ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫລວງ​ພະ​ບາງ​ ​ຖືກເລືອກເປັນ​ ຈຸດໝາຍ​ປາຍທາງ​ ອັນດັບ 1 ຂອງນັກ​ທ່ອງ​ທ່ຽວ ອີກຄັ້ງໜຶ່ງ


ຫລວງພະບາງ ເມືອງມໍລະດົກໂລກ ເປັນສະຖານທີ່ທ່ອງທ່ຽວ ອັນດັບທີ 1 ຂອງໂລກ ສຳຫລັບປີ 2015.
ຫລວງພະບາງ ເມືອງມໍລະດົກໂລກ ເປັນສະຖານທີ່ທ່ອງທ່ຽວ ອັນດັບທີ 1 ຂອງໂລກ ສຳຫລັບປີ 2015.

​ເມືອງ​ມໍລະ​ດົກ​ໂລກ​ ຫລວງ​ພະ​ບາງ​ ໄດ້​ຮັບ​ຄະ​ແນນ​ເປັນອັນ​ດັບ
1 ​ໃນ​ຖານະ​ເມືອງ ​ທີ່​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ ຢາກ​ຈະ​ເດີນ
ທາງ​ໄປ​ທ່ອງທ່ຽວຫຼາຍທີ່​ສຸດ​ໃນ​ໂລກ ສຳ​ຫລັບ​ໃນ​ປີ 2015 ນີ້.

Wanderlus Magazine ຊຶ່ງ​ເປັນວາລະສານດ້ານ​ການທ່ອງທ່ຽວ​ຊັ້ນນຳ ຂອງ​ໂລກ​ ໃນ​
ປະ​ເທດ​ອັງກິດ ສະ​ເໜີ​ລາຍ​ງານ​ວ່າ ບັນດາ​ສະມາຊິກ​ຂອງ​ວາລະສານ​ໄດ້​ຈັດ​ໃຫ້ ​ເມືອງ​
ມໍລະ​ດົກ​ໂລກຫລວງ​ພະ​ບາງ ​ເປັນ​ເມືອງ​ທີ່​ໜ້າ​ທ່ອງ​ທ່ຽວ​ທີ່​ສຸດ​ອັນ​ດັບ 1 ຂອງ​ໂລກ​ ໃນ​ປີ
2015 ນີ້​ ດ້ວຍ​ຄະ​ແນນ ທີ່​ຄິດ​ເປັນ​ອັດຕາ​ສະ​ເລ່ຍ 97.14 ​ເປີ​ເຊັນ ຂອງ​ຈຳນວນ​ສະມາ
ຊິກ​ທັງ​ໝົດ ທີ່​ໄດ້​ປະກອບ​ຄວາມ​ເຫັນ​ເຂົ້າໃນ​ການ​ສຳ​ຫລວດ ​ເມື່ອ​ທ້າຍ​ປີ​ທີ່​ຜ່ານ​ມາ ສ່ວນ
​ອັນ​ດັບ​ທີ 2 ​ແລະ​ທີ 3 ກໍຄື​ເມືອງ​ພຸກາມ​ ໃນ​ສະຫະພາບ​ມຽນມາ ​ແລະ ນະຄອນຫລວງ
Stockholm ຂອງ​ປະ​ເທດ​ສະ​ວີ​ເດັນ ທີ່​ໄດ້​ຮັບ​ຄະ​ແນນ ​ຄິດ​ເປັນ​ອັດຕາ​ສະ​ເລ່ຍ 95 ​ເປີ​ເຊັນ ​ແລະ 94.74 ​ເປີ​ເຊັນ ຕາມ​ລຳດັບ.

​ໂດຍ​ການຈັດ​ອັນ​ດັບ​ດັ່ງກ່າວ​ນີ້ ນັບ​ເປັນ​ອີກ​ຄັ້ງໜຶ່ງ ​ທີ່​ເມືອງ​ມໍລະດົກ​ໂລກ​ຫລວງ​ພະ​ບາງ ​
ໄດ້​ຮັບ​ການຈັດ​ອັນ​ດັບໃຫ້​ເປັນ​ເມືອງ ​ທີ່​ໜ້າ​ທ່ອງ​ທ່ຽວ​ທີ່​ສຸດໃນ​ໂລກ ຫຼັງຈາກ​ທີ່​ໄດ້​ເສຍແຊ້ມ​ ໄປ​ໃຫ້​ເມືອງພຸກາມ ​ເມື່ອ​ປີ 2014 ຫາກ​ແຕ່​ກໍ​ຖື​ເປັນ​ສະພາບ​ການ​ ປົກກະຕິ​ໄປ​ແລ້ວ ​ເພາະວ່າ ​ເມືອງ​ຫລວງ​ພະ​ບາງ​ເຄີຍ​ຄອງ​ແຊ້ມມາ​ແລ້ວ​ ໃນ​ຊ່ວງ​ປີ 2006-2008 ກ່ອນ​ຈະ​ເສຍ​ແຊ້ມ ​ແຕ່
​ກໍ​ຍັງ​ຄົງ​ຢູ່​ໃນ 10 ​ເມືອງ​ທີ່​ໜ້າ​ທ່ອງ​ທ່ຽວ​ທີ່​ສຸດ​ໃນ​ໂລກ​ ໃນ​ປີ 2009 ​ແລ້ວ​ກັບ​ຄືນ​ມາ​ຄອງ​ແຊ້ມ​
ໃນ​ຊ່ວງ​ປີ 2010-2012 ​ແລະ​ມີ​ພຽງ​ໃນ​ປີ 2013 ​ເທົ່າ​ນັ້ນ ທີ່​ເມືອງ​ຫລວງ​ພະ​ບາງ​ໄດ້​ຫລຸດ​
ຈາກ 10 ອັນ​ດັບ​ ຂອງ​ເມືອງ​ທີ່​ໜ້າ​ທ່ອງ​ທ່ຽວ​ທີ່​ສຸດ​ໃນ​ໂລກ.

ໂດຍ​ການ​ທີ່​ເມືອງ​ຫລວງ​ພະ​ບາງ​ໄດ້​ເປັນ​ຈຸດໝາຍ​ປາຍທາງ​ ທີ່​ໜ້າ​ທ່ອງ​ທ່ຽວ​ທີ່​ສຸດ​ໃນໂລກ
​ດັ່ງກ່າວນີ້ ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ມີ​ຊາວ​ຕ່າງ​ຊາດ​ເດີນທາງ​ເຂົ້າມາ​ທ່ອງ​ທ່ຽວ​ ໃນ​ເມືອງ​ມໍລະ
ດົກ​ໂລກ​ແຫ່ງ​ນີ້​ ເພີ້​ມຂຶ້ນທຸກ​ປີ​ເ​ຊັ່ນ​ດຽວ​ກັນ ​ໂດຍ​ມີ​ຊາວ​ຕ່າງ​ຊາດຫຼາຍກວ່າ 343,000 ຄົນ​
ທີ່​ເດີນທາງ​ມາ​ທ່ອງ​ທ່ຽວ​ເມືອງ​ຫລວງ​ພະ​ບາງ​ໃນ​ປີ 2013 ​ແລະ​ເພີ້​ມຂຶ້ນ​ເປັນຫຼາຍກວ່າ
350,000 ຄົນ​ໃນ​ປີ 2014.

ການຕັກບາດໃນຕອນຍາມເຊົ້າໆ ທຸກໆມື້ ແມ່ນເປັນຮີດຄອງ​ປະເພນີ ອັນດີງາມ​ຂອງຊາວລາວ.
ການຕັກບາດໃນຕອນຍາມເຊົ້າໆ ທຸກໆມື້ ແມ່ນເປັນຮີດຄອງ​ປະເພນີ ອັນດີງາມ​ຂອງຊາວລາວ.

ຫາກ​ແຕ່​ວ່າການ​ທີ່​ມີ​ນັກ​ທ່ອງ​ທ່ຽວ​ເພີ້​ມຂຶ້ນຢ່າງ​ຕໍ່​ເນື່ອງ​ດັ່ງກ່າວ
ກໍ​ເຮັດ​ໃຫ້​ທາງ​ການ​ລາວ​ຢ້ານ​ວ່າ​ ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ຮີດຄອງ​ອັນ
​ດີງາມ​ຂອງ​ແຂວງ ຢ່າງ​ຫລີກ​ລ້ຽງ​ບໍ່​ໄດ້ ຈຶ່ງ​ໄດ້​ລົນ​ນະ​ລົງ ​ເພື່ອ​ໃຫ້​
ປະ​ຊາ​ຊົນ​ປະກອບ​ສ່ວນ​ເຂົ້າ ​ໃນ​ການ​ຮັກສາ​ຮີດຄອງ​ປະ​ເພນີ​ອັນ
​ດີງາມ​ຢ່າງ​ກວ້າງຂວາງ ​ໃນ​ຕະຫລອດ​ລະຍະ​ຜ່ານ​ມາ​ ດັ່ງ​ທີ່​ທ່ານ​
ຄຳ​ແພງ ​ໄຊ​ສົມ​ແພງ ​ເຈົ້າ​ແຂວງ​ ​ແລະ​ ເລຂາ​ພັກ ​ແຂວງ
​ຫລວງ​ພະ​ບາງ​ໄດ້ໃຫ້ການ​ຊີ້​ແຈງ​ວ່າ:

“​ເນື່ອງ​ຈາກ​ວ່າ​ ຫລວງ​ພະ​ບາງ​ຂອງ​ເຮົາ ມີ​ສົນທິສັນຍາ​
ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ມໍລະດົກ ສະນັ້ນການ​ກໍ່ສ້າງ​
ຕຶກ​ອາຄານ​ຕ່າງໆ ​ແມ່ນ​ການ​ຊ້ອມ​ແປງ ຫຼື​ເຂົ້າວັດ​ຕ້ອງ​ໄດ້​ຮັກສາ​ຮີດຄອງ​ອັນ​ດີງາມ​ຂອງ​ພໍ່​-ແມ່ ປະຊາຊົນ ຈັ່ງຊັ້ນ ພວກ​ເຮົາ​ ຈຶ່ງ​ໄດ້​ເອົາ​ວຽກ​ງານ​ການ​ສຶກສາ​ອົບຮົມ​ ໃຫ້​ປະຊາຊົນຢູ່​ໃນ​ຕົວ​ເມືອງ ຫຼືວ່າ​ຢູ່​ໃນ​ທົ່ວ​ແຂວງ​ຕ້ອງ​ຮັກສາ​ລະບຽບ ຫຼືວ່າ​ສົນທິ​ສັນຍາ​ກັບ​ອົງການ UNESCO.”

ທາງ​ດ້ານ​ກະຊວງ​ຖະ​ແຫລ​ງຂ່າວ ວັດທະນະທຳ ​ແລະ​ທ່ອງ​ທ່ຽວ ລາຍ​ງານ​ວ່າ ​ໃນ​ປີ 2013
ມີ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ເດີນທາງ​ເຂົ້າມາ​ໃນ​ລາວ ຫຼາຍກວ່າ 3 ລ້ານ 7 ​ແສນ​ຄົນ ​ແລະ ​ເພີ້​ມຂຶ້ນ​ເປັນຫຼາຍກວ່າ 3 ລ້ານ 8 ​ແສນ​ຄົນ ​ໃນ​ປີ 2014 ສ່ວນ​ໃນ​ປີ 2015 ນີ້ ກໍ​ຄາດ ໝາຍ​ວ່າ​ ຈະ​ມີ​ຊາວ​ຕ່າງ​ຊາດ​ເຖິງ 4 ລ້ານ​ກວ່າ​ຄົນ ທີ່​ຈະ​ເດີນທາງ​ເຂົ້າມາ​ໃນ​ລາວ ​ເນື່ອງ​ຈາກ​ວ່າ​ລາວ​ຍັງ​ໄດ້​ຖືກ​ຈັດ​ໃຫ້​ຢູ່​ອັນ​ດັບ 8 ​ໃນ​ຖານະ​ປະ​ເທດ​ທີ່​ໜ້າ​ທ່ອງ​ທ່ຽວ​ທີ່​ສຸດ ຂອງ​ໂລກ​ໃນ​ປີ 2015
ນີ້​ອີກ​ດ້ວຍ.

ແຕ່​ຢ່າງ​ໃດ​ກໍ​ຕາມ ນັກ​ທ່ອງ​ທ່ຽວ​ທີ່​ເດີນທາງ​ເຂົ້າມາ​ທ່ອງ​ທ່ຽວ​ ໃນ​ລາວຫຼາຍທີ່​ສຸດ ກໍ​ຍັງ​ເປັນ​ ບັນດາ​ນັກ​ທ່ອງ​ທ່ຽວ​ຈາກ​ປະ​ເທດ​ສະມາຊິກ ​ໃນ​ກຸ່ມ​ອາ​ຊ່ຽນ​ດ້ວຍ​ກັນ ທີ່​ມີ​ຈຳນວນຫຼາຍ ກວ່າ 3 ລ້ານ 2 ​ແສນ​ຄົນ ​ໃນ​ປີ 2014 ​ໂດຍ​ເພີ້​ມຂຶ້ນຈາກ 2 ລ້ານ 7 ​ແສນ​ກວ່າ​ຄົນ​ໃນ​ປີ 2012 ທັງ​ຍັງ​ເພີ້​ມຂຶ້ນ​ເກີນ​ກວ່າ 3 ​ເທົ້າ​ຕົວ ​ເມື່ອ​ທຽບ​ໃສ່​ກັບ​ປີ 2006 ທີ່​ມີ​ນັກ​ທ່ອງ​ທ່ຽວ​ຈາກ​ອາ​ຊ່ຽນດ້ວຍ​ກັນພຽງ​ແຕ່ 9 ​ແສນ​ກວ່າ​ຄົນ​ເທົ່າ​ນັ້ນ ທີ່​ເດີນທາງ​ເຂົ້າມາ​ທ່ອງ​ທ່ຽວ​ໃນ​ລາວ​ໃນ​ປີ 2006 ດັ່ງກ່າວ.

ສ່ວນ​ນັກ​ທ່ອງ​ທ່ຽວ ຈາກ​ພູມິ​ພາກ​ອື່ນ ກໍ​ເດີນທາງ​ເຂົ້າມາ​ທ່ອງ​ທ່ຽວ​ໃນ​ລາວ ​ເພີ້​ມຂຶ້ນຢ່າງ​ຕໍ່​
ເນື່ອງ ​ເຊັ່ນ​ດຽວ​ກັນນັ້ນ ກໍ​ມີ​ທັງ​ນັກ​ທ່ອງ​ທ່ຽວ​ຈາກ​ຢູ​ໂຣບ ​ແລະ​ສະຫະລັດ​ອາ​ເມຣິກາ ຫາກ​
ແຕ່​ທີ່​ຖື​ວ່າ​ເດີນທາງ​ເຂົ້າມາ​ທ່ອງ​ທ່ຽວ​ໃນ​ລາວຫຼາຍທີ່​ສຸດ ​ໃນ​ລະຍະ 10 ກວ່າ​ປີ​ມາ​ນີ້ ກໍແມ່ນ​ ນັກ​ທ່ອງ​ທ່ຽວ​ຈາກ​ໄທ ​ແລະ​ສາ​ເຫດ​ສຳຄັນ​ທີ່​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ ​ເດີນ​ທາງ​ເຂົ້າມາໃນ​ລາວ
ຫຼາຍຂຶ້ນນັ້ນ ທ່ານ​ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ ກະຊວງ​ຖະ​ແຫລ​ງຂ່າວ ວັດ​ທະ ນະ​ທຳ ​ແລະ​ທ່ອງ​ທ່ຽວ ກໍໃຫ້ການ​ຢືນຢັນ​ວ່າ ​ເປັນ​ຍ້ອນ​ການ​ພັດທະນາ​ພາກ​ບໍລິການ​ແລະ ​ທ່ອງ​ທ່ຽວ​ໃນ​ລາວ​ ທີ່​ກ້າວ​ໄປ​ສູ່​ລະດັບ​ມາດຕະຖານ​ສາກົນຫຼາຍຂຶ້ນ ຢ່າງ​ຕໍ່​ເນື່ອງນັ້ນ​ເອງ.

XS
SM
MD
LG