ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະທານາທິບໍດີ ບາຣັກ ໂອບາມາ ຮຽກຮ້ອງໃຫ້ ຜູ້ນໍາລີເລຍ ລາອອກ


ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ຖະແຫລງຕໍ່ກອງປະຊຸມສະພາຄວາມໝັ້ນຄົງ ທີ່ລົງມະຕິຮັບຜ່ານ ມາດຕາການລົງໂທດຕໍ່ລີເບຍ, ວັນສຸກ ທີ 25, 2011. (AP Photo/Frank Franklin II)
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ຖະແຫລງຕໍ່ກອງປະຊຸມສະພາຄວາມໝັ້ນຄົງ ທີ່ລົງມະຕິຮັບຜ່ານ ມາດຕາການລົງໂທດຕໍ່ລີເບຍ, ວັນສຸກ ທີ 25, 2011. (AP Photo/Frank Franklin II)

ທ່ານ ພັນຄີມູນ ເລຂາທິການອົງການສະຫະປະຊາຊາດໄດ້ ກ່າວຊົມ​ເຊີຍສະພາຄວາມໝັ້ນ
ຄົງ ທີ່ໄດ້ນໍາໃຊ້ການລົງໂທດຕໍ່ຜູ້ນໍາລີເບຍ ມວມມາ ກັດດາຟີ ໃນການຕອບໂຕ້ຕໍ່ການປາບ
ປາມຢ່າງຮຸນແຮງຕໍ່ປະຊາຊົນລີ​ເບຍ ທີ່ຮຸກຮືຂື້ນມາຕໍ່ຕ້ານການປົກຄອງປະເທດລີເບຍຂອງ
ຜູ້ກ່ຽວ ມາ​ເປັນ​ເວລາ 42 ປີນັ້ນ.

ທ່ານ ພັນຄີມູນ ກ່າວວ່າ ການຮັບຜ່ານມາດຕະການລົງໂທດຢ່າງ​ເປັນເອກະສັນ ເມື່ອວັນ
ເສົາວານນີ້ ໄດ້ສົ່ງຂໍ້ຄວາມອັນເຂັ້ມແຂງໄປຍັງຜູ້ນໍາລີເບຍວ່າ ການຝ່າຝືນສິດທິມະນຸດຂັ້ນ
ພື້ນຖານຢ່າງຈະແຈ້ງນັ້ນ ແມ່ນຈະບໍ່ໄດ້​ຮັບ​ການ​ອະນຸ​ໂລມຜ່ອນຜັນ ແລະພວກທີ່ກໍ່ອາຊະ
ຍາກໍາອັນ​ຮ້າຍແຮງ ເຖິງແກ່ຊີວິດນັ້ນ ກໍຈະຕ້ອງຮັບຜິດຊອບ.

ທ່ານ ພັນຄີມູນ ກ່າວຕື່ມວ່າ ນອກນີ້ແລ້ວ ກໍຍັງອາດຈະມີການປະຕິບັດການຢ່າງເດັດຂາດ ເພີ່ມຕື່ມອີກ ໃນບໍ່ເທົ່າມື້ຂ້າງໜ້ານີ້ກ

ມະຕິຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ສັ່ງ​ໃຫ້ກັກຊັບສິນຂອງທ່ານ
ກັດດາຟີ ພ້ອມລູກຊາຍສີ່ຄົນ ລູກສາວນຶ່ງຄົນ ແລະພວກຄົນ​ໃກ້ຊິດອີກ 10 ຄົນ​ໄວ້. ນອກ
ນີ້ແລ້ວ ຍັງສັ່ງຫ້າມພວກຄົນ 16 ຄົນທີ່ກ່າວມານີ້ ບໍ່ໃຫ້ເດີນທາງອອກນອກປະເທດລີເບຍ ນໍາ.

ການລົງໂທດຢ່າງອື່ນນັ້ນ ​ແມ່ນ​ມີໂຮມທັງການຫ້າມນໍາເຂົ້າອາວຸດຕ່າງໆ ໄປຍັງລີເບຍ ແລະຮ້ອງຂໍ​ໃຫ້​ສານອາຊະຍາກໍາສົງຄາມທໍາການສືບສວນ ສອບສວນລັດຖະບານລີເບຍ ທີ່ອາດຕົກຢູ່ໃນຂໍ້ຫາຖານກໍ່ອາຊຍະກໍາຕ້ານ ມະນຸດຊາດນັ້ນ.

ນອກນີ້ແລ້ວ ເມື່ອວັນເສົາວານນີ້ ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ ກໍໄດ້ຮຽກຮ້ອງເປັນເທື່ອທໍາອິດໃຫ້ຜູ້ນໍາລີເບຍລາອອກຈາກຕໍາແໜ່ງ. ພວກເຈົ້າໜ້າທີ່
ທໍານຽບຂາວກ່າວວ່າ ທ່ານ​ໂອ​ບາ​ມາ​ໄດ້​ທໍາ​ການ​ຮຽກຮ້ອງ​ດັ່ງກ່າວ ​ໃນການ​ໂອ້​ລົມທາງ
ໂທລະສັບກັບນາຍົກລັດຖະມົນຕີເຢຍລະ ມັນ ທ່ານນາງ Angela Merkel.

ພວກເຈົ້າໜ້າທີ່ທໍານຽບຂາວກ່າວວ່າ ນອກ​ນີ້ ທ່ານໂອບາມາຍັງ​ໄດ້ກ່າວວ່າ ​ເວລາໃດທີ່​
ຫົນທາງ​ດຽວ​ສໍາລັບຜູ້ນໍາຄົນນຶ່ງ ທີ່​ຈະກໍາອໍານາດຂອງຕົນຢູ່ຕໍ່ໄປໄດ້ ກໍ​ຄືໃຊ້ຄວາມຮຸນ
ແຮງຢ່າງ​ຂະໜານໃຫຍ່ ຕໍ່ປະຊາຊົນຂອງຕົນ​ແລ້ວ ​ເວລານັ້ນ ຜູ້ນໍາຄົນນັ້ນກໍ​ແມ່ນໄດ້
ສູນເສຍຄວາມຖືກຕ້ອງຕາມກົດໝາຍ ທີ່ຈະປົກຄອງປະເທດອີກຕໍ່ໄປ ແລະຜູ້ກ່ຽວ​ກໍຈະ
ຕ້ອງກະທໍາ​ໃນ​ສິ່ງທີ່ຖືກຕ້ອງ ສໍາລັບປະເທດຊາດຂອງຕົນ ນັ້ນກໍຄືໃຫ້ລາອອກ​ໄປ​ເສຍ ​ແຕ່ດຽວນີ້.

XS
SM
MD
LG