ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫລວງນໍ້າທາຈະຂາດເຂີນ ແຮງງານປາດຢາງພາລາ ຢ່າງໜັກ


ປ່າໄມ້ແຫ່ງນຶ່ງທີ່ໄດ້ຖືກທໍາລາຍ ຍ້ອນການໃຫ້ສໍາປະທານແກ່ພາກ ເອກະຊົນ ຊຶ່ງພາໃຫ້ມີການຕັດໄມ້ ເພື່ອເອົາເນື້ອທີ່ໄປປູກພືດອຸດ ສາຫະກໍາ ຢ່າງຫລວງຫລາຍ.
ປ່າໄມ້ແຫ່ງນຶ່ງທີ່ໄດ້ຖືກທໍາລາຍ ຍ້ອນການໃຫ້ສໍາປະທານແກ່ພາກ ເອກະຊົນ ຊຶ່ງພາໃຫ້ມີການຕັດໄມ້ ເພື່ອເອົາເນື້ອທີ່ໄປປູກພືດອຸດ ສາຫະກໍາ ຢ່າງຫລວງຫລາຍ.

ບັນດານັກທຸລະກິດຈີນ ໄດ້ພາກັນລົງທຶນປູກຢາງພາລາ ໃນແຂວງຫລວງນໍ້າທາຫລາຍຂຶ້ນ ຢ່າງຕໍ່ເນື່ອງ ຊຶ່ງຈະເຮັດໃຫ້ຕ້ອງມີການນໍາເຂົ້າແຮງງານຈາກຈີນຫລາຍໝື່ນຄົນ ເພື່ອປາດ ຢາງໃນ 3 ປີຕໍ່ໜ້າ.

ທ່ານຄໍາເຫລັກ ໄຊດາລາ ຫົວໜ້າຫ້ອງການກະສິກໍາປ່າໄມ້ແຂວງຫລວງນໍ້າທາ ຖະແຫລງ
ຍອມຮັບວ່າ ບັນຫາທີ່ແຂວງຫລວງນໍ້າທາ ຈະຕ້ອງປະເຊີນຢ່າງຫລີກລ້ຽງບໍ່ໄດ້ ພາຍໃນ
3 ປີຂ້າງໜ້ານີ້ ກໍຄື ບັນຫາຂາດແຄນແຮງງານໃນການປາດຢາງພາລາ ເນື່ອງຈາກວ່າ
ແຂວງຫລວງນໍ້າທາ ນັບເປັນພື້ນທີ່ ທີ່ກຸ່ມນັກທຸລະກິດຈາກຈີນ ໄດ້ພາກັນເຂົ້າໄປລົງທຶນ
ປູກຢາງພາລາເປັນພື້ນທີ່ທໍາອິດເມື່ອ 10 ກວ່າປີມາແລ້ວ. ມາເຖິງປັດຈະບັນນີ້ກໍປາກົດວ່າ
ກວ່າ 40% ຂອງພື້ນທີ່ປູກຢາງພະລາທັງໝົດທີ່ກວ້າງກວ່າ 30 ພັນເຮັກຕານັ້ນ ສາມາດ
ປາດເອົານໍ້າຢາງໄດ້ແລ້ວ. ສ່ວນທີ່ເຫລືອກໍຈະສາມາດປາດເອົານໍ້າຢາງໄດ້ທັງໝົດນັບຈາກ
ຕົ້ນປີ 2015 ເປັນຕົ້ນໄປ.

ດິນຕອນນຶ່ງທີ່ໃຫ້ສໍາປະທານແກ່ບໍລິສັດຕ່າງປະເທດ ເພື່ອເຮັດກິດຈະ ການຕາງໆ ລວມທັງການປູກຢາງພາລານຳດ້ວຍ
ດິນຕອນນຶ່ງທີ່ໃຫ້ສໍາປະທານແກ່ບໍລິສັດຕ່າງປະເທດ ເພື່ອເຮັດກິດຈະ ການຕາງໆ ລວມທັງການປູກຢາງພາລານຳດ້ວຍ

ຫາກແຕ່ວ່າ ບັນຫາກໍຄື ແຮງ
ງານທີ່ມີຢູ່ໃນປັດຈຸບັນນີ້ ສາມາດ
ທີ່ຈະຂີດເອົານໍ້າຢາງພາລາໄດ້
ພຽງໃນເນື້ອທີ່ບໍ່ເກີນ 8,000
ເຮັກຕາເທົ່ານັ້ນ ໃນຂະນະທີ່
ພື້ນທີ່ປູກຢາງພາລາທັງໝົດໃນ
ແຂວງຫລວງນໍ້າທາກໍຍັງມີທ່າ
ອ່ຽງທີ່ຈະເພີ້ມຂຶ້ນອີກຢ່າງຕໍ່ເນື່ອງ
ໂດຍສະເພາະແມ່ນພື້ນທີ່ປູກຢາງ
ພາລາທີ່ກ້ວາງກວ່າ 30,000
ເຮັກຕານັ້ນ ຈະຕ້ອງໃຊ້ແຮງງານ
ຫຼາຍກວ່າ 60,000 ຄົນພາຍໃນປີ 2015 ແລະເມື່ອປະກອບກັບພາຍໃນແຂວງເອງ ກໍ່ສາ
ມາດຝຶກອົບຮົມແຮງງານຂີດຢາງພາລາໄດ້ຢ່າງຈໍາກັດອີກດ້ວຍແລ້ວ ຈຶ່ງເຮັດໃຫ້ຈະຕ້ອງປະ
ເຊີນກັບບັນຫາຂາດແຄນແຮງງານຂີດຢາງພາລາ ຢ່າງຫຼີກລ້ຽງບໍ່ໄດ້ ດັ່ງທີ່ທ່ານ ຄໍາເຫລັກ ໄດ້ໃຫ້ການຊີ້ແຈງວ່າ:

ແຮງງານີ້ ກໍສິບໍ່ພໍ ມັນຈະຕ້ອງການຄົນຢູ່ເຈັດສິບຄົນ ປະມານນັ້ນເດ້ ເພາະວ່າ
ຮອດປີ 2015 ນີ້ ຊິມີຢູ່ສາມສິບພັນເຮັດຕາເປັນຢ່າງໜ້ອຍເດ້ ບາດນີ້ກໍຕ້ອງການ ຄົນຢູ່ຫົກສິບພັນຄົນແລ້ວ ຕອນນັ້ນນະທີ່ນີ້ ບັນຫາເລື້ອງແຮງງານນີ້ ມີແນ່ນອນ
ແຫລະ ພະຍາຍາມວ່າຈະຝຶກເອົາປະຊາຊົນ ແຕ່ລະເຂດໆຫັ້ນເດ້ເຂົ້າບັນຊີໄວ້
ແລ້ວກໍຕອບສະໜອງໃຫ້ແກ່ບັນດາບໍລິສັດແລະຜູ້ບໍ່ມີແຮງງານນັ້ນ.

ເພາະສະນັ້ນ ຖ້າຫາກວ່າ ທາງການແຂວງຫລວງນໍ້າທາ ບໍ່ສາມາດທີ່ຈະຕອບສະໜອງ
ແຮງງານດັ່ງກ່າວ ໄດ້ຢ່າງພຽງພໍກັບຄວາມຕ້ອງການທີ່ເປັນຈິງນັ້ນ ຈຶ່ງມີຄວາມເປັນໄປ
ໄດ້ສູງ ທີ່ບັນດານັກທຸລະກິດຈາກຈີນ ຈະແກ້ໄຂບັນຫາຂາດແຄນແຮງງານດັ່ງກ່າວດ້ວຍ ການນໍາເຂົ້າແຮງງານຈາກຈີນ ນັ້ນເອງ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານ ແລະສະຫວັດດີການສັງຄົມຂອງລາວ
ກໍຍອມຮັບວ່າ ບັນຫາ​ຂາດແຄນ​ແຮງ​ງານດັ່ງກ່າວບໍ່ໄດ້ເກີດຂຶ້ນ ສະເພາະໃນແຂວງຫຼວງ
ນໍ້າທາ ​ເທົ່າ​ນັ້ນ ຫາກແຕ່ເປັນບັນຫາທີ່ທຸກໆແຂວງທີ່ມີການປູກຢາງພະລານັ້ນ ຈະຕ້ອງ ປະເຊີນຢ່າງຫລີກລ່ຽງບໍ່ໄດ້ເຊ່ນກັນ.

ການເຊັນສັນຍາສໍາປະທານໂຄງ ການປູກສວນຢາງ ລະຫວ່າງ ລາວກັບຈີນ ໃນປີ 2009.
ການເຊັນສັນຍາສໍາປະທານໂຄງ ການປູກສວນຢາງ ລະຫວ່າງ ລາວກັບຈີນ ໃນປີ 2009.

ທັ້ງນີ້ກໍເນື່ອງຈາກວ່າໃນ​ໄລຍະ​ກວ່າ 10 ປີມານີ້ທາງການ
ລາວ​ໄດ້​ອະນຸມັດ​ສໍາ​ປະທານ​ສິດ​ໃນ​ການ​ເຊົ່າ​ທີ່ດິນໃຫ້​ແກ່​
ເອກະ​ຊົນ​ລາວແລະຕ່າງ​ຊາດ​ໄປ​ແລ້ວຫລາຍ​ກວ່າ 2,000
ໂຄງການ ຊຶ່ງ​ມີ​ເນື້ອທີ່ສໍາປະທານຮວມກັນ ກວ້າງກວ່າ
4 ​ແສນ​ເຮັກຕາ ​ໃນ​ທົ່ວ​ປະ​ເທດ​ແລະ​ໃນ​ນີ້ກໍແມ່ນ​ພື້ນທີ່​ສໍາ
ປະທານເພື່ອການ​ປູກ​ຢາງພາລາ​ເກີນ​ກວ່າ 70% ຊຶ່ງ​ສ່ວນ
ໃຫຍ່ກໍ​ຈະສາມາດ​ເລີ່​ມ​ຂີດ​ເອົາ​ຢາງ​ໄດ້​ພາຍ​ໃນ​ປີ 2015
ເປັນຕົ້ນໄປ ຈຶ່ງເຮັດໃຫ້ຕ້ອງການນໍາໃຊ້ແຮງ​ງານ​ເຂົ້າ​ໃນ
ການຂີດຢາງພາລາໃນພື້ນທີ່ສໍາປະທານທັງໝົດດັ່ງກ່າວ
ຫຼາຍກວ່າ 5 ແສນຄົນ ຫຼືຄິດເປັນອັດຕາສ່ວນແຮງງານ 2 ຄົນຕໍ່ພື້ນທີ່ 1 ເຮັກຕາ.

ກ່ຽວກັບການ​ໃຫ້ສໍາປະທານທີ່​ດິນນີ້ ບໍ່ພຽງ​ແຕ່ຈະ​ເຮັດ​ໃຫ້​ລາວຕ້ອງ​ປະ​ເຊີນ​ກັບ​ບັນຫາ​ຂາດ​
ແຄນ​ແຮງ​ງານ​ເທົ່າ​ນັ້ນ ຫາກ​ແຕ່​ວ່າການໃຫ້ສໍາປະທານສິດແກ່ບັນດາເອກກະຊົນລາວແລະ
ຕ່າງຊາດ​ໃນ​ໄລຍະ​ກວ່າ 10 ປີມານີ້ ​ຍັງໄດ້ສົ່ງຜົນກະທົບຕໍ່ສະພາບແວດລ້ອມທໍາມະຊາດ
​ແລະ​ສັງຄົມລາວ​ເພີ້ມຫລາຍ​ຂຶ້ນນັບ​ມື້ອີກ​ດ້ວຍ.

ສວນຢາງຂອງບໍລິສັດເອກະຊົນຈີນແຫ່ງນຶ່ງທີ່ພາກເໜືອຂອງລາວ
ສວນຢາງຂອງບໍລິສັດເອກະຊົນຈີນແຫ່ງນຶ່ງທີ່ພາກເໜືອຂອງລາວ

ທັງ​ນີ້ ກໍເນື່ອງຈາກ​ວ່າ ການ​ໃຫ້​ສໍາ​ປະທານ
ທີ່​ດິນ ​ໄດ້​ເຮັດ​ໃຫ້ມີ​ການ​ຕັດ​ໄມ້​ທໍາລາຍ​ປ່າ
​ເກີດ​ຂຶ້ນຢ່າງ​ກວ້າງຂວາງ ​ແລະໃນຫລາຍໆ
ກໍລະນີ ກໍ​ເປັນການ​ໃຫ້​ສໍາປະທານທີ່​ດິນ
ທີ່ໄປກວາມເອົາ​ເຂດປ່າສະຫງວນ ຫລື​ວ່າ
ແຫລ່ງນໍ້າ​ທໍາມະຊາດ ລວມ​ທັງ​ໄປ​ກວາ​ມ
​ເອົາທີ່ດິນຂອງປະຊາຊົນ ​ແລ້ວ​ກໍ່​ໃຫ້​ເກີດ
ຄວາມ​ຂັດ​ແຍ້​ງກັນ​ ລະຫວ່າງບັນດາ​ບໍລິສັດ​
ເອກະ​ຊົນ​ຜູ້​ໄດ້ຮັບສໍາປະທານທີ່​ດິນ ​ກັບປະ ຊາຊົນລາວ​ອີກ​ດ້ວຍ.

XS
SM
MD
LG