ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າຊາຍ Guillaume ອະພິເສກ ສົມລົດ ກັບເຈົ້າຍິງ Stephanie de Lannoy (ສະໄລດ໌)


ພິທີອະພິເສກສົມ ຂອງອົງຣັດຊະທາຍາດ ແຫ່ງ Luxembourg
ພິທີອະພິເສກສົມ ຂອງອົງຣັດຊະທາຍາດ ແຫ່ງ Luxembourg
ເຈົ້າຊາຍ Guillaume ຂອງ Luxembourg ໄດ້ອະພິເສກ
ສົມລົດ ກັບຂຸນນາງ Stephanie de Lannoy ຂອງປະເທດ
Belgium ໃນພິທີອະພິເສກສົມລົດທີ່ຈັດຂຶ້ນຢ່າງພິຖີພິຖັນ
ຕາມສາສະໜາຄາໂທລິກ ຊຶ່ງເປັນງານອະພິເສກສົມລົດຂອງ
ເຊື້ອພະວົງ ທີ່ໃຫຍ່ທີ່ສຸດຂອງປະເທດດັ່ງກ່າວ ໃນຮອບຫລາຍ
ທົດສະວັດຜ່ານມານີ້.

ອົງຣັດຊະທາຍາດຂອງ Luxembourg ແລະເຈົ້າສາວຂອງ
ພະອົງ ໄດ້ອະພິເສກສົມ ລົດກັນ ທີ່ພະວິຫານ Our Lady of
Luxembourg ໃນວັນເສົາວານນີ້. ບັນດາເຊື້ອພະວົງຈາກທົ່ວ
ໂລກ ຊຶ່ງລວມມີ ເຈົ້າຊາຍ Edward ຂອງອັງກິດ ແລະອົງມົງ
ກຸດຣາດຊະກຸມມານ Naruhito ຂອງຍີ່ປຸ່ນ ກໍໄດ້ໄປຮ່ວມພິທີ ອະພິເສກສົມລົດອັນຍິ່ງໃຫຍ່ດັ່ງກ່າວ.

ເຈົ້າສາວໄດ້ນຸ່ງຊຸດອະພິເສກສົມລົດ ທີ່ເປັນຜ້າລູກໄມ້ສີງາຊ້າງ ປະດັບດ້ວຍລາຍດອກ ດວງສີເງິນ ແລະຜົມຂອງອົງຍິງ ໄດ້ປ່ອຍລົງທາງຫລັງ ແລະປົກດ້ວຍຕາໜ່າງປົກຜົມ ທີ່ມີຄວາມຍາວເທົ່າກັບຊຸດຂອງອົງຍິງ. ສ່ວນພວກທີ່ຕິດຕາມອົງຍິງ ແມ່ນໃສ່ຊຸດຍາວ ສີເຫຼືອງອ່ອນອອກໝາກກ້ຽງ ຫຼືສີໝາກອາພຣິຄັອດ.

ລຸນຫລັງພິທີ ຄູ່ອະພິເສກສົມລົດໃໝ່ດັ່ງກ່າວ ໄດ້ຈູບກັນທີ່ລະບຽງຂອງພະຣາຊະວັງ ຕໍ່ໜ້າຝູງຊົນ ທີ່ໄປສະແດງຄວາມຍິນດີຕໍ່ພວກພະອົງທັງສອງ.

ເຈົ້າຊາຍ Guillaume ຈະເຮັດຄືກັບເຈົ້າ Henri ພະບິດາຂອງພະອົງ ຊຶ່ງກໍຄື ເປັນຂຸນ ນາງໃຫຍ່ຂອງ Luxembourg ໃນລຸ້ນຕໍ່ໄປ. ປະເທດນ້ອຍໆດັ່ງກ່າວນີ້ ມີພົນລະເມືອງ ປະມານ 5 ແສນຄົນ.

ເບິ່ງສະໄລດ໌ຮູບພິທີອະພິເສກສົມລົດຂອງເຈົ້າຊາຍ Luxembourg

XS
SM
MD
LG