ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ທ່ອງ​ທ່ຽວ​ໃນ​ຫຼວງ​ພ​​ະ​ບາງ ກຳ​ລັງ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ ທຸ​ລະ​ກິດ​ທີ່ຂັດຕໍ່​ລະ​ບຽບ​ການ​


ນັກທ່ອງທ່ຽວຊົມ ຕາດກວາງສີ ທີ່ຫລວງພະບາງ
ນັກທ່ອງທ່ຽວຊົມ ຕາດກວາງສີ ທີ່ຫລວງພະບາງ

ການ​ທ່ອງ​ທ່ຽວ​ຢູ່​ໃນ​ແຂວງ​ຫຼວງ​ພະ​ບາງ ຖືກ​ກະ​ທົບ​ຈ​າກ​ປັນ​ຫາ​ກ່ຽວ​ກັບ​ການ​ດຳ​ເນີນ​ທຸ​
ລະ​ກິດ ທີ່​ຂັດ​ຕໍ່ລະ​ບຽບກົດ​ໝາຍ ແລະ​ອ​າດ​ຊະ​ຍາ​ກຳ​ໃນ​ຮູບ​ແບບ​ຕ່າງ​ໆ ທີ່​ກະ​ທົບ​ຕໍ່​ສັງ
​ຄົມ ວັດ​ທະ​ນາ​ທຳ​ທີ່​ດີ​ງາມ ຊຶ່ງ ຊົງລິດ ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ສາຍ​ສະ​ໝອນ ຄົ​ມ​ທະ​ວົງ ສະ​ມາ​ຊິກ​ສ​ະ​ພາ​ແຫ່ງ​ຊາດລາວ​ຈາກ​ແຂວງ​ຫຼວງ​ພະ​
ບາງ ໄດ້​ຢືນ​ຢັນ​ວ່າ​ການ​ບໍ​ລິ​ການ ແລະ​ທ່ອງ​ທ່ຽວ​ໃນ​ແຂວງ​ຫຼ​ວງ​ພະ​ບາງ ປະ​ເຊີນ​
​ບັນ​ຫາ​ຫຼາບຍດ້ານ​ໃນ​ປັດ​ຈຸ​ບັນ​ນີ້ ຊຶ່ງ​ເຮັດ​ໃຫ້​ການ​ຈັດ​ເກັບ​ກອ​ງ​ທຶນ​ທ່ອງ​ທ໋ຽວ​ບໍ່​ໄດ້
​ຕາມ​ັແຜນ​ການ​ທີ່​ວາ​ງ​ໄວ້ ທັງ​ຍັງມີ​ການ​ດຳ​ເນີນ​ການ​ທຸ​ລະ​ກິດ​ນາ​ທີ່ຂັດ​ຕໍ່​ລະບຽບ ກົດ​
ໝາຍ​ດ້ານ​ການ​ທ່ອງ​ທ່ຽວ ແລະ​ການ​ກໍ່​ອາດ​ຊະ​ຍາ​ກຳ​ໃນ​ຮູບ​ແບບ​ຕ່າງໆ ໃນ​ນີ້​ຮວມ
​ເຖິງ​ການ​ລັກ​ເອົາພ​ຣະ​ພຸດ​ທະ​ຮູບ​ເກົ່າ​ແກ່ ແລະ​ການ​ນຳ​ໃຊ້​ສັນ​ຍາ​ລັກ​ປູ່​ເຍີ ຍ່າ​ເຍີ
ຢ່າງ​ບໍ່​ເໝາະ​ສົມອີກ​ດ້ວຍດັ່ງ​ທີ່​ທ່ານ​ສາຍ​ສະ​ໝອນ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ບັນ​ຫານ​ທີນຶ່ງ​ແມ່ນ​ການ​ຈັດ​ເກັບ​ກອ​ງ​ທຶນ​ທ່ອງ​ທ່ຽວ​ບໍ່​ໄດ້​ຕາມ​ແຜນ ບັນ​ຫາ​ທີສອງ​
ແມ່ນ​ຢູ່​ຫຼວງ​ພ​ຣະ​ບາງ​ໃນ​ເວ​ລາ​ນີ້ ​ຖື​ວ່າ​ພ​ຣະເຈົ້ານີ້​ແມ່ນ​ເສຍ​ໄປ 34 ອົງ ຈະ​ມີ​ມາດ​
ຕະ​ການ​ວິ​ທີ​ການ​ແນວ​ໃດ​ເພື່ອ​ຊ່ວຍ​ໃນ​ການ​ຄຸ້​ມ​ຄອງ ບັນ​ຫາ​ທີ່​ສາມ​ແມ່ນ​ການ​ເດີນ​
ແຟ​ຊັ້ນ ພວກ​ເຮົາ​ກວດ​ພົບ​ເຫັນ​ແມ່ນ​ໄດ້​ເອົາ​ຫົວ​ຂອງ​ປູ່​ເຍີ ຍ່າ​ເຍີ ມາ​ເປັນ​ແບບ​ການ​
ປະ​ດັບ​ຢູ່​ໜ້​າ​ເອິກ​ຂອງ​ແມ່​ຍິງ​ແຟ​ຊັ້ນ ອັນ​ນີ້​ຫຼວງ​ພ​ຣະ​ບາງ​ຖື​ວ່າ​ແມ່ນ​ໄດ້​ຄັດ​ຄ້ານ​ບໍ່
​ເຫັນ​ດີ ເພາະ​ວ່າ​ເປັນ​ສິ່ງ​ສັກ​ສິດ ແລະ​ສັກ​ກະ​ລະບູ​ຊາ​ຂອງ​ຫຼວງ​ພ​ຣະ​ບາງ ຈຶ່ງ​ສະ
​ເໜີ​ໃຫ້​ກະ​ຊວງ​ມີ​ການກວດ​ກາ."

ທາງ​ດ້ານ​ພັນ​ໂທສົມ​ບູນ ແກ້ວ​ມະ​ນີ​ວົງ ຫົວ​ໜ້າຫ້ອງ​ການ​ຕຳ​ຫຼວດແຂວງ​ຫຼວ​ພະ​ບາງ
ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ ອາດ​ຊະ​ຍາ​ກຳ​ທີ່​ກ່ຽວ​ກັບ​ກຸ່ມ​ແກ້ງ​ລັກ​ລອບ​ຄ້າ​ຢາ​ເສບ​ຕິດ​ໄດ້​
ສົ່ງ​ຜົນ​ກະ​ທົບ​ຕໍ່​ທຸ​ລະ​ກິດ​ບໍ​ລິ​ການ ແລະ​ທ່ອງ​ທ໋ຽວ​ພາຍ​ໃນ​ແຂວງ​ຫຼວງ​ພະ​ບາງເພີ້ມ​ຂຶ້ນ
​ນັບ​ມື້ ຈຶ່ງ​ເຮັດ​ໃຫ້​ກອງ​ບັນ​ຊາ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຂວງ ມີ​ຄຳ​ສັ່ງ​ໃຫ້​ເພີ້ມ​
ມາດ​ຕະ​ການ​ເຂັ້ມ​ງວດ​ເຂົ້າ​ໃນ​ການກວດ​ກາ ແລະ​ປາບ​ປາມ​ການ​ຄ້າ​ຢາ​ເສບ​ຕິດ​ໃຫ້
​ຫຼາຍ​ຂຶ້ນກວ່າ​ເກົ່າ ໂດຍ​ໃນ​ຮອບ​ປີ​ທີ່​ຜ່ານ​ມາ ທາງ​ການ​ຕຳ​ຫຼວດ​ແຂວງ​ຫຼວງ​ພະ​ບາງ
ສາ​ມາດ​ປາບ​ປາມ​ການ​ຄ້າ​ຢາ​ເສບ​ຕິດ​ໄດ້ 106 ກໍ​ຈະ​ມີຈັບ​ກຸມ​ຜູ້​ຕ້ອງ​ຫາ​ໄດ້ 158 ຄົນ​
ເປັນ​ຊາວ​ຕ່າງ​ຊ​າດ 1 ຄົນ ຍຶດ​ຢາ​ບ້າ​ໄດ້​ຫຼາຍກວ່າ 2.6 ລ້ານ​ເມັດ ຝິ່ນກວ່າ 116 ກິ​
ໂລກ​ຣາມ ສານ​ເຄ​ມີ ແລະ​ອຸບ​ປະ​ກອນ​ສຳ​ລັບ​ຜະ​ລິດ​ຢາ​ເສບ​ຕິດ ພ້ອມ​ດ້ວຍ​ລົດ​ຈັກ
56 ຄັນ ລົດ​ຍົນ 34 ຄັນ ອາ​ວຸດ​ສົງ​ຄາມ ແລະ​ກະ​ສຸນ​ປືນ​ຈໍ​ສນວນ​ຫຼາຍ​ຮ້ອຍ​ລາຍ​ການ.

ແຕ່​ຢ່າງ​ໃດ​ກໍ​ຕາມ ທາງກ​ານ​ແຂວງ​ຫຼວງ​ພ​ະ​ບາງ ກໍ​ຄາດ​ໝາຍ​ວ່າ​ຈະ​ມີ​ນັກ​ທ່ອງ​ທ່ຽວ
758,000 ຄົນ ທີ່​ຈະ​ເດີນ​ທາງ​ມາ​ທ່ອງ​ທ່ຽວ​ເມືອງ​ມໍ​ລະ​ດົກ​ໂລກ​ໃນ​ປີ 2018 ໃນ​ນີ້​ຈະ​
ເປັນ​ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ 550,000 ກວ່າ​ຄົນ ແລະ​ນັກ​ທ່ອງ​ທ່ຽວ​ພາຍໃນຫຼາຍກວ່າ
235,000 ຄົນ ຊຶ່ງ​ເພີ້ມ​ຂຶ້ນ​ໃນ​ອັດ​ຕາ​ສະ​ເລ່ຍ​ເກີນກວ່າ 20 ເປີ​ເຊັນ ທຽບ​ໃສ່​ປີ 2017
ອັນ​ຈະ​ເຮັດ​ໃຫ້​ການ​ບໍ​ລິ​ການ ແລະ​ທ່ອງ​ທ່ຽວ​ໃນ​ແຂວງ​ຫຼວງ​ພ​ຣະ​ບາງ ມີ​ລາຍ​ຮັບ​ຫຼາຍ
ກວ່າ 205 ລ້ານໂດ​ລາໃນ​ຕະ​ຫຼອ​ດ​ປີ 2018 ນີ້.

ໂດຍ​ປັດ​ໃຈ​ທີ່​ດຶງ​ດູດ​ໃຫ້​ຊາວ​ຕ່າງ​ຊາດ​ເດີນ​ທາງ​ມາ​ທ່ອງ​ທ່ຽວ​ໃນ​ເມືອງ​ມໍ​ລະ​ດົກ​ໂລກ​
ຫຼວງ​ພ​ະ​ບາງ ເພີ້ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ກຳ​ເພາະ​ວ່າ ຊາວ​ເມືອງ​ຫຼວງ​ພ​ຣະ​ບາງ​ຍັງ​ຮັກ​ສາ
​ໄດ້​ທັງ​ວັດ​ທະ​ນາ​ທຳ​ຮີດ​ຄອງ​ປະ​ເພ​ນີ ວິ​ຖີ​ຊີ​ວິດ​ດັ້ງ​ເດີມ ປະ​ວັດ​ສາດ ແລະທຳ​ມະ​ຊາດ
​ອັນ​ສວຍ​ງາມ ທັງ​ຍັງ​ສ​າ​ມາດ​ປະ​ຕິ​ບັດ​ຕາມ​ສົນ​ທິ​ສັນ​ຍາ ທີ່​ຕົກ​ລົງ​ກັບ​ອົງ​ການ
UNESCO ກ່ຽວກັບການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ໄດ້​ຍ່າງ​ເຄັ່ງ​ຄັດ​ ເຊັ່ນ​ການ​ກໍ່​ສ້າງ
ແລະບູລະ​ນະສ້ອມແປງ​ເຮືອນ ອາ​ຄານ ວັດ ແລະ​ສະ​ຖານ​ທີ່​ຕ່າງໆ​ພາຍ​ໃນ​ແຂວງ ທີ່​
ຈະ​ຕ້ອງ​ໄດ້​ຮັກ​ສາຮີດ​ຄອງ​ອັນ​ດີ​ງາມ ແລະ​ສິ່ງ​ດັ້ງ​ເດີມ​ທີ່​ເປັນ​ເອກ​ກະ​ລັກ​ຂອງ​ຊາວ​
ຫຼວງພ​ຣະ​ບາງ​ໄວ້​ຢ່າງ​ຄົບ​ຖ້ວນ.

ສຳ​ລັບໃນ​ປີ 2018 ອັນ​ເປັນ​ປີ​ທ່ອງ​ທ່ຽວ​ລາວ​ອີກ​ດ້ວຍ​ນັ້ນ ທາງກ​ານ​ແຂວງ​ຫຼວງ​ພ​ະ
​ບາງ​ໄດ້​ວາງ​ແຜນ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວດ້ວຍ 7 ກິດ​ຈະ​ກຳຫລັກ ຄື​ງານ​ປະ​ກວດ​
ຂັບ​ລຳ​ພື້ນ​ເມືອງ​ຫຼວງ​ພ​ະ​ບາງ ງານ​ສ​ະ​ເຫຼີມ​ສະ​ຫຼອງ​ປີ​ທ່ອງ​ທ່ຽວລາວ 2018 ງານ​
ບຸນ​ສົງ​ການ​ປີໃໝ່​ລາວ ກິດ​ຈະ​ການ​ຂີ່​ລົດ​ຖີບ ງານ​ມະ​ໂຫລານ​ຮູບ​ເງົາ ງານ​ແທ້​ໂອ​ທີ່​
ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ​ເປັນ​ຫຼວງ​ພ​ະ​ບາງ ແລະ​ງານ​ສຳ​ມະ​ນາ​ວ່າ​ດ້ວຍ​ການ
​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ ທັງ​ຍັງ​ຈະ​ມີ​ງານ​ບຸນ​ປະ​ເພ​ນີ​ຢູ່​ເມືອງ​ຕ່າງໆ​ອີກ​ເຖິງ 30 ກິດ
​ຈະ​ກຳ​ອີກ​ດ້ວຍ.

ທັງ​ນີ້​ໂດຍ​ແຂວງ​ຫຼວງ​ພ​ະ​ບາງ ມີ​ອັດ​ຕາ​ການ​ຂະ​ຫຍາຍ​ໂຕ​ທາງ​ເສດ​ຖະ​ກິດ ທີ່​ລະ
​ດັບ 8.4 ເປີ​ເຊັນ ໃນ​ປີ 2017 ທີ່​ຜ່ານ​ມາ ແລະ​ເມື່ອ​ສົມ​ທົບ​ກັບ​ການ​ຂະ​ຫຍາຍ​ໂຕ​ໃນ​
ດ້ານ​ບໍ​ລິ​ການ ແລະ​ທ່ອງ​ທ່ຽວ ທີ​ມີ​ຊາວ​ຕ່າງ​ຊາດ​ຫາຍກວ່າ 472,000 ຄົນ​ເດີ​ນ​ທາງ
​ມາ​ທ່ອງ​ທ່ຽວ​ເມືອງ​ມໍ​ລະ​ດົກ​ໂລກ​ຫຼວງ​ພ​ຣະ​ບາງ ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ລ​າຍ​ໄດ້​ສະ​
ເລ່ຍ​ຂອງ​ປະ​ຊ​າ​ຊົນ​ໃນ​ແຂວງ​ຫຼວງ​ພ​ະ​ບາງ ເພີ້ມ​ສູງ​ຂຶ້ນ​ເປັນ​ຫຼາຍກວ່າ 1,740 ພັນ​
ໂດ​ລາ​ໃນ​ປີ 2017 ແລະ​ເພີ້ມ​ຂຶ້ນ​ເປັນ 1,877 ຕໍ່​ຄົນ​ໃນ​ປີ 2018 ສ່ວນ​ປະ​ຊາ​ຊ​າ​ຊົນ​ທີ່
​ຢູ່​ເຂດ​ບ້ານ​ພັດ​ທະ​ນາ ທີ​ມີ​ການ​ພັດ​ທະ​ນາ​ລະ​ບົບ​ພື້ນ​ຖານ​ໂຄງ​ລາ​ງ​ຢ່າງ​ດີ​ແລ້​ວ​ນັ້ນ​
ກໍ​ມີ​ລາຍ​ໄດ້​ສະ​ເລ່ຍ​ສູງ​ເຖິງ 4,000 ໂດ​ລາ ຕໍ່​ຄົນ.

XS
SM
MD
LG