ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຊ່ວຍເຫຼືອທາງທະຫານຂອງສະຫະລັດ ໃຫ້ແກ່ຢູເຄຣນ ມູນຄ່າ 425 ລ້ານໂດລາ ຄາດວ່າ ຈະມີຂຶ້ນໃນວັນສຸກນີ້


ແຟ້ມພາບ - ສະມາຊິກທະຫານຢູເຄຣນ ກຽມຍິງໃສ່ທີ່ໝັ້ນຂອງຣັດເຊຍ ດ້ວຍປືນຄົກ M777 ທີ່ສະຫະລັດຈັດຫາໃຫ້ ໃນພາກພື້ນຄາກີບ ປະເທດຢູເຄຣນ, ວັນທີ 14 ກໍລະກົດ 2022.
ແຟ້ມພາບ - ສະມາຊິກທະຫານຢູເຄຣນ ກຽມຍິງໃສ່ທີ່ໝັ້ນຂອງຣັດເຊຍ ດ້ວຍປືນຄົກ M777 ທີ່ສະຫະລັດຈັດຫາໃຫ້ ໃນພາກພື້ນຄາກີບ ປະເທດຢູເຄຣນ, ວັນທີ 14 ກໍລະກົດ 2022.

ສະຫະລັດ​ກຳລັງ​ໃຫ້ການ​ຊ່ວຍ​ເຫລືອ​ທາງດ້ານ​ການ​ທະຫານ​ຕື່ມ​ອີກມູນ​ຄ່າ 425 ລ້ານ​ໂດ​ລາ​ສະຫະລັດ ​ໃຫ້​ແກ່​ຢູ​ເຄຣນ ​ໃນ​ຊຸດການຊ່ວຍເຫຼືອ​ທີ່​ຄາດ​ວ່າ​ ຈະມີຂຶ້ນໃນ​ວັນ​ສຸກ​ນີ້, ​ເຈົ້າ​ໜ້າ​ທີ່​ສະຫະລັດ​ສອງ​ຄົນ ກ່າວ​ຕໍ່ VOA.

ທຳນຽບຫ້າ​ແຈ ກໍາລັງ​ໃຊ້​ອຳນາດ​ໃນການ​ຖອນເງິນ​ຂອງ​ປະທານາທິບໍດີ ​ເພື່ອ​ສົ່ງ​ອາວຸດຍຸດໂທປະກອນ​ໃຫ້ ກີຢິບ ​ທີ່ມີມູນຄ່າເຖິງ 125 ລ້ານ​ໂດ​ລາ​ ຈາກ​ຄັງແສງອາວຸດຂອງ​ທຳ​ນຽບຫ້າ​ແຈ, ອີງ​ຕາມ​ເຈົ້າ​ໜ້າ​ທີ່ ​ທີ່​ກ່າວ​ຕໍ່​ວີ​ໂອ​ເອ​ ໂດຍ​ບໍ່ໃຫ້​ເປີດ​ເຜີຍຊື່ ​ກ່ອນ​ໜ້າມີການ​ປະກາດ.

ຊຸດການຊ່ວຍເຫຼືອດັ່ງກ່າວ ຖືເປັນຄັ້ງທີ 50 ທີ່ ອຳນາດນີ້ ໄດ້ຖືກນຳໃຊ້ສຳລັບຢູເຄຣນ ນັບຕັ້ງແຕ່ຣັດເຊຍ ໄດ້ບຸກໂຈມຕີ ໃນເດືອນກຸມພາ ປີ 2022. ຊຸດການຊ່ວຍເຫຼືອດັ່ງກ່າວ ລວມມີການເພີ້ມຕື່ມ ຈະຫຼວດ GMLRS ສຳລັບລະບົບຈະຫຼວດເຄື່ອນທີ່ຄວາມໄວສູງ ຫຼື HIMARS (ຮາຍມາຣສ໌), ອາວຸດຍຸດໂທປະກອນ ສຳລັບ ລະບົບລູກສອນໄຟທີ່ຍິງຈາກໜ້າດິນສູ່ອາກາດ ທີ່ມີຊື່ຫຍໍ້ສ່າ NASAMS, ລູກປືນຂະໜາດ 105 ມມ ແລະ 155 ມມ, ລົດບັນທຸກຂົນສົ່ງໜັກ 12 ຄັນ ແລະ ອຸປະກອນອື່ນໆ ເຊັ່ນ: ອຸປະກອນກັນໜາວ ເພື່ອສືບຕໍ່ສູ້ລົບໃນລະດູໜາວ.

ນອກ​ຈາກນີ້, ຊຸດການຊ່ວຍເຫຼືອ​ທີ່​ຄາດຫວັງໄວ້​ໃນ​ວັນ​ສຸກ​ ​ຈະ​ລວມ​ມີເງິນ 300 ລ້ານ​ໂດ​ລາ​ ໃນ​ກອງ​ທຶນ​ການ​ຊ່ວຍ​ເຫຼືອ​ດ້ານ​ຄວາມ​ໝັ້ນຄົງ​ຂອງ​ຢູ​ເຄຣນ ​ສຳລັບ​ລູກ​ສອນ​ໄຟ​ທີ່​ນຳ​ທາງ​ດ້ວຍ​ເລ​ເຊີ​ ສໍາລັບ​ຍິງ​ໂດ​ຣນໃຫ້ຕົກ, ອີງຕາມການລະບຸຂອງເຈົ້າໜ້າທີ່ທັງສອງຄົນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG