ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຊາວລີເບຍ ພາກັນ ໄປປ່ອນບັດ ເລືອກເອົາ ສະມາຊິກ ສະພາ ຊຸດໃໝ່ (ວີດີໂອ/ສະໄລດ໌)


ເຈົ້າໜ້າທີ່ເລືອກຕັ້ງຄົນນຶ່ງ ກຳລັງຊ່ວຍແນະນຳ ຜູ້ປ່ອນບັດ
ເຈົ້າໜ້າທີ່ເລືອກຕັ້ງຄົນນຶ່ງ ກຳລັງຊ່ວຍແນະນຳ ຜູ້ປ່ອນບັດ

ຊາວ​ລີ​ເບຍ​ ພາກັນ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ ໃນ​ວັນ​ພຸດມື້​ນີ້ ​ເພື່ອ​
ເລືອກ​ເອົາ ສະພາ​ຊຸດໃໝ່ ​ໃນ​ຂະນະ​ທີ່​ ປະ​ເທດ​ດັ່ງກ່າວ ຊອກ​ຫາ​
ຊ່ອງທາງເພື່ອຍຸດຕິຄວາມ​ວຸ້ນວາຍ​ທີ່​ໄດ້​ມີ​ມາ ນັບ​ຕັ້ງ​ແຕ່ໄດ້ມີການ
​ໂຄ່ນ​ລົ້ມອ​ະ​ດີດ​ຈອມຜະເດັດການ Moammar Gadhafi.

ຜູ້​ສະມັກ​ຫລາຍ​ກວ່າ 1,600 ຄົນ​ ກຳລັງ​ລົງແຂ່ງຂັນ​ເອົາ​ບ່ອນນັ່ງ
200 ບ່ອນ​ຢູ່ໃນ​ສະພາຊຸດໃໝ່ ຊຶ່ງກຳນົດຈະປະ 32 ບ່ອນ​ນັ່ງໄວ້
ສຳລັບ​ພວກຜູ້ຍິງ.

LIBYA ELECTIONS VO
please wait
Embed

No media source currently available

0:00 0:00:53 0:00

ບັນດາ​ຜູ້​ແທນ​ສະພາຊຸດນີ້ ຈະ​ໄປແທນ​ສະມາຊິກສະພາ ທີ່​ໄດ້​
ຮັບ​ເລືອກ​ ​ໃນ​ປີ 2012 ​ແລະ​ມີຫລາຍ​ໆຄົນ​ໄດ້​ຖິ້ມໂທດໃສ່​ບັນຫາ
ການຂາດສະຖຽນລະພາບ ທີ່ ຄ້າງ​ຄາ​ ຮວມ​ທັງ​ການ​ໂຕ້​ຖຽງ ກ່ຽວ​
ກັບ​ການ​ເລືອກ​ເອົານາຍົກລັດຖະມົນຕີ ​ໃນ​ເດືອນ​ແລ້ວ​ນີ້.

CN-Against the Odds, Libyans To Elect New Parliament
please wait

No media source currently available

0:00 0:02:11 0:00

ມີ 1 ລ້ານ 5 ​ແສນ​ຄົນ​ທີ່​ມີ​ສິດ​ປ່ອນ​ບັດ​ໃນ​ວັນ​ພຸດ​ມື້​ນີ້ ​ແຕ່​ວ່າ​ພວກ​ທີ່​ຢູ່​ພາກ​ຕາ​ເວັນອອກ​ຂອງ
​ປະ​ເທດ ອາດ​ຈະ​ປະ​ເຊີນ​ໜ້າ​ກັບ​ຄວາມລໍາບາກ ​ໃນການໄປ​ບ່ອນ​ປ່ອນ​ບັດ ​ເພາະວ່າຍັງມີ​ຄວາມ​ຮຸນ​ແຮງເກີດຂຶ້ນ​ຢູ່​ຕໍ່ມາໃນ​ຂົງ​ເຂດດັ່ງກ່າວ.

ພວກ​ທະ​ຫານ​ບ້ານ​ທີ່​ຊ່ວຍ​ໂຄ່ນ​ລົ້ມ ທ່ານ Gadhaffi ​ໃນ​ປີ 2011 ຍັງ​ຢູ່​ໃນ​ລີ​ເບຍ ໂດຍພາ
ກັນເຂົ້າຄວບ​ຄຸມເອົາ​ພື້ນ​ທີ່ຕ່າງໆ ​ແລະບາງກຸ່ມ​ໄດ້​ເຂົ້າຄວບ​ຄຸມ ເອົາທ່າ​ເຮືອທີ່​ສຳຄັນ ເຮັດ​
ໃຫ້ລີເບຍ​ ໄດ້​ຮັບຄວາມ​ເສຍ​ຫາຍ​ໃນ​ຄວາມ​ສາມາດ​ສົ່ງ​ນຳ້ມັນອອກໄປຂາຍຢູ່ຕ່າງປະເທດ.

XS
SM
MD
LG