ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັນທະມິດຂອງ ລຸກຊຳເບີກ ລົ້ມເຫລວ ພາຍໃຕ້ທ່ານແບັດແຕລ໌ ເນື່ອງຈາກ ພັກສີຂຽວ ເສຍການເລືອກຕັ້ງທີີ່ສູສີກັນ


ລັດຖະມົນຕີເສລີນິ​ຍົມ ລຸກຊຳເບີກ ທ່ານ ຊາວີເອ ແບັດແຕລ ກາງ ກຳລັງປ່ອນບັດລົງຄະແນນສຽງ ໃນຂະນະທີສາມີ ທ່ານ Gauthier Destenay ຂວາ ຢືນເບິ່ງ ໃນການເລືອກຕັ້ງທີ່ ລຸກຊໍາເບີກ, ວັນທີ 8 ຕຸລາ 2023
ລັດຖະມົນຕີເສລີນິ​ຍົມ ລຸກຊຳເບີກ ທ່ານ ຊາວີເອ ແບັດແຕລ ກາງ ກຳລັງປ່ອນບັດລົງຄະແນນສຽງ ໃນຂະນະທີສາມີ ທ່ານ Gauthier Destenay ຂວາ ຢືນເບິ່ງ ໃນການເລືອກຕັ້ງທີ່ ລຸກຊໍາເບີກ, ວັນທີ 8 ຕຸລາ 2023

ພັນ​ທະ​ມິດສາມພັກການ​ເມືອງຂອງປະ​ເທດ ລຸກຊຳເບີກ ທີ່ນຳພາໂດຍນາຍົກ ລັດຖະມົນຕີເສລີນິ​ຍົມ ທ່ານ ຊາວີເອ ແບັດແຕ​ລ໌ ໄດ້ເສຍການ​ກຳອຳນາດທີ່​ດົນ​ນານເປັນ​ທົດ​ສະ​ວັດ​ຂອງ​ເຂົາ​ເຈົ້າໃນການເລືອກຕັ້ງສະພາແຫ່ງ​ຊາດທີ່ສູສີກັນ ເຊິ່ງສ່ວນໃຫຍ່ເປັນ​ຍ້ອນ​ຜົນ​ງານທີ່​ອ່ອນ​ແອໂດຍພັກສີຂຽວ. ນັ້ນແມ່ນອີງຕາມ ຜົນການເລືອກຕັ້ງໃນຕອນເຊົ້າຂອງວັນຈັນມື້ນີ້, ອີງ​ຕາມ​ອົງ​ການ​ຂ່າວ AP.

ພັກ DP ເສລີນິ​ຍົມ ຂອງທ່ານ ແບັດແຕລ໌ ໄດ້ຂຶ້ນມາ​ມີ​ບ່ອນ​ນັ່ງຈາກ 12 ຫາ 14 ບ່ອນນັ່ງສະ​ພາ​ຕ່ຳ​ທີ່​ມີ 60 ບ່ອນນັ່ງໃນວັນອາທີິດວານນີ້ ແລະພັກສັງຄົມ ນິຍົມ LSAP ຍັງໄດ້ອີກ ນຶ່ງບ່ອນນັ່ງເປັນ 11 ບ່ອນນັ່ງ. ແຕ່ວ່າພັກສີຂຽວ ໄດ້ຫຼຸດ​ລົງຈາກ 9 ບ່ອນ​ນັ່ງ​ເປັນ 4 ບ່ອນນັ່ງ.

ພັກຄຣິສຕຽນປະຊາທິປະໄຕ CSV ຍັງຄົງ​ເປັນພັກດຽວທີ່ໃຫຍ່ສຸດໃນສະພາ ແຫ່ງ​ຊາດດ້ວຍ 21 ບ່ອນນັ່ງ ແລະຈະເປັນຜູ້ໄກ່ເກຍທີ່ມີອຳນາດເພື່ອ​ຕັ້ງລັດ ຖະບານ​ຊຸດຕໍ່ໄປ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG