ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ກະ​ບົດ M23 ໃນຄອງໂກ ​ຈະວາງອາວຸດ ແລະ​ເຈ​ລະ​ຈາ ກັບ ລັດ​ຖະ​ບານ (ວີດີໂອ)


ທ່ານ Beltrand Bisimwa ຫົວໜ້າກະບົດ M23 ປະກາດວ່າ ຕົນ​ຈະ​ວາງ​ອາ​ວຸດ​ ​ແລະ​ພ້ອມ​ແລ້ວທີ່​ຈະ​ເຈລະຈາ​ກັບ​ລັດຖະບານ.
ທ່ານ Beltrand Bisimwa ຫົວໜ້າກະບົດ M23 ປະກາດວ່າ ຕົນ​ຈະ​ວາງ​ອາ​ວຸດ​ ​ແລະ​ພ້ອມ​ແລ້ວທີ່​ຈະ​ເຈລະຈາ​ກັບ​ລັດຖະບານ.
ກະບົດ​ກຸ່ມ​ນຶ່ງ ທີ່ໄດ້ສ້າງ​ຄວາມ​ວຸ້ນວາຍ​ຢູ່ພາກ​ຕາ​ເວັນ​ອອກ​
ຂອງສາທາລະນະ​ລັດປະຊາທິປະໄຕ​ຄອງ​ໂກມາ​ໄດ້ຫຼາຍ​ກວ່າ​
ນຶ່ງປີ​ເຄິ່ງ​ແລ້ວນັ້ນ ກ່າວ​ວ່າ ຕົນ​ຈະ​ວາງ​ອາ​ວຸດ​ ​ແລະ​ພ້ອມ​
ແລ້ວທີ່​ຈະ​ເຈລະຈາ​ກັບ​ລັດຖະບານ.

ຂະ​ບວນການ​ເຄື່ອ​ນ​ໄຫວ M23 ​ໄດ້​ປະກາດກ່ຽວ​ກັບ​ຄວາມ​
ຕັ້ງ​ໃຈ​ຂອງ​ຕົນ​ທີ່​ຈະ ຍຸຕິ​ການ​ກໍ່​ກະບົດ ​ແລະ​ປົດ​ປະຈຳການ
​ກຳລັງ​ສູ້​ລົບ ​ໃນ​ຖະ​ແຫຼງການ​ທີ່​ນຳ​ອອກ ​ເຜີຍ​ແຜ່ໃນ​ວັນ​ອັງ
ຄານ​ມື້​ນີ້.

ການເຄື່ອນ​ໄຫວ​ທີ່​ວ່າ​ນີ້ ​ມີ​ຂຶ້ນບໍ່​ເທົ່າ​ໃດ​ຊົ່ວ​ໂມງຫຼັງ​ຈາກ​ກໍາ
ລັງລັດຖະບານຂັບ​ໄລ່ພວກນັກ​ລົບ​ກະບົດອອກ​ຈາກທີ່​ໝັ້ນ​
ແຫ່ງ​ສຸດທ້າຍ ຂອງ​ຈຳນວນ 2 ​ແຫ່ງ​ທີ່​ເຂົາ​ເຈົ້າ​ຄວບ​ຄຸມ.
ຜູ້​ນໍາຂອງ​ກຸ່ມ M23 ທ່ານ Bertrand Bisima ​ໄດ້ຮຽກຮ້ອງ
​ໃຫ້​ມີ​ການ​ຢຸດ​ຍິງ ​ແຕ່​ພຽງ​ຝ່າຍ​ດຽວ​ໃນ​ວັນ​ອາທິດ​ທີ່​ຜ່ານ​ມາ
​ເພື່ອ​ອຳນວຍໃຫ້ການ ເຈລະ​ຈາ​ທີ່​ຕົກ ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​
ມາ ລະ​ຫວ່າງທັງ​ສອງ​ຝ່າຍ ​ດໍາ​ເນີນຕໍ່​ໄປ ​ແຕ່​ລັດຖະບານ​
ໄດ້​ປະຕິ​ເສດຕໍ່ການ​ຮ້ອງ​ຂໍ​ຂອງ​ທ່ານ ​ໂດຍ​ກ່າວ​ວ່າ ຈະ​ຮັບ​ເອົາ​ແຕ່​ພຽງ​ການຍຸຕິ ການ​ກໍ່​ກະບົດ​ດ້ວຍ​ກຳລັງ​ອາວຸດ​ຂອງ​ກຸ່ມ M23 ​ເທົ່າ​ນັ້ນ.

ລັດຖະມົນຕີຖະ​ແຫລ​ງຂ່າວ ຄອງ​ໂກ ທ່ານ Lambert Mende ກ່າວ​ຕໍ່ວີ​ໂອ​ເອ ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ທ່ານ​ຄາດ​ວ່າ ການ​ສູ້​ລົບອາດ​ຈະ​ສີ້​ນສຸດ​ລົງ​ໃນ​ບໍ່​ເທົ່າ​ໃດ​ມື້ ​ແລະ​ກໍາລັງລັດຖະ
ບານຈະ​ບຸກ​ໂຈມ​ຕີ​ຕໍ່​ໄປ​ເພື່ອເຂົ້າ​ຍຶດ​ເອົາ​ເນີນ​ພູແຫ່ງສຸດ​ທ້າຍ.

congo
please wait
Embed

No media source currently available

0:00 0:00:40 0:00
XS
SM
MD
LG