ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານລູລາ ດາ ຊີລວາ ຊະນະການເລືອກຕັ້ງປະທານາທິບໍດີ ຂັ້ນຊີ້ຂາດ ຂອງບຣາຊີລ


ທ່ານລູອິສ ອີນາຊີໂອ ດາ ຊີລວາ ສະແດງທ່າທີ ໃນຄ່ຳຄືນການເລືອກຕັ້ງຢູ່ທີ່ການໂຮມຊຸມນຸມ ໃນວັນຂອງການເລືອກຕັ້ງປະທານາທິບໍດີ ຂັ້ນຊີ້ຂາດຂອງບຣາຊີລ, ໃນນະຄອນຊາວ ພາວໂລ ຂອງບຣາຊີລ, ວັນທີ 31 ຕຸລາ 2022.
ທ່ານລູອິສ ອີນາຊີໂອ ດາ ຊີລວາ ສະແດງທ່າທີ ໃນຄ່ຳຄືນການເລືອກຕັ້ງຢູ່ທີ່ການໂຮມຊຸມນຸມ ໃນວັນຂອງການເລືອກຕັ້ງປະທານາທິບໍດີ ຂັ້ນຊີ້ຂາດຂອງບຣາຊີລ, ໃນນະຄອນຊາວ ພາວໂລ ຂອງບຣາຊີລ, ວັນທີ 31 ຕຸລາ 2022.

ໃນວັນອາທິດວານນີ້ ອະດີດປະທານາທິບໍດີ ບຣາຊີລ ລູອິສ ອີນາຊີໂອ ດາ ຊີລວາ ໄດ້ຊະນະປະທານາທິບໍດີ ຈາແອຣ ໂບລໂຊນາໂຣ ຜູ້ທີ່ດຳລົງຕຳແໜ່ງໃນປັດຈຸບັນ ໃນການເລືອກຕັ້ງປະທານາທິບໍດີຂອງບຣາຊີລ ຮອບຊີ້ຂາດ.

ທ່ານດາ ຊີລວາ ໄດ້ຮັບຄະແນນແສງ 50.9 ເປີເຊັນ ຈາກຄະແນນສຽງ ທີ່ຖືກນັບໄປ​ແລ້ວ 99.9 ເປີເຊັນ. ບັນດາເຈົ້າໜ້າທີ່ເລືອກຕັ້ງ ໄດ້ກ່າວວ່າ ໄຊຊະນະຂອງທ່ານລູລາ ເປັນການຄິດໄລ່ທີ່ແນ່ນອນ.

“ພວກເຂົາເຈົ້າພະຍາຍາມທີ່ຈະຝັງຂ້າພະເຈົ້າທັງເປັນ ແລະຂ້າພະເຈົ້າຢູ່ທີ່ນີ້” ປະທານາທິບໍດີຜູ້ທີ່ໄດ້ຖືກເລືອກ ທ່ານດາ ຊີລວາ ໄດ້ກ່າວໃນວັນອາທິດວານນີ້.

ທ່ານໂບລໂຊນາໂຣ ​ທີ່​ນິ​ຍົມຂົວຈັດ ບໍ່ໄດ້ຍອມຮັບຄວາມຜ່າຍແພ້ ໃນວັນອາທິດວານນີ້. ເຖິງຢ່າງໃດກໍຕາມ ນຶ່ງວັນກ່ອນການເລືອກຕັ້ງ​ຮອບຊີ້ຂາດທ່ານໄດ້ກ່າວວ່າ “ບໍ່ມີຂໍ້ສົງໄສເລີຍ. ຜູ້ໃດທີ່ໄດ້ຄະແນນສຽງຫຼາຍກວ່າ ເອົາມັນໄປເລີຍ.” ທ່ານໝາຍເຖິງການເລືອກຕັ້ງ.

ບັ້ງໄຟດອກແນມເຫັນໄດ້ ຂະນະທີ່ພວກສະໜັບສະໜຸນທ່ານ ລູອິສ ອີນາຊີໂອ ລູລາ ດາ ຊີລວາ ພາກັນສະເຫຼີມສະຫຼອງໃນຄ່ຳຄືນ ຂອງການໂຮມຊູມນຸມ, ມື້ການເລືອກຕັ້ງປະທານາທິບໍດີຂັ້ນຊີ້ຂາດຂອງບຣາຊີລ, ໃນນະຄອນຊາວ ພາວໂລຂອງບຣາຊີລ, ວັນທີ 30 ຕຸລາ 2022.
ບັ້ງໄຟດອກແນມເຫັນໄດ້ ຂະນະທີ່ພວກສະໜັບສະໜຸນທ່ານ ລູອິສ ອີນາຊີໂອ ລູລາ ດາ ຊີລວາ ພາກັນສະເຫຼີມສະຫຼອງໃນຄ່ຳຄືນ ຂອງການໂຮມຊູມນຸມ, ມື້ການເລືອກຕັ້ງປະທານາທິບໍດີຂັ້ນຊີ້ຂາດຂອງບຣາຊີລ, ໃນນະຄອນຊາວ ພາວໂລຂອງບຣາຊີລ, ວັນທີ 30 ຕຸລາ 2022.

ໃນຂະນະດຽວກັນ ທ່ານດາຊີລວາ ເປັນທີ່ຮູ້ຈັກກັນຢ່າງກວ້າງຂວາງສຳລັບການເຮັດໃຫ້ຊາວບຣາຊີລຫຼາຍລ້ານຄົນພົ້ນອອກຈາກຄວາມຍາກຈົນ ໃນລະຫວ່າງທີ່ທ່ານດຳລົງຕຳແໜ່ງປະທານາທິບໍດີຢູ່ນັ້ນ ແລະເມື່ອທ່ານໂບລໂຊນາໂຣ ​ເຂົ້າດຳລົງຕຳແໜ່ງ ໄດ້ເປັນຂີດໝາຍໂດຍການເມືອງຝ່າຍຂົວຈັດຂອງທ່ານ, ທ່ານໄດ້ເວົ້າເຍາະເຍີ້ຍກ່ຽວກັບພະຍາດໄວຣັສໂຄໂຣນາ, ການຕັດໄມ້ທຳລາຍປ່າໃນເຂດຮ້ອນຂອງອາມາຊອນ ແລະເຮັດໃຫ້ພາວະເງິນເຟີ້ສູງຂຶ້ນ.

ທ່ານດາຊີລວາ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະປັບປຸງລະບົບສະຫວັດດີການສັງຄົມຂອງປະເທດ ແລະຈັດຕັ້ງກະຊວງນຶ່ງຂຶ້ນມາ ເພື່ອຮັບມືກັບຄວາມເປັນຫ່ວງຂອງພົນລະເມືອງຊົນເຜົ່າພື້ນເມືອງຂອງປະເທດ, ແຕ່່ທັງໝົດນັ້ນ ອາດເປັນການຕໍ່ສູ້ຢ່າງໜັກໜ່ວງກັບພວກຫົວນັກອະນຸລັກນິຍົມ ຢູ່ໃນລັດຖະສະພາຂອງບຣາຊີລ.

ໄຊຊະນະຂອງທ່ານດາ ຊີລວາ ໄວ 77 ປີ ເປັນເຫດການຫັນປ່ຽນ ທີ່ບໍ່ໜ້າເຊື້ອສຳລັບອະດີດປະທານາທິບໍດີ ຜູ້ທີ່ໄດ້ເປັນຜູ້ນຳຂອງປະເທດມາແລ້ວໃນປີ 2003 ຫາ ປີ 2010. ໃນເວລາຕໍ່ມາ ທ່ານໄດ້ຖືກຂັງຄຸກ ໃນຂໍ້ຫາສໍ້ລາດບັງຫຼວງ ເປັນເວລາ 18 ເດືອນ ແຕ່ຂໍ້ກ່າວຫາເຫຼົ່ານັ້ນໃນທີ່ສຸດກໍໄດ້ຖືກຕ່າວປີ້ນໂດຍສານສູງ ສຸດ.

ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ໄດ້ສົ່ງຄຳຊົມເຊີຍກ່ຽວກັບໄຊຊະ ນະໃນການເລືອກຕັ້ງປະທານາທິບໍດີໄປໃຫ້ທ່ານດາ ຊີລວາ ໂດຍກ່າວວ່າ “ຫຼັງຈາກທີ່ມີການເລືອກຕັ້ງ ຢ່າງເສລີ ເປັນທຳ ແລະເຊື່ອຖືໄດ້.” ຜູ້ນຳສະຫະລັດ ໄດ້ກ່າວວ່າ ທ່ານ “ຍິນດີທີ່ຈະສືບຕໍ່ການຮ່ວມໄມ້ຮ່ວມມື ລະຫວ່າງທັງສອງປະ ເທດຂອງພວກເຮົາ ໃນຫຼາຍເດືອນແລະປີຂ້າງໜ້າ.”

ສ່ວນປະທານາທິບໍດີ ຝຣັ່ງ ທ່ານເອັມແມນູແອລ ມາກຣົງ ກໍໄດ້ຂຽນຂໍ້ຄວາມຊົມ ເຊີຍໃນທວີດເຕີ ທີ່ໄດ້ກ່າວວ່າ ທັງສອງຜູ້ນຳຈະ “ຟື້ນຟູສາຍສຳພັນດ້ານມິດຕະ ພາບຄືນໃໝ່ ລະຫວ່າງປະເທດຂອງພວກເຮົາ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG