ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຂວງ​ຫຼວງ​ພະບາງ​ຄາດວ່າ​ ຍອດ​ຜະລິດຕະພັນ​ລວມ ຂອງປີ 2011-2012 ຈະ​ເພີ່ມ​ຂຶ້ນ​ເຖິງ 9.4%


ຂະບວນການແຫ່ພະບາງໄປສົງ ໃນງານສະເຫລີມສະຫລອງ ບຸນປີໃໝ່ລາວ ທີ່ເມືອງຫລວງພະບາງ
ຂະບວນການແຫ່ພະບາງໄປສົງ ໃນງານສະເຫລີມສະຫລອງ ບຸນປີໃໝ່ລາວ ທີ່ເມືອງຫລວງພະບາງ

ທາງ​ການ​ແຂວງ​ຫຼວງ​ພະບາງ ​ຄາດວ່າ ​ຍອດ​ຜະລິດຕະພັນ​ລວມ (GDP) ​ໃນ​ຕະຫຼອດ​ແຜນການ​ປະ​ຈໍາປີ 2011-2012 ນີ້ ຈະ​ຂະຫຍາຍຕົວ​ເພີ່ມ​ຂຶ້ນ ​ເຖິງ 9.4% ຊຶ່ງ​ເປັນ​ຜົນ​ຈາກ​ການທ່ອງທ່ຽວ ​ແລະ​ອຸດສາຫະກໍາ.

ທາງ​ການ​ແຂວງຫຼວງ​ພະ​ບາງ​ໄດ້​ປະ​ເມີນ​ສະພາວະ​ການ​ເຕີບ​
ໂຕ​ທາງ​ເສດຖະກິດ​ ໃນຕະຫຼອດ​ໄລຍະ​ແຜນການ​ປະ​ຈໍາປີ
2011-2012 ທີ່​ຈະ​ສິ້ນ​ສຸດ​ລົງ​ໃນ​ທ້າ​ຍ​ເດືອນ​ກັນຍາ​ນີ້​ວ່າ
ຍອດ​ຜະລິດ​ລວມພາຍ​ໃນ​ແຂວງ​ຫຼື GDP ນັ້ນ ຈະ​ມີ​ມູນ​ຄ່າ​
ລວມ​ເຖິງ 4,341 ຕື້​ກີບ ​ໂດຍ​ຄິດເປັນ​ອັດຕາ​ສະ​ເລ່ຍທີ່​ເພີ່ມ​
ສູງ​ຂຶ້ນຈາກແຜນການ​ປີ 2010-2011 ທີ່​ຜ່ານ​ມາ​ເຖິງ 9.4%
ຊຶ່ງ​ເຮັດ​ໃຫ້​ສາມາດຄິດ​ສະ​ເລ່ຍ​ເປັນ​ລາຍ​ໄດ້​ຂອງ​ປະຊາ​ຊົນ
​ໃນ​ແຂວງ​ຫຼວງ​ພະ​ບາງ​ໄດ້​ເກີນ​ກວ່າ 9 ລ້ານ​ກີບ ຫຼື​ປະມານ
1,125 ​ໂດ​ລາ ຕໍ່​ຄົນ​ຕໍ່​ປີ.

ພາກ​ການ​ຜະລິດ​ທີ່​ມີ​ການ​ຂະຫຍາຍຕົວ​ຫຼາຍ​ທີ່​ສຸດ​ນັ້ນ ກໍ​ແມ່ນ
​ພາກ​ອຸດສາຫະກໍາ ​ທີ່​ມີ​ອັດຕາ​ການ​ຂະຫຍາຍຕົວ​ເພີ່ມ​ຂຶ້ນ​ເຖິງ
14.4% ຕິດຕາມ​ດ້ວຍ​ພາກ​ບໍລິການ-ການທ່ອງທ່ຽວ ​ແລະ​ພາກ
​ກະສິກໍາ-ປ່າ​ໄມ້ ທີ່​ຂະຫຍາຍຕົວ​ເພີ່ມ​ຂຶ້ນ​ໃນ​ອັດຕາ​ສະ​ເລ່ຍ 9.4% ​ແລະ 3.1% ຕາມ​ລໍາ ດັບ ຫາກ​ແຕ່​ວ່າ ​ສໍາ​ລັບ​ພາກ​ບໍລິການ-ການທ່ອງທ່ຽວ​ນັ້ນ ກໍ​ຍັງ​ຖື​ວ່າ​ເປັນ​ພາກ​ທຸລະ​ກິດ​ທີ່​ສາມາດ​ສ້າງ​ລາຍ​ຮັບ​ໃຫ້​ກັບ ​ແຂວງ​ໄດ້​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ​ທີ່​ສຸດ.
ທີວທັດອັນສວຍສົດງົດງາມຂອງເມືອງຫລວງພະບາງ
ທີວທັດອັນສວຍສົດງົດງາມຂອງເມືອງຫລວງພະບາງ

ທັງ​ນີ້​ໂດຍ​ສະ​ເພາະແມ່ນນັບ​ແຕ່ The Wanderlust ​ແຫ່ງ​
ປະ​ເທດ​ອັງກິດ ຊຶ່ງ​ເປັນ​ວາລະສານ​ທ່ອງ​ທ່ຽວ​ຊັ້ນ​ນໍາ​ຂອງ​ໂລກ
​ທີ່​ໄດ້​ເປີດ​ໂອກາດ​ໃຫ້​ສະມາຊິກ​ຂອງວາລະສານ​ໃນ​ທົ່ວ​ໂລກ
​ໄດ້​ເລືອ​ກ​ເອົາ​ເມື​ອງທີ່​ພວກ​ຕົນ​ຊົມ​ຊອບ​ຫຼາຍ​ທີ່​ສຸດ ​ຈາກທັງ
ໝົດ​ຫຼາຍ​ກວ່າ 1,000 ​ເມືອງ​ໃນ​ທົ່ວ​ໂລກ ທີ່​ປາກົດ​ວ່າ​ເມືອງ
​ມໍລະດົກ​ໂລກ​ຫຼວງ​ພະບາງ​ ໄດ້​ຮັບ​ຄວາມ​ນິຍົມ​ສູ​ງສຸດ​ ເປັນ
ອັນ​ດັບ 1 ຂອງ​ໂລກ​ນັ້ນ ກໍ​ຍັງ​ເຮັດໃຫ້​ນັກ​ທ່ອງ ທ່ຽວ​ລາວ​
ແລະ​ຊາວ​ຕ່າງ​ຊາດ​ພາກັນ​ເດີນທາງ​ເຂົ້າ​ໄປ​ທ່ອງ​ທ່ຽວ​ໃນ
​ແຂວງ​ຫຼວງ​ ພະບາງ​ຫຼາຍ​ຂຶ້ນອີກ ດັ່ງ​ທີ່​ເຈົ້າໜ້າ​ທີ່​ການທ່ອງ
ທ່ຽວ​ຫຼວງ​ພະ​ບາງ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ບັນ​ຍາ​ກາດ​ການທ່ອງທ່ຽວ​ຜ່ານ ​ມາ​ນີ້ ກະ​ຄ່ອຍໆ​ຄຶກຄັກ​ຂຶ້ນ ສໍາລັບ​ນັກ​ທ່ອງ​
ທ່ຽວສາກົນ​ນີ້ ທີ່​ເພີ່ມ​ຂຶ້ນຈາກ​ປີຜ່ານມາ​ ທີ່​ມາ​ທ່ຽວ​ຫຼວງ​ພະ​ບາງ​ເປັນ​ອັນ​ດັບ​
ນຶ່ງ​ກໍ​ແມ່ນ​ນັກທ່ອງ​ທ່ຽວ​ຈາກ​ປະ​ເທດ​ໄທ ​ແລ້ວ​ອັນ​ດັບ​ສອງ​ກະ​ແມ່ນ​ມາ​ຈາກ​
ປະ​ເທດ​ອັງ​ກິດ​ ແລະອັນ​ດັບ​ສາມ​ກໍ​ແມ່ນ​ປະ​ເທດ​ຝຣັ່ງ​ ​ແລ້ວ​ກະ​ສີ່ ກໍ​ແມ່ນ
​ເຢຍຣະມັນ ອອສ​ເຕຣ​ເລຍ ​ແລະສະຫະລັດ​ອະ​ເມຣິກາ.”


ພວກນັກທ່ອງທ່ຽວຊາວຕ່າງປະເທດທີ່ນໍ້າຕົກຕາດກວງຊີ
ພວກນັກທ່ອງທ່ຽວຊາວຕ່າງປະເທດທີ່ນໍ້າຕົກຕາດກວງຊີ

ສໍາ​ລັບ​ໃນ​ຕະຫຼອດ​ປີ 2011 ທີ່​ຜ່ານ​ມາ​ກໍ​ປາກົດ​ວ່າ​ມີ​ນັກ​ທ່ອງ
​ທ່ຽວ​ເກືອບ 1.9 ລ້ານ​ຄົນ​ ທີ່​ໄດ້​ເດີນທາງ​ເຂົ້າ​ໄປ​ທ່ອງ​ທ່ຽວ​ໃນ​
ແຂວງ​ຫຼວງ​ພະ​ບາງ ​ໂດຍ​ໃນ​ຈໍານວນ​ດັ່ງກ່າວ ​ກໍ​ເປັນ​ຄົນ​ລາວ
​ຫຼາຍ​ກວ່າ 1.6 ລ້ານ​ຄົນ ​ແລະ​ເປັນ​ນັກ​ທ່ອງ​ທ່ຽວຊາວ​ຕ່າງ​ຊາດ
​ຫຼາຍ​ກວ່າ 274,500 ຄົນ ຊຶ່ງ​ນອກຈາກ​ຈະ​ເພີ່ມ​ຂຶ້ນຈາກ​ປີ
2010 ຄິດ​ເປັນອັດຕາ​ສະ​ເລ່ຍ ທີ່​ເກີນ​ກວ່າ 26% ​ແລ້ວ ກໍ​ຍັງ
​ສ້າງ​ລາຍ​ຮັບ​ໃຫ້​ກັບ​ພາກ​ບໍລິການ​ຂອງ​ແຂວງ​ ໄດ້​ຫຼາຍ​ກວ່າ
164 ລ້ານ​ໂດ​ລາ ອີກ​ດ້ວຍ.

ສ່ວນ​ໃນ​ຕະຫຼອດ​ໄລຍະ​ປີ​ການທ່ອງທ່ຽວ​ລາວ 2012 ນີ້ ທາງ​ການແຂວງ​ຫຼວງ​ພະບາງ​ກໍ​
ເຊື່ອ​ວ່າ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ໃນ​ແຂວງ ກັບ​ທັງ​ຍັງ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ທີ່​ເປັນ​ຄົນລາວ​ຫຼາຍ
ກວ່າ 2.1 ລ້ານ​ຄົນ ທີ່​ຈະ​ເດີນທາງ​ເຂົ້າ​ໄປ​ທ່ອງ​ທ່ຽວ​ໃນ​ແຂວງ​ຫຼວງ​ພະບາງ​ ໃນ​ຕະຫຼອດ​ປີ
​ນີ້ ຊຶ່ງ​ກໍ​ຈະ​ເຮັດ​ໃຫ້​ພາກ​ບໍລິການ​ ມີ​ລາຍ​ຮັບ​ເພີ່ມ​ຂຶ້ນ​ເປັນ​ຫຼາຍ​ກວ່າ 175 ລ້ານ​ໂດ​ລາ.

​ໃນ​ປັດຈຸບັນ​ນີ້ ​ແຂວງ​ຫຼວງ​ພະ​ບາງ​ມີ​ສະຖານ​ທີ່​ທ່ອງ​ທ່ຽວ​ທັງ​ໝົດ 220 ​ແຫ່ງ ​ໂດຍ​ແບ່ງເປັນ
​ສະຖານ​ທີ່​ທ່ອງ​ທ່ຽວ​ດ້ານ​ວັດທະນະ​ທໍາ 82 ​ແຫ່ງ ສະຖານ​ທີ່​ທ່ອງ​ທ່ຽວດ້ານ​ປະຫວັດ​ສາດ
32 ​ແຫ່ງ ​ແລະ​ສະຖານ​ທີ່​ທ່ອງ​ທ່ຽວ​ທໍາ​ມະ​ຊາດ 106 ​ແຫ່ງ.
XS
SM
MD
LG