ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັນໂທ Yacouba Zida ເຂົ້າຍຶດອຳນາດ ໃນ Burkina Faso


ພັນໂທ Yacouba Issaac Zida (ກາງ)
ພັນໂທ Yacouba Issaac Zida (ກາງ)

ພັນໂທຄົນນຶ່ງ ໃນໜ່ວຍອາລັກຂາປະທານາທິບໍດີ ຂອງ Burkina
Faso ໄດ້ປະກາດຕົນເອງ ຂຶ້ນເປັນຜູ້ນຳຄົນໃໝ່ຂອງປະເທດ.

ພັນໂທ Yacouba Issac Zida ກ່າວຢູ່ໃນຖະແຫຼງການສະບັບນຶ່ງ
ທີ່ອອກອາກາດ ແລະພິມເຜີຍແຜ່ທາງອິນເຕີແນັດວ່າ ທ່ານໄດ້ເຂົ້າ
ຮັບເອົາຄວາມຮັບຜິດຊອບໃນການເປັນຜູ້ນຳໄລຍະຂ້າມຜ່ານແລະ
ເປັນປະມຸກຂອງປະເທດເພື່ອຄ້ຳປະກັນຄວາມຕໍ່ເນື່ອງໃນການບໍລິ
ຫານບ້ານເມືອງ.

ທ່ານເວົ້າວ່າ “ໃນຂະນະທີ່ລໍຖ້າ ເພື່ອໃຫ້ມີການອະທິບາຍໃນວິທີ
ທີ່ເປັນເອກກະສັນກັນຈາກທຸກໆພັກການເມືອງແລະອົງການຈັດ
ຕັ້ງຂອງສັງຄົມພົນລະເຮືອນຢູ່ນີ້ເນື້ອໄນແລະໂຄງຮ່າງທົ່ວໆໄປຂອງການຫັນປ່ຽນໄປສູ່ປະ ຊາທິປະໄຕຢ່າງສັນຕິນີ້ ຂ້າພະເຈົ້າໄດ້ເຂົ້າຮັບເອົາ ນັບແຕ່ມື້ນີ້ເປັນຕົ້ນໄປຄວາມຮັບຜິດ ຊອບໃນການເປັນຜູ້ນຳໄລຍະຂ້າມຜ່ານແລະປະມຸກຂອງປະເທດ ເພື່ອຄ້ຳປະກັນຄວາມ ຕໍ່ເນື່ອງໃນການບໍລິຫານບ້ານເມືອງ. ຂ້າພະເຈົ້າຂໍຮຽກຮ້ອງໃຫ້ປະຊາຄົມນາໆຊາດໂດຍ ສະເພາະບັນດາປະເທດທີ່ເປັນມິດແລະພັນທະມິດ ຂອງ Burkina Faso ສະເພາະແລ້ວ ແມ່ນ ສະຫະພາບອາຟຣິກາ ແລະປະຊາຄົມເສດຖະກິດບັນດາລັດອາຟຣິກາຕາເວັນຕົກ ເພື່ອສະແດງໃຫ້ເຫັນເຖິງຄວາມເຂົ້າອົກເຂົ້າໃຈຂອງພວກເຂົາເຈົ້າ ແລະໃຫ້ການສະໜັບ ສະໜຸນຕໍ່ປະຊາຊົນຂອງພວກເຮົາ ໃນໄລຍະເວລາອັນຫຍຸ້ງຍາກດັ່ງກ່າວນີ້.”

ປະທານາທິບໍດີຂອງ Burkina Faso ທ່ານ Blaise Compaore ໄດ້ລາອອກຫລັງຈາກ ພວກປະທ້ວງໄດ້ບຸກເຂົ້າໄປ ແລະຈູດໄຟເຜົາ ຕຶກສະພາແຫ່ງຊາດ ເຮັດໃຫ້ການປົກຄອງ ເປັນເວລາ 27 ປີຂອງທ່ານສິ້ນສຸດລົງແລະພາໃຫ້ມີການຍາດແຍ່ງກັນຢູ່ໃນຖັນແຖວຂອງ ກອງທັບເພື່ອເຂົ້າຄວບຄຸມປະເທດ ທີ່ຕັ້ງຢູ່ໃນເຂດອາຟຣິກາຕາເວັນຕົກດັ່ງກ່າວ.

ໃນມື້ວັນສຸກວານນີ້ ຜູ້ຕາງໜ້າຂອງກຸ່ມທະຫານຊັ້ນຜູ້ນ້ອຍ ກ່າວວ່າ ກຸ່ມຂອງຕົນ ໄດ້ເຂົ້າ ກຳໂຊກຊະຕາຂອງປະເທດໄວ້ຢູ່ໃນກຳມືແລ້ວຂະນະທີ່ມີການໂຈະການນຳໃຊ້ລັດຖະທຳ ມະນູນແລະມີການສ້າງຕັ້ງລັດຖະບານໄລຍະຂ້າມຜ່ານ.

ໃນຕອນເຊົ້າຂອງມື້ວານນີ້ນາຍພົນ Honore Traore ກ່າວວ່າທ່ານເປັນຜູ້ເຂົ້າກຳຄວາມ ຮັບຜິດຊອບ ໃນຖານະປະມຸກຂອງປະເທດ.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ນາຍພົນ Traore ໄດ້ຮັບເອົາຫຼືບໍ່ ການປະກາດຂອງພັນ
ໂທ Zida ໃນວັນເສົາມື້ນີ້ ຫລືກຸ່ມນາຍທະຫານຊັ້ນຜູ້ນ້ອຍໃຫ້ການອະນຸມັດຕໍ່ການເຄື່ອນ ໄຫວຂອງພັນໂທ Zida ທີ່ຈະເຂົ້າເປັນປະມຸກຂອງປະເທດຄົນໃໝ່.

ໃນການລາອອກໃນມື້ວານນີ້ ປະທານາທິບໍດີ Compaore ໄດ້ຮຽກຮ້ອງໃຫ້ຈັດຕັ້ງໄລຍະ ຂ້າມຜ່ານເປັນເວລາ 90 ມື້ກ່ອນການເລືອກຕັ້ງ. ທ່ານໄດ້ປົກຄອງປະເທດມາເປັນເວລາ
27 ປີ ໃນການກໍ່ລັດຖະປະຫານເມື່ອປີ 1987.

ຄວາມວຸ້ນວາຍໄດ້ລະເບີດຂຶ້ນໃນວັນພະຫັດຜ່ານມານີ້ຂະນະທີ່ສະມາຊິກສະພາພວມກະ ກຽມການລົງປະຊາມະຕິ ກ່ຽວກັບບົດເພີ້ມຕື່ມລັດຖະທຳມະນູນ ທີ່ຈະອະນຸ ຍາດໃຫ້ທ່ານ Compaore ປົກຄອງປະເທດໄດ້ອີກສະໄໝນຶ່ງ.

ລັດຖະບານໄດ້ຖອນບົດເພີ້ມຕື່ມດັ່ງກ່າວ ຫລັງຈາກການປະທ້ວງ ໄດ້ກາຍເປັນເຫດການ ຮຸນແຮງ.

BURKINA FASO CNPK
please wait
Embed

No media source currently available

0:00 0:01:34 0:00

XS
SM
MD
LG