິສ ທີ່​ຈະ​ແກ້​ໄຂ​ບັນຫາຜິດຖຽງກັນອັນ​ຍາວ​ນານ ກ່ອນ​ກອງ​ປະຊຸມສຸດຍອດ ອີ​ຢູ ​ທີ່​ກຳ​ນົດວ່າຈະມີຂຶ້ນ ​ໃນ​ເດືອນ​ມິຖຸນາ​ທີ່ຈະ​ມາເຖິງ​ນີ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ພວກຜູ້ຄົນພາກັນຖືປ້າຍຄຳຂວັນ ແລະສະບັດທຸງ ຕໍ່ຕ້ານການປ່ຽນແປງ ຂອງຊື່ຂອງລັດຖະທຳມະນູນ ຕໍ່ໜ້າຕຶກລັດຖະສະພາ ໃນນະຄອນສໂກຈີ, ມາເຊໂດເນຍ, 27 ກຸມພາ 2018.
ພວກຜູ້ຄົນພາກັນຖືປ້າຍຄຳຂວັນ ແລະສະບັດທຸງ ຕໍ່ຕ້ານການປ່ຽນແປງ ຂອງຊື່ຂອງລັດຖະທຳມະນູນ ຕໍ່ໜ້າຕຶກລັດຖະສະພາ ໃນນະຄອນສໂກຈີ, ມາເຊໂດເນຍ, 27 ກຸມພາ 2018.

XS
SM
MD
LG