ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຄົນພາກັນສະເຫລີມສະຫລອງ ວັນປີໃໝ່ຈັນທະຄະຕິ ໃນເອເຊຍແລະທົ່ວໂລກ (ເບິ່ງສະໄລດ໌ກັບວີດີໂອ)


ການສະຫລອງວັນປີໃໝ່ຈີນທີ່ກຸງລອນດອນ, ອັງກິດ.
ວັນທີ 23 ມັງກອນ 2012.
ການສະຫລອງວັນປີໃໝ່ຈີນທີ່ກຸງລອນດອນ, ອັງກິດ. ວັນທີ 23 ມັງກອນ 2012.

ບັນດາຜູ້​ຄົນ​ກໍາ​ລັງ​ພາກັນສະ​ເຫລີ​ມສະຫລອງຕ້ອນຮັບ​ປີ​ໃໝ່​ຈັນທະ​ຄະ​ຕິ ​ໂດຍ​ການ​ຈູດ
ໝາກກະ​ໂພ​ກຢູ່ໃນ​ຂົງ​ເຂດເອ​ເຊຍ ​ແລະທົ່ວ​ໂລກ

ວັນ​ຈັນມື້​ນີ້ ແມ່ນ​ຂີດໝາຍ​ວັນ​ຂຶ້ນ​ປີໃໝ່​ຈີນ​ ຊຶ່ງ​ໄດ້ໝູນ​ວຽນມາຄົບຮອບ 12 ປີຂອງ​ປະຕິ​ທິ​ນຈັນທະ​ຄະ​ຕິຂອງ​ຈີນ ຊຶ່ງ​ເປັນປີ​ມະ​ໂລງ ຫລື​ງູ​ໃຫຍ່. ຄວາມ​ລຶກລັບ​ແລະອໍານາດ​ຂອງ​ງູໃຫຍ່ ແມ່ນ​ສັນຍາ​ລັກ​ແຫ່ງ​ຄວາມ​ຈົ່ງ​ຮັກ​ພັກດີ ​ແລະໂຊກ​ລາບ ແລະ​ສໍາລັບຜູ້​ທີ່​ເຫລື້ອມໄສແລ້ວ​ ເຊື່ອວ່າ ປີ​ນີ້​ແລະ​ຜູ້​ທີ່ເກີດ​ໃນປີ​ນີ້ ຈະ​ພຽບພ້ອມ​ໄປ​ດ້ວຍ​ຄຸນລັກສະນະດັ່ງ​ກ່າວ

ເບິ່ງຮູບສະຫລອງປີໃໝ່ຈີນ ໃນທົ່ວໂລກ:

ໃນ​ສານ​ປີ​ໃໝ່​ນັ້ນ ນາ​ຍົກ​ລັດຖະມົນຕີ​ສິງກະ​ໂປ ທ່ານ Hsien Loong ກ່າວ​ວ່າ ທ່ານ​ມີ​
ຄວາມ​ຫວັງ​ຢ່າງ​ແຮງ​ກ້າ​ວ່າ ​ສັນຍາ​ລັກອັນ​ເປັນ​ສິລິ​ມົງຄຸນດັ່ງ​ກ່າວນີ້ ຈະຊຸກຍູ້​ໃຫ້​ບັນດາ
ເພື່ອນ​ຮ່ວມ​ຊາດ​ຂອງທ່ານພາກັນເອົາ ລູກ​ຫລາຍ​ຂຶ້ນ. ສິງກະ​ໂປ​ກໍາລັງ​ປະສົບກັບ​ສະຖິຕິ
ການ​ເກີດ​ທີີ່ຕໍ່າ​ທີ່​ສຸດ ​ແລະຈໍານວນ​ປະຊາກອນ​ລຸດ​ລົງ ​ແຕ່​ວ່າ​ສິງກະ​ໂປໄດ້​ພົບ​ເຫັນວ່າ​
ມີ​ການ​ເກີດ​ຫລາຍ​ຂຶ້ນໃນ​ປີ​ມະ​ໂລງທີ່​ຜ່ານໆມາ

ປະ​ເທ​ດ​ເອ​ເຊຍ​ອື່ນໆຫລາຍໆ​ປະ​ເທດ​ ກໍ​ຄາດ​ວ່າ​ຈະ​ມີ​ການ​ເກີດ​ສູງ​ຂຶ້ນ​ໃນ​ປີ​ຈະ​ມາ​ນີ້​ເຊ່ນ
ກັນຈາກ​ບັນ​ດາ​ພໍ່​ແມ່ທີ່ສະ​ແຫວງຫາປະ​ໂຫຍ​ດຈາກຄວາ​ມຮັ່ງມີ ​ໂຊກ​ລາບ ​ແລະ​ຄວາມ​ກ້າ
ຫານ ທີ່ກ່າວ​ກັນ​ວ່າ ຈະ​ໄດ້​ມາ​ຈາກເດັກນ້ອຍ​ທີ່​ເກີດ​ໃນປີ​ມະ​ໂລງ​ນັ້ນ.

ເບິ່ງວີດີໂອ ຊາວຈີນທໍາການກະກຽມເພື່ອສະເຫລີມສະຫລອງກຸດຈີນ ຢູ່ນິວຢອກ:

XS
SM
MD
LG