ຊາວເອເຊຍນັບແຕ່ນະຄອນຫຼວງຮ່າໂນ່ຍຂອງຫວຽດນາມ
ໄປຈົນເຖິງ ນະຄອນຫຼວງພຽງຢາງຂອງເກົາຫຼີເໜືອ ໄດ້ພາ
ກັນຕ້ອນຮັບການມາຮອດມາເຖິງຂອງປີໃໝ່ທາງຈັນທະຄະ
ຕິ ດ້ວຍການຈູດບັ້ງໄຟດອກ ການສວດມົນພາວະນາ ແລະ
ການພົບພໍ້ກັນຂອງສະມາຊິກໃນຄອບຄົວ.
ການຈູດບັ້ງໄຟດອກຂະໜາດໃຫຍ່ເຮັດໃຫ້ທ້ອງຟ້າຂອງນະ
ຄອນຫຼວງປັກກິ່ງ ແລະນະຄອນຊຽງໄຮ້ ສະຫວ່າງສະໄຫວ
ຂະນະທີ່ຢູ່ເກົາຫຼີເໜືອ ພວກເດັກນ້ອຍ ພາກັນແລ່ນຫວ່າວ
ແລະລະຫຼິ້ນຕ່າງໆແບບທີ່ເຄີຍເຮັດກັນມາຕາມປະເພນ ໃນ
ຂະນະທີ່ສ່ວນໃຫຍ່ຂອງຊາວເອເຊຍພວມພາກັນສະເຫຼີມສະຫຼອງຄວາມມັ່ງຄັ່ງສົມບູນ
ທີ່ຄາດວ່າ ປີເຖາະ ຫຼືປີກະຕ່າຍຈະນຳມາໃຫ້ນັ້ນ.
ທີ່ກຸງວໍຊິງຕັນປະທານາທິບໍດີສະຫະລັດທ່ານບາຣັກໂອບາມາໄດ້ສົ່ງຄຳອວຍພອນໃຫ້
ມີສັນຕິພາບ ຄວາມອຸດົມຮັ່ງມີ ແລະສຸກຂະພາບເຂັ້ມແຂງ ໄປຍັງທຸກໆຄົນທີ່ພວມພາ
ກັນສະເຫຼີມສະຫຼອງໂອກາດດັ່ງກ່າວ.
ທ່ານໂອບາມາໃຫ້ຂໍ້ສັງເກດວ່າວັນຂຶ້ນປີໃໝ່ດັ່ງກ່າວຍັງມີການສະເຫຼີມສະຫຼອງ ໂດຍ
ຊາວອະເມຣິກັນເຊື້ອສາຍເອເຊຍຢູ່ຕາມຫົວເມືອງນ້ອຍໃຫຍ່ຕ່າງໆໃນທົ່ວສະຫະລັດ.