ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະ​ປະຊາ​ຊາດ ເປັນຫວ່ງນໍາ ສະຖານະການໃນລິເບຍ


ເລ​ຂາ​ທີ​ການ​ໃຫຍ່​ອົງກາ​ນສະຫະ​ປະຊາ​ຊາດ ທ່ານ ພັນ ຄີ ມູນ​
ເລ​ຂາ​ທີ​ການ​ໃຫຍ່​ອົງກາ​ນສະຫະ​ປະຊາ​ຊາດ ທ່ານ ພັນ ຄີ ມູນ​

ເລ​ຂາ​ທີ​ການ​ໃຫຍ່​ອົງກາ​ນສະຫະ​ປະຊາ​ຊາດ ທ່ານ ພັນ ຄີ ມູນ​ ໄດ້​ສະ​ແດງ​ຄວ​າມ​ເປັນ
ຫ່ວງ​ກັງວົນ​ ນໍາຈໍ​ານວນພົນລະ​ເຮືອນ​ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບແລະເສຍ​ຊີວິດໃນລີ​ເບຍທີ່​ເພີ່ມ​
ຂຶ້ນ​ນັບ​ມື້ ໃນ​ການ​ສູ້​ລົບ​ກັນ​ທີ່​ດໍາ​ເນີນ​ມາ​ຢູ່ ລະຫວ່າງ​ຝ່າຍກະບົດ​ແລະ​ພວກ​ທີ່​ຈົງ​ຮັກ​ພັກ
ດີຕໍ່​ລັດຖະບານ​ນັ້ນ.

ໃນ​ຖະ​ແຫຼ​ງການ​ສະ​ບັນ​ນຶ່ງອອກໃນ​ວັນ​ພະຫັດ​ວານ​ນີ້​ ທ່ານ ພັນ ຄີ ມູນ ຂໍ​ຮ້ອງ​ໃຫ້​ທຸກ​
ພັກ​ຝ່າ​ຍ ຈົ່ງ​ໃຊ້​ຄວາມລະມັດລະວັງ​ຢ່າງ​ທີ່​ສຸດໃນ​ການ​ປະຕິບັດ​ງານຂອງ​ຕົນ ​ເພື່ອລົດ
ຈໍ​ານວນການ​ເສຍຊີວິດ​ຂອງພົນລະ​ເຮືອນ​ໃຫ້​ຕໍ່າ​ທີ່​ສຸດ. ທ່ານ​ຍັງໄດ້ກ່າວ​ອີກວ່າ ການ​ຢຸດ
ຍິງທີ່​ພົວ​ພັນ​ກັບ​ຂັ້ນ​ຕອນ​ທາງການ​ເມືອງ​ນັ້ນ ​ແມ່ນ​ເປັນ​ຫົນທາງ​ດຽວ​ເທົ່າ​ນັ້ນ ​ເພື່ອ​ນໍາ​ມາ​
ຊຶ່ງ​ຄວາມ​ສະຫງົບ ໃນລີເບຍ.

ອົງການ​ເນ​ໂຕ​ໄດ້ເລີ້ມ​ທໍາ​ການ​ໂຈມ​ຕີທາງ​ອາກາດ​ຕໍ່​ຜູ້​ນໍາລີ​ເບຍ ທ່ານ Moamma Gaddafi ​ໃນ​ເດືອນ​ມີນາ​ແລ້ວ ​ເພື່ອສະໜັບສະໜູນພວກກະບົດ ທີ່​ໄດ້ທໍ​າການ​ຕໍ່ສູ້​ມາຕັ້ງ​ແຕ່​ເດືອນກຸມພາ​ ​ເພື່ອ​ໂຄ່ນ​ລົ້ມ​ການ​ປົກຄອງ​ແບບຜະ​ເດັດ​ການ​ມາ​ເປັນ​ເວລານານ​ກວ່າ 42 ປີ​ຂອງ​ກາດ​ດາ​ຟີ​ນັ້ນ​.

ໃນ​ຕົ້ນອາທິດ​ນີ້ ຫົວໜ້າ​ອົງການວັດທະນະ​ທໍາ​ UNESCO ​ຂອງສະຫະ​ປະຊາ​ຊາດ​ ໄດ້ຕິຕຽນ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງກຸ່ມ​ເນໂຕ ຕໍ່​ສະຖານີ​ໂທລະພາບ​ແຫ່ງ​ລັດ​ຂອງ​ລີ​ເບຍ ​ໃນ​ເດືອນ​ແລ້ວ​ນີ້ ທີ່​ໄດ້ເອົາຊີວິດ​ຜູ້​ຄົນໄປ 3 ຄົນນັ້ນ. ຜູ້​ອໍ​າ ນວຍ​ການ​ UNESCO ທ່ານນາງ​ Irina Kokova ກ່າວ​ວ່າ ພວກສື່ຫຼືອົງການ ຂ່າວຕ່າງໆ​ນັ້ນ ​ບໍ່​ຄວນ​ຈະ​ເປັນ​ເປົ້າ​ໝາຍ​ຂອງ​ການ​ສູ້​ລົບ​ກັນທາງ​ທະຫານ.

ພວກ​ເຈົ້າ​ໜ້າ​ທີ່ເນ​ໂຕ ​ໄດ້​ກ່າວ​ປ້ອງກັນການໂຈມ​ຕີ​ນັ້ນວ່າ ພວກ​ສື່​ເຫລົ່າ​ນັ້ນໄດ້ ຖືກໃຊ້​ເພື່ອ​ຍຸຍົງໃຫ້​ທໍາການ​ໂຈມ​ຕີ ​ແລະວ່າ ມະຕິ​ດຂອງ​ສະພາ​ຄວາມ​ໝັ້ນ​ຄົງ​ຂອງ​ອົງກາ​ນສະຫະ​ປະຊາຊາດ​ ອະນຸຍາດໃຫ້ໃຊ້​ໄດ້​ທຸກ​ວິຖີ​ທາງ​ທີ່​ຈໍາ​ເປັນ ເພື່ອ​ປົກ​ປ້ອງ​ພົນລະ​ເຮືອນ.

XS
SM
MD
LG