ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ລາວ ໃນຫຼວງພະບາງ ມີລາຍໄດ້ ເພີ່ມຂຶ້ນເປັນ 4,000 ໂດລາຕໍ່ຄົນຕໍ່ປີ


ປະຊາຊົນ ລາວ ໃນເຂດບ້ານພັດທະນາຂອງເມືອງມໍລະດົກໂລກຫຼວງພະບາງ ມີລາຍໄດ້ ສະເລ່ຍເພີ່ມສູງຂຶ້ນເປັນ 4,000 ໂດລາຕໍ່ຄົນຕໍ່ປີໂດຍເປັນຜົນຈາກການພັດທະນາພື້ນ ຖານ ໂຄງລ່າງ ແລະ ການທ່ອງທ່ຽວ.

ເຈົ້າໜ້າທີ່ຂັ້ນສູງໃນແຂວງຫຼວງພະບາງ ໃຫ້ການຢືນຢັນວ່າການຂະຫຍາຍຕົວທາງເສດ ຖະກິດໃນອັດຕາສະເລ່ຍ 8.4 ເປີເຊັນໃນສົກປີ 2015-2016 ທີ່ຜ່ານມາ ສົມທົບກັບການ ຂະຫຍາຍ ຕົວໃນດ້ານບໍລິການ ແລະ ທ່ອງທ່ຽວໂດຍປະກົດວ່າມີຊາວຕ່າງຊາດຫຼາຍກວ່າ 450,000 ຄົນທີ່ ເດີນທາງມາທ່ອງທ່ຽວໃນເມືອງມໍລິດົກໂລກຫຼວງພະບາງນັ້ນໄດ້ເຮັດໃຫ້ ລາຍໄດ້ສະເລ່ຍຂອງປະ ຊາຊົນ ລາວ ໃນແຂວງຫຼວງພະບາງເພີ່ມສູງຂຶ້ນເປັນຫຼາຍກວ່າ 1,768 ໂດລາຕໍ່ປີ.

ສ່ວນປະຊາຊົນ ລາວ ທີ່ຢູ່ໃນເຂດບ້ານພັດທະນາ ຫຼື ທີ່ມີການພັດທະນາລະບົບພື້ນຖານ ໂຄງລ່າງຢ່າງດີແລ້ວນັ້ນກໍມີລາຍໄດ້ສະເລ່ຍສູງເຖິງ 4,000 ໂຄງການຕໍ່ຄົນຕໍ່ປີ ດັ່ງທີ່ ເຈົ້າໜ້າທີ່ຂັ້ນສູງ ເມືອງຫຼວງພະບາງໄດ້ໃຫ້ການຢືນຢັນວ່າ.

"ພວກເຮົາຍັງໄດ້ເອົາໃຈໃສ່ພັດທະນາທາງດ້ານໂຄງລ່າງຕົວເມືອງນີ້ເປັນຕົ້ນແມ່ນ ໄດ້ຕັດ ຖະໜົນຫົນທາງເພື່ອແກ່ໄຂບັນຫາການຈະລາຈອນແອອັດໃນຕົວເມືອງ ກະໄດ້ທາງຫຼາຍເສັ້ນເນາະ ຢູ່ໃນເມືອງຂອງພວກເຮົານີ້ເວົ້າແທ້ນີ້ທຽບໃສ່ບັນດາ ເມືອງໃນທົ່ວແຂວງລາຍໄດ້ ຂອງປະຊາຊົນກະໄດ້ສູງກວ່າໝູ່ພວກເຮົາສະເລ່ຍລະ ແມ່ນຫົວຄົນໜຶ່ງໄດ້ 1,768 ຕໍ່ຄົນຕໍ່ປີ ແຕ່ວ່າບາງບ້ານນີ້ກໍມີລາຍໄດ້ສະເລ່ຍຕໍ່ຫົວ ຄົນໄດ້ປະມານ 3,000 ໂດລາ ເກືອບ 4,000 ໂດລາຕໍ່ຄົນຕໍ່ປີ ບ້ານທີ່ວ່າມີເສດຖະ ກິດຂະຫຍາຍຕົວຫັ່ນໜາ."

ວາລະສານ Wanderlust Travel ຊຶ່ງເປັນວາລະສານດ້ານການທ່ອງທ່ຽວຊັ້ນນຳ ຂອງໂລກໃນປະເທດ ອັງກິດ ໄດ້ສະເໜີລາຍງານການສຳຫຼວດຄວາມຄິດເຫັນຂອງ ບັນດາສະມາຊິກວາ ລະສານປະຈຳປີ 2016 ວ່າເມືອງມໍລະດົກໂລກຫຼວງພະບາງ ໄດ້ຖືກຈັດໃຫ້ຢູ່ໃນອັນດັບທີ 8 ທີ່ ຊາວຕ່າງຊາດຕ້ອງການເດີນທາງໄປຢ້ຽມຢາມຫຼາຍ ທີ່ສຸດໂດຍໄດ້ຮັບຄະແນນນິຍົມທີ່ລະດັບ 94.67 ເປີເຊັນ ສ່ວນອັນດັບທີ 1-3 ນັ້ນກໍຄື ເມືອງ Hoi An ຂອງ ຫວຽດນາມ, ເມືອງ Tromso ຂອງປະເທດ ນໍເວ ແລະ ເມືອງ ພຸກາມ ຂອງ ມຽນມາ ທີ່ໄດ້ຄະແນນນິຍົມທີ່ລະດັບ 98.5, 97.33 ເປີເຊັນ ແລະ 96.92 ເປີເຊັນຕາມລຳດັບ.

ການທີ່ເມືອງຫຼວງພະບາງຖືກຈັດໃຫ້ຢູ່ອັນທີ 8 ຂອງໂລກ ໃນຖານະທີ່ເປັນເມືອງຍອດ ນິຍົມຂອງນັກທ່ອງທ່ຽວດັ່ງກ່າວນີ້ ຖືເປັນການຕົກຕ່ຳລົງເຖິງ 7 ອັນດັບ ເນື່ອງຈາກວ່າ ໃນປີ 2015 ທີ່ຜ່ານມາ ເມືອງຫຼວງພະບາງຖືກຈັດໃຫ້ຢູ່ອັນດັບທີ 1 ໃນຖານະເມືອງ ຍອດນິຍົມທີ່ສຸດຂອງນັກ ທ່ອງທ່ຽວ ຫາກແຕ່ວ່າສະພາບການດັ່ງກ່າວນີ້ກໍນັບເປັນ ເລື່ອງປົກກະຕິໄປແລ້ວ ສຳລັບເມືອງ ຫຼວງພະບາງ ດັ່ງຈະເຫັນໄດ້ຈາກການຖືກຈັດ ໃຫ້ຢູ່ອັນດັບທີ 1 ຂອງໂລກໃນປີ 2006-2008 ກັບໃນປີ 2010-2012 ແລະ ປີ 2015 ຊຶ່ງກໍຄືເມືອງຫຼວງພະບາງ ໄດ້ເສຍແຊັມໃຫ້ເມືອງອື່ນໆ ໃນປີ 2009, ປີ 2013-2014 ແລະ ປີ 2016 ນັ້ນເອງ.

ແຕ່ຢ່າງໃດກໍຕາມ, ຜະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງຫຼວງ ພະບາງ ຄາດໝາຍວ່າໃນຕະຫຼອດປີ 2017 ຈະມີຊາວຕ່າງຊາດຫຼາຍກວ່າ 5 ແສນ ຄົນທີ່ຈະເດີນທາງ ມາທ່ອງທ່ຽວເມືອງມໍລະດົກໂລກຫຼວງພະບາງ ໂດຍເພີ່ມຂຶ້ນຈາກປີ 2016 ທີ່ມີຊາວຕ່າງຊາດ ເດີນທາງມາທ່ອງທ່ຽວໃນເມືອງມໍລະດົກໂລກຫຼວງພະບາງ 450,000 ກວ່າຄົນນັ້ນກໍຄິດເປັນອັດ ຕາສະເລ່ຍເກີນກວ່າ 20 ເປີເຊັນ ໝາຍຄວາມ ວ່າໃນແຕ່ລະປີມີນັກທ່ອງທ່ຽວ ຊາວຕ່າງຊາດເດີນທາງມາເມືອງມໍລະດົກໂລກເພີ່ມ ຂຶ້ນເຖິງ 1 ແສນກວ່າຄົນນັ້ນເອງ.

ໂດຍປັດໃຈທີ່ດຶງດູດໃຫ້ຊາວຕ່າງຊາດເດີນທາງມາທ່ອງທ່ຽວໃນເມືອງມໍລະດົກໂລກ ຫຼວງພະ ບາງເພີ່ມຂຶ້ນຢ່າງຕໍ່ເນື່ອງກໍເພາະວ່າ ຊາວເມືອງຫຼວງພະບາງ ຍັງຮັກສາໄດ້ ທັງວັດທະນະທຳ ຮີດຄອງປະເພນີ, ວິຖີຊີວິດດັ່ງເດີມ, ປະຫວັດສາດ ແລະ ທຳມະຊາດ ອັນສວຍງາມ ທັງຍັງສາມາດ ປະຕິບັດຕາມສົນທິສັນຍາທີ່ຕົກລົງໄວ້ກັບອົງການ UNESCO ກ່ຽວກັບ ການປົກປັກຮັກສາມໍລະດົກໄດ້ຢ່າງເຄັ່ງຄັດ ເຊັ່ນການກໍ່ສ້າງ ແລະ ບູລະນະສ້ອມແປງເຮືອນ, ອາຄານວັດ ແລະ ສະຖານທີ່ຕ່າງໆພາຍໃນແຂວງທີ່ຈະ ຕ້ອງໄດ້ຮັກສາຮີດຄອງອັນດີງາມຂອງພໍ່ແມ່ ປະຊາຊົນ ແລະ ສິ່ງດັ່ງເດີມທີ່ເປັນເອກະລັກ ໄວ້ຢ່າງຄົບຖ້ວນ.

ໂດຍໃນປະຈຸບັນນີ້ ທົ່ວແຂວງຫຼວງພະບາງມີໂຮງແຮມ-ຣີສອດ 76 ແຫ່ງ, ບ້ານພັກ 327 ແຫ່ງ ແລະ ຮ້ານອາຫານ 286 ແຫ່ງ ທີ່ຖືເປັນສ່ວນປະກອບສຳຄັນໃນແຜນການພັດ ທະນາການ ທ່ອງທ່ຽວໃນ ລາວ ແຕ່ປີ 2016-2020 ຊຶ່ງລັດຖະບານ ລາວ ໄດ້ວາງເປົ້າ ໝາຍທີ່ຈະສ້າງລາຍ ຮັບໃນພາກບໍລິການ ແລະ ທ່ອງທ່ຽວໃຫ້ໄດ້ຫຼາຍກວ່າ 950 ລ້ານ ໂດລາໃນປີ 2020 ດ້ວຍການ ດຶງດູດນັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ເຖິງ 6​ ລ້ານຄົນ.

XS
SM
MD
LG