ຜູ້ຄົນເປັນຈຳນວນຫລວງຫລາຍ ໃນທົ່ວຂົງເຂດປາຊິຟິກ ເລີ້ມສະຫຼອງການມາຮອດມາ ເຖິງຂອງປີໃໝ່ ໃນທາງຈັນທະຄະຕິ ໃນວັນເສົາມື້ນີ້ ຊຶ່ງປີນີ້ແມ່ນປີລະກາ ຫຼືປີໄກ່.
ຢູ່ທີ່ປະເທດຈີນ ຫລາຍພັນຄົນໄປເຕົ້າໂຮມກັນຢູ່ຕາມວັດຕ່າງໆໃນນະຄອນຫຼວງປັກກິ່ງ ເພື່ອໄຕ້ທູບກົ້ມຫົວໃຫວ້ ໃນຂະນະທີ່ເຂົາເຈົ້າພາກັນໃຫວ້ວອນ ໃຫ້ໄດ້ຮັບໂຊກລາບ ແລະມີສຸຂະພາບພະລານະໄມດີ.
ປະຊາຊົນຈຳນວນນຶ່ງໃນນະຄອນປັກກິ່ງ ພາກັນເດີນທາງໄປສວນ Badachu ເພື່ອຕີລະຄັງທີ່ມີອາຍຸເກົ່າແກ່ໃນສະໄໝຣາຊະວົງໝິງ ທີ່ໄດ້ປົກຄອງປະເທດມາ ເປັນເວລາດົນກວ່າ 200 ປິ ໃນສັດຕະວັດທີ 14.
ສ່ວນຢູ່ທີ່ແຂວງ Jilin ທາງພາກຕາເວັນອອກສຽງເໜືອຂອງປະເທດ ຜູ້ຄົນພາ ກັນຕ້ອນ ຮັບ ການມາເຖິງຂອງປີໃໝ່ ດ້ວຍການຟ້ອນ Yangko ທີ່ເປັນການຟ້ອນພື້ນເມືອງ.
ຢູ່ໃນນະຄອນໄທເປ ປະເທດເກາະໄຕ້ຫວັນ ຜູ້ຄົນພາກັນໄຫວ້ວອນຂໍໃຫ້ໂຊກລາບ ແລະຮັ່ງມີ ຢູ່ທີ່ວັດເກົ່າແກ່ປະຫວັດສາດ Longshan.
ຢູ່ທີ່ເມືອງ Injingak ໃນເກົາຫລີໃຕ້ ປີໃໝ່ໃນທາງຈັນທະຄະຕິ ເປັນເວລາລະ ນຶກເຖິງບັນດາຍາດຕິພີ່ນ້ອງ ທີ່ໄດ້ພັດພາກຈາກເຂົາເຈົ້າໄປເປັນເວລາຫລາຍທົດສະວັດທີ່ຜ່ານມາ. ອີງຕາມຮີດຄອງປະເພນີແລ້ວ ລູກຊາຍກົກເປັນຜູ້ມອບເຂົ້າ ຕົ້ມ ໝາກໄມ້ ແລະປາ ໂດຍນຳໄປວາງໄວ້ຢູ່ແທ່ນບູຊາ.
ໃນການສະຫຼອງວັນປີໃໝ່ ຢູ່ແຄມແມ່ນໍ້າ Imjin ທີີ່ແຂງກະດ້າງ ພວກຜູ້ຊາຍທີ່ ເຖົ້າແກ່ຈຳນວນນຶ່ງ ພາກັນໄຫວ້ວອນຢູ່ທີ່ນັ້ນ. ບາງຄົນ ພາກັນຍ່າງໜີໄປ ດ້ວຍນໍ້າຕາໃນຄວາມຊົງຈຳເຖິງການສູນເສຍບັນດາສະມາຊິກໃນຄອບຄົວເວລາແຫຼມເກົາຫລີ ໄດ້ແບ່ງອອກເປັນເກົາຫລີເໜືອ ແລະເກົາຫລີໃຕ້.