ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Libya ຍິນດີໃຫ້ມີ ການປະຕິຮູບ ທາງການເມືອງ


ໂຄສົກລັດຖະບານ Libya ທ່ານ Mussa Ibrahim
ໂຄສົກລັດຖະບານ Libya ທ່ານ Mussa Ibrahim

ລັດຖະບານ Libya ກ່າວວ່າ ຕົນແມ່ນເປີດກວ້າງເພື່ອໃຫ້
ມີການປະຕິຮູບທາງການເມືອງ,ແຕ່ບໍ່ເຫັນດ້ວຍກັບຄວາມຄິດ
ທີ່ຈະໃຫ້ Moammar Gadhafi ສະລະອໍານາດ.

ໂຄສົກລັດຖະບານທ່ານ Mussa Ibrahim ໄດ້ກ່າວວ່າ
Libya ແມ່ນເປີດກວ້າງເພື່ອໃຫ້ມີການປ່ຽນແປງທາງດ້ານ
ການເມືອງ ການເລືອກຕັ້ງ ຫຼືໃນດ້ານລັດຖະທໍາມະນູນ,
ແຕ່ກ່າວເພີ່ມຕື່ມວ່າ ທ່ານ Moammar Gadhafi ຕ້ອງ
ເປັນຜູ້ນໍາພາ ໃນໄລຍະຂ້າມຜ່ານ.

ໜັງມືພິມ New York Times ໄດ້ລາຍງານກ່ອນໜ້ານີ້
ວ່າມີຢ່າງນ້ອຍລູກຊາຍ 2 ຄົນຂອງຜູ້ນໍາ Lybia ໄດ້ສະ
ເໜີໃຫ້ທ່ານ Gadhafi ສະລະອໍານາດໃຫ້ແກ່ລັດຖະບານ
ໃນໄລຍະຂ້າມຜ່ານທີ່ຖືກຕ້ອງຕາມລັດຖະທໍາມະນູນ
ແບບປະຊາທິປະໄຕພາຍໃຕ້ການ ນຳພາຂອງລູກຊາຍ
Gadhafi ຄືທ້າວ Saif al-Islam Gadhafi. ທ້າວ Saif ຊຶ່ງໄດ້ຈັບຕາເບິ່ງມາເປັນ
ເວລາດົນນານແລ້ວວ່າຈະເປັນຜູ້ສືບທອດອໍານາດຄົນຕໍ່ໄປ ຕໍ່ຈາກທ່ານ Gadhafi
ກ່ອນທີ່ຄວາມບໍ່ສະງົບທາງການເມືອງໃນປັດຈຸບັນນີ້ໄດ້ເກີດຂຶ້ນ. ພວກຜູ້ນໍາກະບົດ
ບໍ່ໄດ້ໃຫ້ຄວາມສຳຄັນຕໍ່ຄວາມຄິດດັ່ງກ່າວ.

ໃນວັນຈັນວານນີ້ ລັດຖະມົນຕີການຕ່າງປະເທດ ອີຕາລີ ທ່ານ Franco Frattini ໄດ້ກ່າວ
ວ່າ ອີຕາລີ ຕັດສິນທີ່ຈະຮັບຮູ້ພວກກະບົດຫຼືພວກຕໍ່ຕ້ານລັດຖະບານໃນ Libya ທີ່ເອີ້ນ ຕົນເອງວ່າສະພາແຫ່ງຊາດໃນໄລຍະຂ້າມຜ່ານນັ້ນ ເປັນຜູ້ຕາງໜ້າປະຊາຊົນຊາວ Libya.
ທ່ານຍັງກ່າວວ່າ ອີຕາລີ ວາງແຜນທີ່ຈະສົ່ງທູດພິເສດ ໄປເມືອງ Benghazi ໃນພາກຕາ
ເວັນອອກຂອງລີເບຍ ຊຶ່ງເປັນທີ່ໝັ້ນຂອງພວກກະບົດ ໃນອີກສອງສາມມື້ຂ້າງໜ້ານີ້.

ການຮັບຮູ້ຂອງອີຕາລີ ໄດ້ມີຂຶ້ນລຸນຫຼັງທີ່ຝຣັ່ງ ແລະ Qatar ໄດ້ຮັບຮູ້ຄະນະປົກຄອງຂອງ
ພວກກະບົດ Libya. ທັງ Qatar ແລະອີຕາລີແມ່ນມີຮຸ້ນສ່ວນໃນອຸດສາຫະກໍານໍ້າມັນໃນ
Libya.

ລາຍງານຂ່າວແຈ້ງໃຫ້ຊາບວ່າ ຄາດວ່າ ພວກກຸ່ມກະບົດ ຈະໄດ້ສົ່ງນໍ້າມັນຢ່າງເປັນອິດສະຫຼະ ອອກໄປຕ່າງປະເທດຄັ້ງທໍາອິດໃນວັນອັງຄານມື້ນີ້ ບາງທີອາດຈະສົ່ງໄປຍັງ Qatar.

XS
SM
MD
LG