ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນ​ຕີ Luxembourg ທ່ານ Jean-Claude Juncker ຊະນະເລືອກຕັ້ງອີກ (ວີດີໂອ)


ນາຍົກລັດຖະມົນ​ຕີ Jean-Claude Juncker ຜູ້​ທີ່​ໄດ້​ກໍາ​ອໍາ
ນາດ ມາ​ຕັ້ງ​ແຕ່​ປີ 1995 ໄດ້ໂຊຊະນະການເລືອກຕັ້ງອີກ
ນາຍົກລັດຖະມົນ​ຕີ Jean-Claude Juncker ຜູ້​ທີ່​ໄດ້​ກໍາ​ອໍາ ນາດ ມາ​ຕັ້ງ​ແຕ່​ປີ 1995 ໄດ້ໂຊຊະນະການເລືອກຕັ້ງອີກ
ຜູ້​ນໍາລັດຖະບານ​ທີ່​ຄອງ​ຕໍາ​ແໜ່​ງມາ​ເປັນ​ເວລາ​ດົນ​ນານ​ທີ່​ສຸດ​
ຂອງຢູ​ໂຣບ ​ໄດ້​ອ້າງ​ເອົາ​ໄຊຊະນະ ຫລັງ​ຈາກ​ພັກ​ຂອງ​ທ່ານ ​ໄດ້​
ຮັບ​ຄະ​ແນນນໍາໜ້າ​ຢ່າງ​ແຈ້ງ​ຂາວ ໃນ​ການ​ເລືອກ​ຕັ້ງກ່ອນ​ກໍາ
ນົດ ຂອງ​ປະ​ເທດ Luxembourg ​ໃນ​ວັນ​ອາທິດ​ວານ​ນີ້.

ນາຍົກລັດຖະມົນ​ຕີ Jean-Claude Juncker ຜູ້​ທີ່​ໄດ້​ກໍາ​ອໍາ
ນາດມາ​ຕັ້ງ​ແຕ່​ປີ 1995 ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ທ່ານ​ຈະ​ພະຍາ
ຍາມ​ປະກອບ​ລັດຖະບານ​ໃໝ່ຂຶ້ນ ຫລັງ​ຈາກ​ພັກ ປະຊາຊົນ ສັງ
ຄົມ​ນິຍົມຄຣິສຕຽນ ຂອງ​ທ່ານ​ໄດ້​ຮັບ​ບ່ອນ​ນັ່ງ 23 ບ່ອນ​ ​ຂອງ​
ຈໍານວນ​ 60ບ່ອນ​ນັ່ງ​ໃນ​ສະພາ ຊຶ່ງ​ແມ່ນ​ຫລຸດ​ລົງ​ມາ​ຈາກ 26 ບ່ອນ​ນັ່ງ​ໃນ​ເມື່ອ​ກ່ອນ ຫລັງ​ຈາກ​ທີ່ພັກຍາດ​ມາ​ໄດ້ປະມານ 34 ​ເປີ​ເຊັນຂອງ​ຄະ​ແນນ​ສຽງ​ ໃນ​ການ​ປ່ອນ​ບັດວັນ​ອາທິດ​ວານ​ນີ້ ປຽບທຽບ​ໃສ່ 38 ​ເປີ​ເຊັນ​ ເມື່ອ​ສີ່​ປີ​ກ່ອນ.

Luxembourg ​ເປັນ​ປະ​ເທດ​ນ້ອຍທີ່​ສຸດ​ໃນ​ໂລກ ​ແຕ່​ວ່າ​ເປັນ​ປະ​ເທດນຶ່ງ​ໃນ​ຈໍານວນ​ປະ​ເທດທີ່​ຮັ່ງ​ທີ່​ສຸດ.

ການ​ເລືອກ​ຕັ້ງ ທີ່​ໄດ້​ມີ​ກໍານົດຈະ​ຈັດ​ຂຶ້ນໃນ​ເດືອນມິຖຸນາປີໜ້າ ​ໄດ້​ຖືກເລື່ອນຍ້າຍ​ຂຶ້ນມາ
ລຸນ​ຫລັງ​ທີ່​ມີ​ຂ່າວ​ນອງ​ນັນ ​ທີ່​ພົວພັນ​ກັບການ​ປະ​ພຶດທີ່​ບໍ່​ດີ​ຂອງພະ​ແນ​ກຕໍາຫລວດ​ລັບ.
ພັກ​ນຶ່ງ​ທີ່​ຮ່ວມ​ໄດ້ລັດຖະບານ​ປະສົມ​ ຂອງທ່ານ Junker ​ໄດ້​ຖອນ​ການ​ສະໜັບສະໜຸນ
ນາຍົກລັດຖະມົນຕີ ແລະ​ຢືນ​ຢັດ​ໃຫ້​ທ່ານ​ຮັບເອົາ​ຄວາມ​ຮັບຜິດ​ຊອບ​ ສໍາ​ລັບ​ຂ່າວ​ນອງ
​ນັນດັ່ງກ່າວ

luxembourg
please wait
Embed

No media source currently available

0:00 0:01:16 0:00
XS
SM
MD
LG