ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຄັນຢາ ໄວ້ອາໄລແກ່ ທ່ານນາງ Wangari Maathai (ເບິ່ງວີດີໂອ)


ທ່ານນາງ Wangari Maathai ​ຜູ້ໄດ້ຮັບລາງວັນໂນແບລຂະແໜງສັນຕິ ພາບຄົນທໍາອິດຂອງອາຟຣິກາ
ທ່ານນາງ Wangari Maathai ​ຜູ້ໄດ້ຮັບລາງວັນໂນແບລຂະແໜງສັນຕິ ພາບຄົນທໍາອິດຂອງອາຟຣິກາ

ຊາວເຄັນຢາ​ໄດ້ພາກັນ​ໄປສະແດງຄວາມເຄົາລົບບັ້ນສຸດທ້າຍ ຕໍ່ແມ່ຍິງຄົນທໍາອິດຂອງອາຟຣິ
ກາ ທີ່ໄດ້ຮັບລາງວັນໂນແບລຂະແໜງສັນຕິພາບ ​ໃນ​ພິທີ​ສົ່ງສະການ​ທີ່ລັດຈັດ​ຂຶ້ນ​ຢ່າງ​ເປັນ
ທາງ​ການ ໃນນະຄອນຫລວງໄນໂຣບີ ​ໃນ​ວັນ​ເສົາ​ວານ​ນີ້.

ທ່ານນາງ Wangari Maathai ​ໄດ້ເຖິງແກ່ມໍລະມະກໍາເມື່ອວັນອາທິດ​ແລ້ວ​ນີ້ ຫລັງຈາກ
ໄດ້ຕໍ່ສູ້ກັບໂຣກມະເຮັງມາເປັນເວລາດົນນານ ຮວມອາຍຸ​ໄດ້ 71 ປີ.

ທ່ານນາງ Maathai ໄດ້ຮັບລາງວັນໂນແບລຂະແໜງສັນຕິພາບ ໃນປີ 2004 ຍ້ອນການ
ຕໍ່ສູ້ຂອງທ່ານນາງເພື່ອສິດທິຂອງພວກແມ່ຍິງ ແລະການພິທັກປົກປ້ອງສະພາບແວດລ້ອມ
ຂອງປະເທດເຄັນຢາ.

ກ່ອນ​ໄດ້​ຮັບ​ລາງວັນ​ນັ້ນ ທ່ານນາງ ມາໄທ ໄດ້ເປັນຜູ້ກໍ່ຕັ້ງຂະ​ບວນການ ສາຍ​ແອວ​ຂຽວ
ຫລື Green Belt Movement ຊຶ່ງເປັນອົງການສະເພາະ ເພື່ອການປົກປ້ອງພວກຄົນທີ່
ອ່ອນແອທີ່ສຸດ ໂຮມທັງພວກທຸກຈົນ ແລະ ພວກແມ່ຍິງ ໂດຍສະເພາະ.

ຂະ​ບວນການ​ດັ່ງກ່າວ​ຍັງໄດ້ຊອກຫາວິທີປົກປ້ອງສະພາບແວດລ້ອມຂອງເຄັນຢາ ກ່ອນທີ່
ຈະຂະຫຍາຍອອກໄປລວມ​ເອົາບັນຫາທາງດ້ານການເມືອງ ແລະເສດຖະກິດນໍາ.


ເບິ່ງວີດີໂອພິທີສົ່ງສະການ ທ່ານນາງ Wangari Maathai:

XS
SM
MD
LG