ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເຈົ້າ​ໜ້າ​ທີ່​ພາກ​ພື້ນ ລູ​ຮານ​ສ໌ ເວົ້າ​ວ່າ ກອງ​ກຳ​ລັງ ຢູ​ເຄ​ຣນ ສູນ​ເສຍ​ພື້ນ​ທີ່​ໃນ​ເມືອງ ຊີ​ວີ​ໂຣ​ໂດ​ເນັດ​ສ໌


ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ພົບ​ກັບ​ທະ​ຫານ​ຢູ​ເຄ​ຣນ ໃນ​ເມືອງ ລີ​ຊີ​ຈານ​ສ໌, ພາກ​ພື້ນ ລູ​ຮານ​ສ໌, ຢູ​ເຄ​ຣນ, 5 ມິ​ຖຸ​ນາ, 2022. Photo Credit: Ukrainian Presidential Press Service/Handout via Reuters.
ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ພົບ​ກັບ​ທະ​ຫານ​ຢູ​ເຄ​ຣນ ໃນ​ເມືອງ ລີ​ຊີ​ຈານ​ສ໌, ພາກ​ພື້ນ ລູ​ຮານ​ສ໌, ຢູ​ເຄ​ຣນ, 5 ມິ​ຖຸ​ນາ, 2022. Photo Credit: Ukrainian Presidential Press Service/Handout via Reuters.

ຫຼັງ​ຈາກ​ໄດ້​ທຳ​ຄວາມ​ກ້າວ​ໃນ​ບໍ່​ເທົ່າ​ໃດ​ວັນ​ທີ່​ຜ່ານ​ມາ, ບັນ​ດາ​ນັກ​ລົບ​ຢູ​ເຄ​ຣນ​ທີ່​ກຳ​ລັງ​ຕໍ່​ສູ້​ໃນ​ເມືອງ ຊີ​ວີ​ໂຣ​ໂດ​ເນັດ​ສ໌ ໄດ້​ສູນ​ເສຍ​ພື້ນ​ທີ່​ຈຳ​ນວນ​ນຶ່ງຄືນໃຫ້​ກອງ​ກຳ​ລັງ​ຣັດ​ເຊຍ, ອີງ​ຕາມ​ຜູ້​ປົກ​ຄອງ​ພາກ​ພື້ນ​ດັ່ງ​ກ່າວ.

ທ່ານ ເຊີ​ຮີ ໄຮ​ໄດ, ຜູ້​ປົກ​ຄອງ​ພາກ​ພື້ນ​ລູນ​ຮານ​ສ໌ ທີ່​ລວມ​ມີ​ເມືອງ ຊີ​ວີ​ໂຣ​ໂດ​ເນັດ​ສ໌ ໄດ້​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ “ທະ​ຫານ​ຂອງ​ພວກ​ເຮົາ​ສາ​ມາດ​ທີ່​ຈະ​ດຳ​ເນີນ​ການ​ໂຈມ​ຕີ​ຕອບ​ໂຕ້ສຳ​ລັບ​ໄລ​ຍະ​ເວ​ລາ​ໃດ​ນຶ່ງ, ເຂົາ​ເຈົ້າ​ໄດ້​ປົດ​ປ່ອຍ​ເກືອບ​ເຄິ່ງ​ນຶ່ງ​ຂອ​ງ​ເມືອງ​ນັ້ນ. ແຕ່​ຕອນນີ້​ສະ​ຖາ​ນະ​ການ​ແມ່ນ​ໄດ້​ຮ້າຍ​ແຮງ​ຂຶ້ນ​ໜ້ອຍ​ນຶ່ງ​ສຳ​ລັບ​ພວກ​ເຮົາ​ອີກ​ຄັ້ງ.”

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ອັງ​ກິດ ໄດ້​ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ ການ​ຕໍ່​ສູ້​ຢ່າງ​ໜັກ​ໄດ້​ສືບ​ຕໍ່​ໃນ​ເມືອງ ຊີ​ວີ​ໂຣ​ໂດ​ເນັດ​ສ໌.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ທຳ​ການ​ເດີນ​ທາງ​ທີ່ບໍ່​ຄ່ອຍ​ເກີດ​ຂຶ້ນ​ອອກ​ຈາກ​ນະ​ຄອນຫຼວງ ກີ​ຢິບ ໃນ​ວັນ​ອາ​ທິດ​ວານນີ້, ເດີ​ນ​ທາງ​ໄປ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ ບ່ອນ​ທີ່​ທ່ານ​ໄດ້​ພົບ​ປະ​ກັບ​ບັນ​ດາ​ກອງ​ທະ​ຫານ ແລະ ອົບ​ພະ​ຍົບ. ທ່ານ​ໄດ້​ທຳ​ການ​ຢຸດ​ແວ່ຫຼາຍ​ບ່ອນ, ລວມ​ທັງ​ໃນ​ເມືອງ ລີ​ຊີ​ຈານ​ສ໌, ໃກ້​ກັບ​ເມືອງ ຊີ​ວີ​ໂຣ​ໂດ​ເນັດ​ສ໌.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ຕໍ່​ກອງ​ທະ​ຫານ​ຢູ​ເຄ​ຣນ ໃນ​ວິ​ດີ​ໂອ​ທີ່​ຖືກ​ເປີດ​ເຜີຍ​ໃນ​ຄືນ​ວັນ​ອາ​ທິດ​ວານນີ້​ວ່າ “ສິ່ງ​ທີ່​ພວກ​ເຈົ້າ​ທຸກ​ຄົນ​ສົມ​ຄວນ​ໄດ້​ຮັບ​ແມ່ນ​ໄຊ​ຊ​ນະ. ນັ້ນ​ແມ່ນ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ. ແຕ່ບໍ່​ວ່າ​ຈະ​ເປັນ​ຢ່າງ​ໃດ​ກໍ່​ຕາມ.”

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອັງ​ກິດ ຍັງ​ໄດ້​ກ່າວ​ວ່າ ລູກ​ສອນ​ໄຟ​ນຳ​ວິ​ຖີ​ຂອ​ງ​ຣັດ​ເຊຍ ທີ່​ໄດ້​ຍິງ​ໃນ​ຕອນ​ເຊົ້າ​ວັນ​ອາ​ທິດ​ວັນ​ນີ້​ໄດ້​ຕົກ​ໃສ່​ພື້ນ​ຖານ​ໂຄງ​ລ່າງ​ທາງ​ລົດ​ໄຟ​ໃນ​ນະ​ຄອນຫຼວງ ກີ​ຢິບ, “ເຊິ່ງ​ແມ່ນ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ພະ​ຍາ​ຍາມ​ທີ່​ຈະ​ກໍ່​ກວນ​ການ​ສະ​ໜອງ​ອຸ​ປະ​ກອນ​ທາງ​ທະ​ຫານ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ໄປ​ໃຫ້​ໜ່ວຍ​ແນວ​ໜ້າ​ຂອງ​ຢູ​ເຄ​ຣນ.”

ການ​ໂຈມ​ຕີ​ໃສ່​ນະ​ຄອນຫຼວງ ກີ​ຢິບ ແມ່ນ​ຄັ້ງ​ທຳ​ອິດ​ໃນ​ຮອບ​ດົນ​ກວ່າ​ນຶ່ງ​ເດືອນ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ໄດ້​ກ່າວ​ວ່າ​ກອງ​ກຳ​ລັງ​ຂອງ​ເຂົາ​ເຈົ້າ​ໄດ້​ທຳ​ລາຍ​ລົດ​ຖັງຫຼາຍ​ຄັນ​ທີ່​ຖືກ​ສົ່ງ​ໄປ​ໃຫ້ ກີ​ຢິບ ໂດຍ​ລັດ​ຖະ​ບານ​ຕາ​ເວັນ​ຕົກ.

ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໄດ້​ເຕືອນ​ວ່າ​ມົ​ສ​ກູ​ຈະ​ໂຈມ​ຕີ​ເປົ້າ​ໝາຍ​ຕ່າງໆ “ທີ່​ພວກ​ເຮົາ​ຍັງ​ບໍ່​ໄດ້​ໂຈມ​ຕີ​ເທື່ອ” ຖ້າ​ປະ​ເທດ​ຕາ​ເວັນ​ຕົກ ສືບ​ຕໍ່​ດຳ​ເນີນ​ແຜນ​ການ​ທີ່​ຈະ​ສົ່ງ​ລະ​ບົບ​ຈະຫຼວດ​ໄລ​ຍະ​ໄກ​ໄປ​ໃຫ້​ຢູ​ເຄ​ຣນ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ກ່າວ​ໃນ​ອາ​ທິດ​ທີ່​ຜ່ານ​ມາ​ວ່າ ສະ​ຫະ​ລັດ ມີ​ແຜນ​ທີ່​ຈະ​ສົ່ງ​ອາ​ວຸດ​ໃໝ່​ທີ່​ມີ​ມູນ​ຄ່າ 700 ລ້ານ​ໂດ​ລາ​ໄປ​ໃຫ້​ລັດ​ຖະ​ບານ ກີ​ຢິບ ທີ່​ລວມ​ມີ​ລະ​ບົບ​ຈະຫຼວດ​ໄລ​ຍະ​ປານ​ກາງ​ນຳ​ວິ​ຖີ​ທີ່​ແມ່ນ​ຢຳສີ່​ຊຸດ, ເຮ​ລິ​ຄັອບ​ເຕີ, ລະ​ບົບ​ອາ​ວຸດ​ຕໍ່​ຕ້ານ​ລົດ​ຖັງ ແຈ​ເວີ​ລິນ, ເຣ​ດາ, ພາ​ຫ​ະ​ນະ​ຍຸດ​ທະ​ວິ​ທີ, ເຄື່ອງ​ອາ​ໄຫຼ່ ແລະ ອື່ນອີກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG