ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວເອເຊຍຫລາຍລ້ານຄົນ ເລີ້ມສະຫລອງ ປີໃໝ່ ປີເຖາະ ຫລີປີກະຕ່າຍ


ຊາວເອເຊຍສະຫລອງປີໃໝ່ ຄືປີເຖາະ ຫລີປີກະຕ່າຍ ພວກເດັກນ້ອຍ
ກໍາລັງຈັດສະແດງຂອງຂວັນຮູບປັ້ນກະຕ່າຍ
ຊາວເອເຊຍສະຫລອງປີໃໝ່ ຄືປີເຖາະ ຫລີປີກະຕ່າຍ ພວກເດັກນ້ອຍ ກໍາລັງຈັດສະແດງຂອງຂວັນຮູບປັ້ນກະຕ່າຍ

ຊາວເອເຊຍຫລາຍລ້ານຄົນພາກັນເລີ້ມສະ​ເຫລີ​ມສະຫລອງປີໃໝ່ຈັນທະຄະຕິ ຫລືທີ່ເອີ້ນກັນ ວ່າກຸດຈີນນັ້ນ ​ໃນວັນທີ່ 3 ເດືອນກຸມພາ ມື້​ອື່ນນີ້ ແຕ່ຕາມທີ່ຜູ້ສື່ຂ່າວວີໂອເອ Heda Bayron ລາຍງານຈາກບາງກອກນັ້ນ ກໍແມ່ນວ່າ ປີເຖາະ ຫລືປີກະຕ່າຍປີນີ້ ຄາດວ່າຈະ ນໍາເອົາຄວາມບໍ່ແນ່ນອນຕ່າງໆນາໆ ມາສູ່ຂົງເຂດ.

ຢູ່ທົ່ວປະເທດຈີນ ປະຊາຊົນຫລາຍລ້ານຄົນ ໄດ້ພາກັນອອກ
ເດີ​ນທາງ ຊຶ່ງສໍາລັບ​ບາງ​ຄົນກໍ​ໃຊ້​ເວລາ​ເປັນ​ຫລາຍໆ​ມື້ ກັບ
ຕ່າວຄືນສູ່ບ້ານ​ເກີດຂອງພວກເຂົາເຈົ້າ ເພື່ອສະຫລອງປີໃໝ່ ຫລືກຸດຈີນ.

ໂຮງການ ໂຮງຈັກ ໂຮງງານສ່ວນຫລາຍ ໄດ້ປິດລົງເປັນ
ເວລາຫລາຍໆມື້ ເລີ້ມຕັ້ງແຕ່ວັນເສົາຜ່ານມານີ້ ແລະ
ພວກຄົນງານຈາກ​ເຂດ​ຊົນນະບົດ ທີ່​ພາກັນ​ເຂົ້າ​ໄປ​ເຮັດ
ວຽກຢູ່​ໃນ​ຫົວ​ເມືອງ​ໃຫຍ່ໆ ​ແມ່ນ​ໄດ້​ໄປອັ່ງອໍກັນຢູ່ເທິງ
ລົດໄຟແລະລົດເມ ​ເພື່ອເດີນທາງ​ກັບ​ເມືອ​ບ້ານ. ສໍາລັບ
ບາງຄົນແລ້ວ ນີ້​ແມ່ນ​ໂອກາດ​ດຽວ​ຂອງ​ພວກ​ເຂົາ​ເຈົ້າ​
ທີ່​ຈະ​ໄດ້ກັບໄປພົບພໍ້ຢ້ຽມຢາມພວກພີ່ນ້ອງຂອງເຂົາເຈົ້າ
ໃນ​ແຕ່ລະປີ. ກະຊວງລົດໄຟຂອງຈີນທໍານາຍວ່າ ຈະມີ
ຜູ້ໂດຍສານເດີນທາງໄປມາ ໃນລະດູນີ້ ຈໍານວນ 230
ລ້ານຄົນ ຊຶ່ງເພີ່ມຂື້ນ 12.5 ເປີເຊັນຈາກສະຖິຕິປີຜ່ານມາ.

ບາງຄົນກໍເດີນທາງໄປສະຫລອງກັນທີ່ເກາະຮ່ອງກົງ ບ່ອນທີ່ອົງການທ່ອງທ່ຽວຂອງເກາະ ​
ໄດ້ໃຊ້ຈ່າຍເງິນປະມານສອງລ້ານໂດລາ ເພື່ອດຶງດູດເອົາພວກນັກທ່ອງທ່ຽວຈາກຈີນແຜ່ນ
ດິນໃຫຍ່ ​ໃຫ້​ໄປ​ເບິ່ງ​ໄປ​ຊົມການສວນສະໜາມ ​ແລະ​ຂະ​ບວນ​ແຫ່ວັນປີໃໝ່ປະ​ຈໍາປີຢູ່​ທີ່​ນັ້ນ.

ພວກທີ່ອາໃສຢູ່ເກາະຮ່ອງກົງແລະໃຕ້ຫວັນ ກໍພາກັນເດີນທາງ​ໄປ​ທ່ຽວ​ໃນ​ລະຫວ່າງເທດ
ສະການປີ​ໃໝ່​ນີ້​ເຊ່ນ​ກັນ ​ໂດຍໄດ້ຈອງຕົ໋ວເຄຶ່ອງບິນໄວ້ລ່ວງໜ້າຫລາຍໆເດືອນເພື່ອສວາຍ
ໂອກາດໃນວັນພັກສາມມື້ນັ້ນ.

ຕາມປະຕິທິນທາງ​ດາ​ລາ​ສາດຂອງຈີນນັ້ນ ປີໃໝ່ທີ່​ເລີ້ມ​ຂຶ້ນ​ໃນວັນທີ 3 ເດືອນກຸມພານີ້
ແມ່ນປີເຖາະ ຫລືປີກະຕ່າຍ ຊຶ່ງພວກຊ່ຽວຊານຕໍາລາຫວງຈຸ້ຍຂອງຈີນກ່າວວ່າ ເປັນປີທີ່
ຈະມີຂີດ​ໝາຍ​ທີ່​ປະກອບ​ດ້ວຍສະພາບການຂື້ນໆລົງໆ ແລະຂໍ້ຂັດແຍ້ງກັນນາໆປະການ.

ຕໍາລາຫວງຈຸ້ຍ ​ແມ່ນເປັນລະບົບຄວາມເຊື່ອຖືທີ່ນິຍົມກັນຢ່າງແຜ່ຫລາຍອັນນຶ່ງຂອງຈີນ
ຊຶ່ງເປັນລະບົບທີ່ຖືເອົາຄວາມ​ສອດ​ຄ້ອງ​ກັນ​ໃນລະຫວ່າງຫ້າ​ທາດຫລັກຂອງທໍາມະຊາດ
ອັນມີ ນໍ້າ ໄມ້ ດິນ ໄຟ ແລະເຫລັກ ນັ້ນ.

ທະນາຄານການລົງທຶນ CLSA Asia Pacific Markets ພິມ​ເຜີຍ​ແຜ່ລາຍງານປະຈໍາ
ປີວ່າ​ດ້ວຍຫວງຈຸ້ຍ ກ່ຽວ​ກັບຕະຫລາດຫຸ້ນ. ສໍາລັບປີນີ້ ລາຍງານບອກໃຫ້ພວກນັກລົງ
ທຶນທັງຫລາຍ ຈົ່ງຊື້ຫຸ້ນທີ່ກ່ຽວກັບເຫລັກ ການເດີນເຮືອ ສາຍການບິນ ການເງິນ ແລະ
ການພະນັນ ເພື່ອສວາຍ​ປະໂຫຍ​ດຈາກ​ທາດເຫລັກແລະທາດນໍ້າທີ່ເຂັ້ມແຂງ ໃນລະຫວ່າງ ປີເຖາະນີ້.

ທ່ານ Phillip Chow ນັກວິ​ເຄາະ​ທີ່ທະນາຄານລົງທຶນ CLSA ທີ່ຮ່ອງກົງ ກ່າວວ່າ ຫຸ້ນທັງຫລາຍທີ່ກ່ຽວກັບທາດດິນນັ້ນ ​ແມ່ນຈະບໍ່​ກ້າວໜ້າ. ທ່ານ Chow ກ່າວວ່າ:

“ການມີໜ້າຂອງທາດໄມ້ແມ່ນບໍ່ດີ ສໍາລັບທາດດິນ ໃນຕໍາລາຫວງຈຸ້ຍຂອງຈີນ ​ແລະພາກສ່ວນຕ່າງໆທີ່ບໍ່ຄ່ອຍຄຶກຄັກປານໃດນັ້ນ ກໍຈະແມ່ນ ທຸລະກິດຊື້-ຂາຍ
ດິນແລະບ້ານ ທຸລະ​ກິດກໍ່ສ້າງ ແລະວັດຖຸກໍ່ສ້າງ.”

ໃຕ້ຫວັນ ສິງຄະໂປ ເກົາຫລີໃຕ້ ແລະຫວຽດນາມ ກໍຈະທໍາການສະເຫລີມສະຫລອງປີໃໝ່ນີ້
ເຊັ່ນກັນ. ທີ່ປະເທດໄທນັ້ນ ເຖິງແມ່ນວ່າຊາວ​ໄທ​ສ່ວນ​ໃຫຍ່ຈະສະຫລອງປີໃໝ່​ໃນ​ຍາມ​ສົງ
ການ​ກໍ​ຕາມ ​ແຕ່ຢູ່ໃນບາງກອກນັ້ນ ບັນດາຮ້ານສັບພະສິນຄ້າ​ໃຫຍ່ໆກໍພາກັນເອ້ຍ້ອງດ້ວຍ
ຮູບກະຕ່າຍ ແລະບໍລິ​ການອາຫານຈີນຕ່າງໆ.

ແຕ່ວ່າລາຄາອາຫານທີ່ຖີບຕົວສູງຂື້ນກວ່າເກົ່ານັ້ນ ເຮັດໃຫ້ບັນຍາກາດການສະເຫລີມສະ
ຫລອງຊົບເຊົາລົງ. ໃນຫວຽດນາມ ພວກອຸບປະໂພກບໍລິໂພກພາກັນຈົ່ມວ່າກ່ຽວກັບນໍ້າ
ມັນຄົວກິນທີ່ແພງຫລາຍ ຈໍາພວກໝາກໄມ້ ແລະດອກໄມ້ທີ່ໃຊ້ເອ້ຫລືປະດັບຕາມປະເພນີ
ນັ້ນ ກໍແພງຂື້ນເຊັ່ນດຽວກັນ ກໍຄືລາຄາເຄຶ່ອງອຸບປະໂພກບໍລິໂພກ​ໄດ້ຖີບຕົວສູງຂື້ນຫລາຍ
ກວ່າ 12 ເປີເຊັນ ​ໃນ​ເດືອນ​ມັງກອນ​ນັ້ນ.

ທີ່ໄທເປ ລັດຖະບານກ່າວວ່າ ລາຄາອາຫານທີ່ນິຍົມກັນບໍລິ​ໂພ​ກໃນວັນສະຫລອງປີໃໝ່ນັ້ນ ​
ໄດ້ຖີບຕົວສູງຂື້ນສູງເຖິງ 13 ເປີເຊັນຈາກລາຄາຂອງປີຜ່ານມາ. ສະພາວະເງິນເຟີ້ໃນຈີນ
ແຜ່ນດິນໃຫຍ່ ກໍສູງຂື້ນເຖິງ 4.6 ເປີເຊັນ ໃນເດືອນທັນວາປີກາຍນີ້.

XS
SM
MD
LG