ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ທັນວາ ໒໐໒໕

ສະມາຄົມຫຼວງພະບາງ ແຈກຢາຍອາຫານ ໃຫ້ແກ່ຊຸມຊົນລາວ ໃນເຂດເມືອງເມີຟຣີສໂບໂຣ ແລະເຂດອ້ອມແອ້ມ

ຮູບການຊ່ວຍເຫຼືອທີ່ທາງສະມາຄົມຫຼວງພະບາງໄດ້ຮັບອາຫານ ແລະກໍນຳອອກແຈກຢາຍ ໃຫ້ພໍ່ແມ່ພີ່ນ້ອງ ໃນເຂດເມືອງເມີຟຣີສໂບໂຣ, ແນສວິລ ແລະເຂດອ້ອມແອ້ມ ຂອງລັດເທັນເນັສຊີ. (ຮູບສະໜອງໂດຍທ່ານຫິມມະກອນ ຈັນທະວັດດີ ປະທານສະມາຄົມຫຼວງພະບາງ ເຂດເມືອງແນັສວິລ)

ລິງໂດຍກົງ

ມີການແຈກຢາຍເຄື່ອງຢູ່ຂອງກິນ ໃຫ້ແກ່ປະຊາຄົມລາວ ໃນເຂດເມືອງເມີຟຣີສໂບໂຣ ແນັສວິລ ແລະເຂດອ້ອມແອ້ມຂອງລັດເທັນເນັສຊີ ໃນວັນເສົາທີ 3 ຕຸລາຜ່ານມານີ້. ທ່ານຫິມມະກອນ ຈັນທະວັດດີ ປະທານສະມາຄົມຫຼວງພະບາງ ກ່າວຕໍ່ວີໂອເອ ພະແນກພາສາລາວຂອງເຮົາວ່າ ອາຫານທີ່ແຈກຢາຍນັ້ນ ແມ່ນພາຍໃຕ້ໂຄງການລາວ ຊ່ວຍເຫຼືອລາວ ຊຶ່ງກໍເປັນອາຫານປະເພດເຄື່ອງກິນປະຈຳວັນ. ທ່ານຫິມມະກອນກ່າວກ່ຽວກັບເລື້ອງນີ້ວ່າ:

please wait

No media source currently available

0:00 0:00:23 0:00
ລິງໂດຍກົງ

ທ່ານຫິມມະກອນກ່າວຕື່ມວ່າ ເນື່ອງຈາກວ່າອາຫານມີຫຼາຍ ດັ່ງນັ້ນນະໂຍບາຍໃນການແຈກຢາຍປັດຈຸບັນກໍແມ່ນ ໃຫ້ເອົາໄດ້ຕາມໃຈມັກ ຍ້ອນຢ້ານອາຫານຈະເຫຼືອ ຊຶ່ງຈະມີບັນຫາໃນການເກັບຮັກສາ. ທ່ານກ່າວຕື່ມວ່າ:

please wait

No media source currently available

0:00 0:00:10 0:00
ລິງໂດຍກົງ

ທ່ານຫິມມະກອນກ່າວວ່າ ອາຫານທີ່ທາງສະມາຄົມຂອງທ່ານແຈກຢາຍນີ້ ເປັນເທື່ອທຳອິດ ແລະກໍໄດ້ຮັບການຊ່ວຍເຫຼືອມາຈາກທ່ານທາງລັດເທັກຊັສ ພາຍໃຕ້ໂຄງການລາວຊ່ວຍເຫຼືອລາວໂດຍມີທ່ານພີເທີ ສຸດທິດາຣາ ເປັນຜູ້ປະສານງານ.

XS
SM
MD
LG