ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເມືອງ​ມ​ໍ​ລະ​ດົກ​ໂລກ ຫຼວງ​ພະ​ບາງ ສະຫຼອ​ງ​ບຸນ​ປີ​ໃໝ່​ ລາວ ​ຢ່າງ​ຍິ່ງ​ໃຫຍ່ 10 ວັນ​ຕິດ​ຕໍ່​ກັນ


ພິ​ທີ​ສະ​ເຫຼີມ​ສະຫຼອງ​ບຸນ​ປີ​ໃໝ່​ລາວ​ໃນ​ແຂວງ ຫຼວງ​ພະ​ບາງ.
ພິ​ທີ​ສະ​ເຫຼີມ​ສະຫຼອງ​ບຸນ​ປີ​ໃໝ່​ລາວ​ໃນ​ແຂວງ ຫຼວງ​ພະ​ບາງ.

ເມືອງ​ມ​ໍ​ລະ​ດົກ​ໂລກ ຫຼວງ​ພະ​ບາງ ສະຫຼອ​ງ​ບຸນ​ປີ​ໃໝ່​ລາວ​ຢ່າງ​ຍິ່ງ​ໃຫຍ່ 10 ວັນ​ຕິດ​ຕໍ່​
ກັນ ດ້ວຍການສືບສານຮີດຄອງປະເພນີບູຮານອັນດີງາມຂອງຊາວ ຫຼວງພະບາງ ໄວ້
ຢ່າງຄົບຖ້ວນ.

ເຈົ້າ​ໜ້າ​ທີ່​ໃນ​ຂະ​ແໜງ​ການ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ແຂວງຫຼວງ​ພະ​ບາງ ຢືນ​ຢັນ​ວ່າ
ບຸນສົງການປີໃໝ່ລາວ ຢູ່ເມືອງມໍລະດົກໂລກຫຼວງພະບາງ ໃນປີພຸດທະສັກຄະລາດ
2562 ນີ້ຈະຈັດຂຶ້ນຢ່າງຍິ່ງໃຫຍ່ເປັນເວລາເຖິງ 10 ວັນຕິດຕໍ່ກັນ ໂດຍນັບຈາກວັນທີ
11-20 ເມສາດ້ວຍການຈັດກິດຈະກຳ ແລະ ພິທີກຳຕ່າງໆ ຕາມຮີດຄອງປະເພນີບູ
ຮານອັນດີງາມຂອງຊາວ ຫຼວງພະບາງຢ່າງຄົບຖ້ວນ.

ເລີມ​ເຕົ້າ​ດ້ວຍ​ການ​ປະ​ກວດ​ນາງ​ສັງ​ຂານ ເພື່ອ​ຄັດ​ເລືອກ​ເອົາ​ສາວ​ງາມ 7 ຄົນຊຶ່ງ​ເປັນ​
ຕົວແທນຂອງທິດາພະຍາກິບິນລະພົມໃນວັນທີ 11-12 ເມສາ ຢູ່ເດີ່ນທາດຫຼວງ ຕິດ
ຕາມດ້ວຍພິທີແຫ່ຊ້າງຮຽງເກີຍ ຈາກເດີ່ນທາດຫຼວງໄປວັດໃໝ່ວັນນະພູມາຣາມ ແລະ
ວັດຊຽງທອງໃນວັນທີ 13 ເມສາ ແລະ ເປີດຕະຫຼາດນັດ ຫຼື ໂລະລາດ ທີ່ຖະໜົນກາງ
ເມືອງເພື່ອໃຫ້ມວນຊົນໄດ້ເລືອກຊື້ສິນຄ້າຫັດຖະກຳຝີມືຂອງຊາວຫຼວງພະບາງ ແລະ
ຊາວຕ່າງຊາດໃນວັນທີ 14 ເມສາ ສ່ວນໃນຕອນແລງຈະມີການຕົບພະທາດຊາຍທີ່
ດອນຊາຍມົງຄຸນ ສຳລັບວັນທີ 15 ເມສາຈະມີການແຫ່ວໍ່ ຂະບວນແຫ່ປູ່ເຍີຍ່າເຍີ
ນາງສັງຂານ ແລະ ອື່ນໆ ຕາມຖະໜົນສີສະຫວ່າງວົງ ມາທີ່ວັດທາດນ້ອຍ ແລະ ວັດ
ຊຽງທອງ ທັງມີພິທີບາສີ ການສະແດງສິນລະປະວັນນະຄະດີ ກິລາພື້ນເມືອງ ການຈູດ
ບັ້ງໄຟຫາງ ທ່ຽວຊົມສະຖານທີ່ທ່ອງທ່ຽວເມືອງຈອມເພັດ ການຫົດສົງນ້ຳພະຢູ່ຕາມ
ວັດຕ່າງໆ ການທ່ຽວຊົມວັດທະນະທຳ ແລະ ການສະແດງສິນລະປະວັນນະຄະດີທີ່
ເປັນເອກະລັກຂອງເຜົ່າລື້ທີ່ບ້ານຜານົມ ບາສີ ໃຫ້ແກ່ບັນດາການນຳ ການຈັດຂະ
ບວນແຫ່ໂຄມໄຟ ພະຍານາກ ແຕ່ພະທາດຈອມສີລົງມາທີ່ຫໍພິພິຕະພັນພະລາດຊະ
ວັງເກົ່າ.

ສ່​ວນ​ໃນ​ຕອນ​ເຊົ້າ​ຂອງວັນ​ທີ 16 ເມ​ສາ ຈະ​ເປັນ​ການ​ໃສ່​ບາດ​ຢູ່​ທີ່​ໜ້າ​ວັດ​ແສນ ແລະ
ຂຶ້ນໄປສັກກາລະບູຊາພະທາດຈອມສີ ສ່ວນໃນຕອນບ່າຍຈະເປັນການແຫ່ວໍ່ຈາກວັດ
ຊຽງທອງກັບຄືນໄປວັດທາດນ້ອຍ ແລະ ມີການສະແດງຟ້ອນພະລັກພະລາມ ຟ້ອນ
ຍັກ ຟ້ອນລີງ ແລະ ຟ້ອນນາງແກ້ວ ໃນຕອນຄ່ຳຢູ່ທີ່ຫໍພິພິຕະພັນພະລາດຊະວັງເກົ່າ
ສຳລັບວັນທີ 17 ເມສາກໍເລີ່ມດ້ວຍພິທີທາງສາສະໜາ ເພື່ອອັນເຊີນພະບາງຈາກຫໍ
ພະບາງໄປວັດໃໝ່ສຸວັນນະພູມາຣາມ ເພື່ອໃຫ້ປະຊາຊົນຫົດສົງ ຕິດຕາມດ້ວຍການ
ຈັດຂະບວນແຫ່ນາງສັງຂານທາງເຮືອ ເພື່ອໄປຫົດສົງພະພຸດທະຮູບຢູ່ຖ້ຳຕິ່ງ ເມືອງ
ປາກອູ ໃນຊ່ວງບ່າຍ ແລະ ສືບຕໍ່ການສົງນ້ຳພະບາງໃນວັນທີ 18-19 ເມສາ ແລະ
ວັນທີ 20 ເມສາ ກໍຈະມີພິທີອາຣາທະນາອັນເຊີນພະບາງຈາກວັດໃໝ່ສຸວັນນະພູມາ
ຣາມກັບໄປປະດິດຖານທີ່ຫໍພະບາງ ຖືເປັນອັນສິ້ນສຸດງານບຸນສົງການປີໃໝ່ລາວ ພສ
2562 ທີ່ມີການຮັກສາຮີດຄອງປະເພນີອັນດີງາມໄດ້ຢ່າງສົມບູນ.

ທັງ​ນີ້ ດ້ວຍ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ 4 ຍຸດ​ທະ​ສາດ​ເພື່ອ​ຮັກ​ສາ​ເມືອງ​ມໍ​ລະ​ດົກ
ໂລກ ຫຼວງພະບາງທີ່ປະກອບດ້ວຍ ການເປັນອຸດທະຍານທີ່ມີຊີວິດຊີວາ ເປັນເມືອງ
ໜ້າຢູ່ ໜ້າປະທັບໃຈ ແລະ ມີສິ່ງແວດລ້ອມທີ່ດີ ການເປັນສູນກາງການທ່ອງທ່ຽວໃນ
ດ້ານວັດທະນະທຳ ປະຫວັດສາດ ແລະ ທຳມະຊາດ ການເປັນສູນກາງການສຶກສາ-
ຄົ້ນຄວ້າ ກ່ຽວກັບ ຄຸນຄ່າວັດທະນະທຳອັນດີງາມຂອງລາວ ແລະ ການລະດົມທຶນ
ເພື່ອການພັດທະນາ ແລະ ອະນຸລັກມໍລະດົກໂລກຕາມຂໍ້ກຳນົດຂອງ UNESCO ດັ່ງ
ທີ່ທ່ານ ວົງສະຫວັນ ເທບພະຈັນ ປະທານຄະນະກຳມະການລະດັບທ້ອງຖິ່ນ ເພື່ອມໍ
ລະດົກໂລກຫຼວງພະບາງ ໄດ້ຖະແຫຼງຢືນຢັນວ່າ

"ເພື່ອ​ສືບ​ຕໍ່​ປົກ​ປັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ຂອງ​ມໍ​ລະ​ດົກ​ໂລກ​ໃຫ້​ຄົງ​ຢູ່​ຄູ່
ກັບຊາວຫຼວງພະບາງຕະຫຼອດໄປນັ້ນ ພວກເຮົາຕ້ອງເອົາໃຈໃສ່ສືບຕໍ່ປະຕິບັດ 4 ຍຸດ
ທະສາດ ເພື່ອບໍລິຫານໃນການປົກປັກຮັກສາມໍລະດົກໂລກຫຼວງພະບາງໃຫ້ຍືນຍົງ
ຕ້ອງໄດ້ປົກປັກຮັກສາໃຫ້ເມືອງມໍລະດົກຕະຫຼອດໄປ ອັນໃດທີ່ເປັນອຸປະສັກ ພວກ
ເຮົາຕ້ອງໄດ້ແກ້ໄຂ."

ສ່ວນວາ​ລະ​ສານ ວອນ​ເດີ​ລັ​ສ ເຊິ່ງ​ແມ່ນ​ວາ​ລະ​ສານ​ການ​ທ່ອງ​ທ່ຽວລະ​ດັບ​ແນວ​ໜ້າ​
ຂອງໂລກໃນປະເທດອັງກິດ ສະເໜີລາຍງານການຈັດອັນດັບເມືອງທ່ອງທ່ຽວຍອດນິ
ຍົມປະຈຳປີ 2019 ວ່າ ເມືອງມໍລະດົກໂລກຫຼວງພະບາງ ໄດ້ຖືກຈັດໃຫ້ເປັນເມືອງ
ຍອດນິຍົມອັນດັບທີ 1 ທີ່ສະມາຊິກຂອງວາລະສານ ວອນເດີລັສ ໃນທົ່ວໂລກຢາກຈະ
ເດີນທາງມາທ່ອງທ່ຽວຫຼາຍທີ່ສຸດໂດຍປັດໃຈທີ່ດຶງດູດໃຫ້ຊາວຕ່າງຊາດຢາກຈະເດີນ
ທາງມາທ່ອງທ່ຽວເມືອງມໍລະດົກໂລກຫຼວງພະບາງ ຄືການຮັກສາໄດ້ໃນວັດທະນາທຳ
ແລະ ຮີດຄອງປະເພນີອັນດີງາມ ຮວມທັງຍັງມີທຳມະຊາດທີ່ສວຍງາມດ້ວຍ ຊຶ່ງສະມາ
ຊິກຂອງວາລະສານ ວອນເດີລັສ ໄດ້ໃຫ້ຄວາມນິຍົມທີ່ມີຕໍ່ເມືອງມໍລະດົກໂລກຫຼວງພະ
ບາງທີ່ລະດັບ 95.25 ເປີເຊັນຕາມດ້ວຍເມືອງ ກຣານາດາ ແລະ ເມືອງ ເຊວີຢ ໃນປະ
ເທດ ສເປນ ຊຶ່ງໄດ້ຮັບຄວາມນິຍົມທີ່ລະດັບ 94.78 ເປີເຊັນ ແລະ 94.62 ເປີເຊັນ.

XS
SM
MD
LG