ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີ ລູກາເຊັງໂກ ແຫ່ງເບລາຣຸສ ຂົ່ມຂູ່ ຈະຟ້ອງຮ້ອງ ທາງອາຍາ ຕໍ່ຝ່າຍຄ້ານ


ຜູ້ຊາຍຄົນນຶ່ງຖືເສື້ອຍືດ ນັກການເມືອງຝ່າຍຄ້ານ ທ່ານນາງ Sviatlana Tsikhanouskaya ແລະມີຄຳເວົ້າວ່າ "ປະທານາທິບໍດີຂອງພວກເຮົາ," ລະຫວ່າງການປະທ້ວງ ໃນວັນທີ 19 ສິງຫາ 2020 ໃນນະຄອນມິງສ໌.
ຜູ້ຊາຍຄົນນຶ່ງຖືເສື້ອຍືດ ນັກການເມືອງຝ່າຍຄ້ານ ທ່ານນາງ Sviatlana Tsikhanouskaya ແລະມີຄຳເວົ້າວ່າ "ປະທານາທິບໍດີຂອງພວກເຮົາ," ລະຫວ່າງການປະທ້ວງ ໃນວັນທີ 19 ສິງຫາ 2020 ໃນນະຄອນມິງສ໌.

ປະທານາທິບໍດີ ເບລາຣຸສ ທ່ານອາເລັກຊາເດີ ລູກາເຊັງໂກ ຂົ່ມຂູ່ວ່າ ຈະທຳການກ່າວ
ຫາທາງອາຍາຕໍ່ບັນດາຜູ້ນຳຝ່າຍຄ້ານ ໃນຂະນະທີ່ຫຼາຍຮ້ອຍຄົນທ້າ ທາຍຕໍ່ຕຳຫຼວດ
ແລະພາກັນອອກໄປປະທ້ວງອີກຄືນນຶ່ງ ຢູ່ນະຄອນຫຼວງມິງສ໌.

ຫຼາຍພັນຄົນໄດ້ຖືກຈັບ ແລະຫຼາຍຮ້ອຍຄົນໄດ້ຮັບບາດເຈັບ ໃນການປະທ້ວງຕໍ່ຕ້ານ
ຢູ່ໃນທົ່ວປະເທດທີ່ພວກເດີນຂະບວນກ່າວວ່າ ການເລືອກຕັ້ງປະທານາທິບໍດີໄດ້ຖືກ
ລັກຂະໂມຍໄປ. ມີພວກປະທ້ວງຢ່າງໜ້ອຍສາມຄົນໄດ້ເສຍຊີວິດ.

ປະທານາທິບໍດີລູກາເຊັງໂກ ໄດ້ຮຽກຮ້ອງໃຫ້ຕຳຫຼວດເບລາຣຸສ ໃຊ້ກໍາລັງແຮງຂຶ້ນ
ກວ່າເກົ່າຕໍ່ພວກປະທ້ວງ. ແຕ່ບັນດາຜູ້ເຫັນເຫດການລາຍງານວ່າ ຕຳຫຼວດ ໄດ້ຢືນ
ຕຽມຢູ່ ແລະບໍ່ໄດ້ທຳການເຄື່ອນໄຫວໃດໆ ໃນຂະນະທີ່ຫຼາຍຮ້ອຍຄົນພາ ກັນຢືນ
ຕາກຝົນໃນຕອນຄໍ່າຄືນ ວັນພຸດວານນີ້ຢູ່ນອກກະຊວງພາຍໃນ.

ອົງການຂ່າວ BelTa ຂອງທາງການເບລາຣຸສໄດ້ອ້າງຄຳເວົ້າທ່ານລູກາເຊັງໂກ ທີ່
ເວົ້າວ່າ “ບໍ່ຄວນມີຄວາມວຸ້ນວາຍໃດໆ ຢູ່ໃນຢູ່ໃນນະຄອນມິງສ໌ອີກຕໍ່ໄປແລ້ວ. ຜູ້ຄົນ
ອິດເມື່ອຍ. ຜູ້ຄົນຮຽກຮ້ອງໃຫ້ມີສັນຕິພາບ ແລະຄວາມສະຫງົບ.”

ທ່ານຍັງໄດ້ກ່າວຫາປະເທດຕາເວັນຕົກວ່າ ໃຫ້ການຊ່ວຍເຫຼືອດ້ານການເງິນແກ່
ພວກປະທ້ວງແລະສັ່ງໃຫ້ບັນດາເຈົ້າໜ້າທີ່ຮັດສາຄວາມປອດໄພ “ຊອກຫາ ແລະ
ຢຸດພວກຍຸແຍ່ ໃຫ້ເກີດຄວາມບໍ່ສະຫງົບ.”

ອ່ານຂ່າວນີ່ເພີ້ມເປັນພາສາອັງກິດ

XS
SM
MD
LG