ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເມືອງມໍ​ລະ​ດົກ​ໂລກ ຫຼວງ​ພະ​ບາງ ສະຫຼອງ ​ບຸນ​ສົງການປີ​ໃໝ່​ລາວ ​ຢ່າງ​ຍິ່ງ​ໃຫຍ່​ ຕາມ​ຮີດຄອງ ​ປະ​ເພນີ​ບູຮານ​


ພິທີແຫ່ພະບາງ ໃນເທດສະການ ​ບຸນ​ສົງການ​ປີ​ໃໝ່​ລາວ​ ທີ່ຫຼວງພະບາງ
ພິທີແຫ່ພະບາງ ໃນເທດສະການ ​ບຸນ​ສົງການ​ປີ​ໃໝ່​ລາວ​ ທີ່ຫຼວງພະບາງ

ເມືອງ​ມໍລະດົກ​ໂລກ ຫຼວງ​ພະ​ບາງ​ສະຫຼອງ​ບຸນ​ສົງການ​ປີ​ໃໝ່​ລາວ​ຢ່າງ​ຍິ່ງ​ໃຫຍ່​ເຖິງ 10
ວັນ ດ້ວຍການ​ສືບ​ສານ​ຮີດຄອງ​ປະ​ເພນີ​ບູຮານ​ ອັນດີງາມ​ ຂອງ​ຊາວ​ຫຼວງ​ພະ​ບາງໄວ້
ຢ່າງຄົບ​ຖ້ວນ ຊົງຣິດ ​ໂພນ​ເງິນ ​ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ວົງ​ດາວ​ວອນ ວົງ​ໄຊ​ຍະ​ລາດ ຫົວໜ້າ​ຂະ​ແໜງ​ໂຄສະນາ​ທ່ອງ​ທ່ຽວ​ແຂວງ​ຫຼວງ
​ພະ​ບາງ​ໃຫ້ການ​ຢືນຢັນ​ວ່າ ງານ​ສົງການ​ປີ​ໃໝ່​ລາວ ຢູ່​ເມືອງມໍ​ລະ​ດົກ​ໂລກຫຼວງ​ພະ​ບາງ
ປີພຸດທະ​ສັກກະ​ລາດ 2561 ນີ້ ຈະ​ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່ ​ເປັນ​ເວລາ​ເຖິງ 10 ວັນ ຕິດ​ຕໍ່​ກັນ
​ໂດຍ​ນັບ​ຈາກ​ວັນ​ທີ 11-20 ​ເມສາ ດ້ວຍ​ການ​ຈັດ​ກິດຈະກຳ​ແລະ​ພິທີການ​ຕ່າງໆ ຕາມ​ຮີດ
ຄອງ​ປະ​ເພນີ​ບູຮານ​ອັນ​ດີງາມ​ຂອງ​ລາວ​ຢ່າງ​ຄົບ​ຖ້ວນ.

​ໂດຍ​ເລີ່​ມດ້ວຍ​ການ​ປະ​ກວດ​ນາງ​ສັງຂານ ​ເພື່ອ​ຄັດ​ເລືອກ​ເອົາ​ສາວ​ງາມ 7 ຄົນ ​ເປັນ​ຕົວ
​ແທນ​ຂອງ​ທິດາ​ພະຍາ​ກະບິນລະພັດ ​ໃນ​ວັນ​ທີ 11-12 ​ເມສາ ຢູ່​ທີ່​ເດີ່ນ​ທາດຫຼວງ ຕິດຕາມ
​ດ້ວຍ​ພິທີ​ແຫ່​ຊ້າງ​ຮຽງເກີຍ ຈາກ​ເດີ່ນ​ທາດຫຼວງ​ໄປ​ວັດ​ໃໝ່​ສຸວັນນະ​ພູ​ມາລາມ ​ແລະ​ເປີດຕະຫຼາດນັດ​ງານ​ຫັດຖະກຳ​ຝີ​ມື​ຂອງປະຊາຊົນ​ຊາວຫຼວງ​ພະ​ບາງ ​ແລະ​ງານ​ເທດ
ສະການ​ອາຫານ​ລາວ​ໃນ​ວັນ​ທີ 13 ​ເມສາ ສ່ວນ​ວັນ​ທີ 14 ​ເມສາ​ຈະ​ມີ​ການ​ໂລະ​ລາດ
ແບບ​ມວ​ນຊົນ”ຈາກສາມ​ແຍກ​ບ້ານ​ຈູມ​ຄ້ອງ ຫາ 3 ​ແຍກ ພະ​ແນ​ກ​ໂຍທາ​ແຂວງ ​ເພື່ອ​ຊົມ​ການວາງສະ​ແດງ​ຜະລິດ​ຕະພັນ​ສິ້ນ​ຄ້າພາຍ​ໃນ​ແລະ​ຕ່າງປະ​ເທດ ຈາກ​ນັ້ນ ກໍ​ຈະ​ມີ​
ພິທີ​ອັນ​ເຊີນອາລາ​ທະ​ນາ​ພະພຸດທະ​ຮູບ​ລົງ​ຫົດສົງ​ຢູ່​ຕາມ​ວັດ​ຕ່າງໆ ​ໃນ​ເມືອງ​ຫຼວງ
​ພະ​ບາງ​ຕໍ່​ເນື່ອງ​ດ້ວຍ​ການ​ຕົບ​ພະທາດ​ຊາຍທີ່​ດອນ​ຊາຍ​ມົງຄຸນ ການ​ບູ​ຊາ​ພະທາດ
​ຊາຍ ບາສີ ການສະ​ແດງ​ສິນລະປະ​ວັນນະຄະດີ​ ກິລາພື້ນ​ເມືອງ ການ​ຈູດ​ບັ້ງ​ໄຟ​ຫາງ
ທ່ຽວ​ຊົມ​ສະຖານ​ທີ່​ທ່ອງ​ທ່ຽວ​ເມືອງ​ຈອມ​ເພັດ ສົງ​ນ້ຳ​ພະ​ຢູ່​ວັດ​ຕ່າງໆ ​ແລະ​ພິທີ​ໂຮມ​
ຊຸມນຸມ​ເພື່ອ​ປະກາດ​ການ​ສ້າງ​ຕັ້ງ​ນະຄອນຫຼວງ​ພະ​ບາງ​ທີ່​ເດີ່ນ​ທາດຫຼວງ.

ສຳ​ຫຼັບ​ໃນ​ວັນ​ທີ 15 ​ເມສາ ຈະ​ມີ​ການ​ທ່ຽວ​ຊົມ​ວັດທະນະ​ທຳ​ແລະ​ການສະ​ແດງ​ສິນລະປະ​ວັນນະຄະດີ ທີ່​ເປັນ​ເອກ​ກະ​ລັກ​ຂອງ​ເຜົ່າ​ລື້​ທີ່​ບ້ານ​ຜາ​ນົມ ບາສີ​ໃຫ້​ແກ່​ບັນດາ​ການ​ນຳ
ຕໍ່​ຈາກ​ນັ້ນ​ຈະ​ມີ​ການສະ​ເຫຼີ​ມສະຫຼອງ​ປີ​ການທ່ອງທ່ຽວ​ລາວ 2018 ທີ່​ດ້ານ​ໜ້າ​ຫໍພິພິດ
ທະພັນ ​ແລະ​ການຈັດ​ຂະ​ບວນ​ແຫ່​ວໍ່​ໄປ​ຕາມຖະ​ໜົນສີສະ​ຫວ່າງ​ວົງ ​ແຕ່​ວັດ​ຊຽງ​ທອງ​
ຫາ​ວັດ​ທາດ​ນ້ອຍ ຈັດ​ຂະ​ບວນ​ແຫ່​ໂຄມ​ໄຟ-​ພະຍາ​ນາກ ​ແຕ່​ທາດ​ຈອມ​ສີ​ລົງ​ມາຫໍ​ພິ
ພິດ​ທະ​ພັນ ​ແລະ​ການ​ຊົມ​ການສະ​ແດງລະຄອນ​ພະ​ລັກ​ພະ​ລາມ ຟ້ອນ​ຍັກ ຟ້ອນ​ຍິງ​
ແລະ​ຟ້ອນ​ນາງ​ແກ້ວ.

ສ່ວນ​ໃນ​ຕອນ​ເຊົ້າວັນ​ທີ 17 ​ເມສາ ກໍ​ເລີ່​ມດ້ວຍ​ພິທີ​ທາງ​ສາສະໜາ ​ເພື່ອ​ອັນ​ເຊີນ​ພະ​ບາງ​
ຈາກ​ຫໍພະ​ບາງ​ໄປວັດ​ໃໝ່​ສຸວັນນະ​ພູ​ມາລາມ ​ເພື່ອ​ໃຫ້​ປະຊາຊົນ​ຫົດສົງ ຕິດຕາມ​ດ້ວຍ
​ການຈັດ​ຂະ​ບວນ​ແຫ່​ນາງ​ສັງຂາ​ນທາງ​ເຮື​ອ ​ເພື່ອ​ໄປ​ຫົດ​ສົງ​ພະພຸດທະ​ຮູບ​ຢູ່​ຖ້ຳ​ຕິ່ງ ​
ເມືອງ​ປາກ​ອູ ​ໃນ​ຊ່ວງ​ບ່າຍ ​ແລະ​ສືບ​ຕໍ່​ການ​ສົງ​ນ້ຳ​ພະ​ບາງ ​ໃນ​ວັນ​ທີ 18-19 ​ເມສາ ​
ແລະ​ວັນ​ທີ 20 ​ເມສາ ກໍ​ຈະ​ມີ​ພິທີອາລາທະນາ​ອັນ​ເຊີນ​ພະ​ບາງຈາກ​ວັດ​ໃໝ່​ສຸວັນນະ​ພູ​
ມາລາມກັບ​ໄປ​ປະດິດສະຖານ​ທີ່​ຫໍພະ​ບາງ ຖື​ເປັນອັນ​ສິ້ນ​ສຸດ​ສົງການ​ປີ​ໃໝ່​ລາວ
ພຸດທະ​ສັກກະ​ລາດ 2561 ຢ່າງ​ສົມບູນ ​ໂດຍ​ຈະ​ມີ​ການ​ຮັກສາ​ຄວາມ​ສະ​ຫງົບ​ຮຽບຮ້ອຍ
​ໃຫ້​ໄດ້​ເຖິງ 100 ​ເປີ​ເຊັນ​ເຕັມ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫ​ງົບ​ແຂວງ​ຫຼວງ​ພະ​ບາງ
​ໄດ້​ໃຫ້ການ​ຢືນຢັນ​ວ່າ: “ຈຸດປະສົງ​ຄາດໝາຍ​ຮວມ ​ແມ່ນ​ເຮັດ​ແນວ​ໃດ​ກະ​ເຮັດ​ໃຫ້ການ
​ຫຼິ້ນ​ບຸນ​ປີ​ນີ້​ ມີຄວາມ​ສະ​ງົບມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ອັນ​ນັ້ນ ອັນ​ນຶ່ງ​ເນາະ
ອັນ​ສອງ​ມາແມ່ນ ​ເຮັດ​ແນວ​ໃດ​ກໍ​ຕ້ອງ​ໄດ້​ຮັບປະກັນ​ໃຫ້​ມີ​ບັນຍາກາດ​ເບີ​ກບານ​ມ່ວນ​
ຊື່ນ ຮັບປະກັນ​ໃຫ້​ຖືກຕ້ອງ​ຕາມ​ຮີດຄອງ​ປະ​ເພນີ ​ເວົ້າ​ຮວມ ​ເຮັດ​ໃຫ້​ມັນ​ດີ ​ເຮັດ​ໃຫ້​
ມັນ​ງາມ ​ເຮັດ​ໃຫ້​ມັນ​ມ່ວນ ​ແລ້ວ​ກະ​ເຮັດ​ໃຫ້​ມັນ​ຍິ່ງ​ໃຫຍ່​ກວ່າ​ເກົ່າ​.”

ທາງ​ການ​ລາວ ຄາດ​ວ່າ​ຈະ​ມີ​ຄົນ​ລາວ 235 ພັນ ກວ່າ​ຄົນ ​ແລະ​ຊາວ​ຕ່າງ​ຊາດ 550 ພັນ
ກວ່າ​ຄົນ ທີ່​ຈະ​ເດີນທາງ​ມາ​ທ່ອງ​ທ່ຽວ​ເມືອງມໍ​ລະ​ດົກຫຼວງ​ພະ​ບາງ ​ໃນປີ 2018 ​ເພີ່ມ​ຂຶ້ນ​
ຈາກ​ປີ 2017 ​ເກີນ​ກວ່າ 20 ​ເປີ​ເຊັນ ​ໂດຍ​ໂຮງ​ແຮມ​-ບ້ານ​ພັກ 403 ​ແຫ່ງ​ສາມາດ​ຮອງ​ຮັບ
​ທ່ອງ​ທ່ຽວ​ຕ່າງ​ຊາດ​ໄດ້​ກວ່າ 5 ​ແສນ​ຄົນ ຊຶ່ງ​ຈະ​ເຮັດ​ໃຫ້​ພາກ​ການທ່ອງທ່ຽວຫຼວງ​ພະ​ບາງ
​ມີລາຍ​ຮັບ​ຫຼາຍ​ກວ່າ 205 ລ້ານໂດລາ ​ໃນ​ປີ​ນີ້.

XS
SM
MD
LG