ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫຼວງພະບາງ ຈະຈັດກິດຈະກໍາຕ່າງໆ ເພື່ອສົ່ງເສີມປີການ ທ່ອງທ່ຽວລາວ 2012


ທາງການແຂວງຫຼວງພະບາງຈະຈັດການລົນນະລົງ ແລະຈັດກິດຈະກໍາທຸກເດືອນ ເພື່ອ ເປັນການສົ່ງເສີມປີການທ່ອງທ່ຽວລາວ 2012 ດ້ວຍເປົ້າໝາຍທີ່ຈະດຶງດູດເອົານັກທ່ອງ ທ່ຽວໃຫ້ໄດ້ຫຼາຍຂຶ້ນ.

ເຈົ້າໜ້າທີ່ປະຈໍາແຜນການທ່ອງທ່ຽວແຂວງຫຼວງພະບາງ ໄດ້ໃຫ້ການຢືນຢັນວ່າ ທາງ
ການແຂວງຫຼວງພະບາງ ໄດ້ວາງແຜນການ ຈັດການລົນນະລົງ ແລະຈັດກິດຈະກໍາ
ເປັນປະຈໍາທຸກເດືອນ ນັບຈາກເດືອນມີນານີ້ເປັນຕົ້ນໄປ ເພື່ອເປັນການສົ່ງເສີມປີການ
ທ່ອງທ່ຽວລາວ ໃນຕະຫຼອດປີ 2012 ແລະໃນສ່ວນທີ່ກ່ຽວຂ້ອງກັບການຈັດກິດຈະກໍາ
ຕ່າງໆນັ້ນ ກໍຍັງຈະເປັນການຈັດກິດຈະກໍາ ໃນລັກສະນະຂອງການມອບໝາຍໃຫ້ແຕ່ລະ
ເມືອງ ໝູນວຽນກັນເປັນເຈົ້າພາບ ໃນການຈັດງານຈົນກວ່າຈະຄົບທຸກເມືອງອີກດ້ວຍ.

ກິດຈະກໍາທີ່ທຸກໆເມືອງ
ໃນທົ່ວແຂວງ​ຫລວງ​ພະ​ບາງ​
ຈະຕ້ອງຮ່ວມກັນເປັນເຈົ້າ
ພາບຈັດ​ງານໃຫ້ໄດ້ຢ່າງ
ຍິ່ງໃຫຍ່ນັ້ນ ກໍຄືບຸນສົງ
ການ​ປີ​ໃໝ່ລາວໃນເດືອນ
ເມສາ ຊຶ່ງຈະມີການລົນ
ນະລົງ ນັບຕັ້ງແຕ່ເດືອນ
ມີນານີ້ເປັນຕົ້ນໄປ ດ້ວຍ
ການຈັດເປັນກອງບຸນຜ້າ
ປ່າສາມັກຄີ ທີ່ດໍາເນີນ
ຄຽງຄູ່ກັນໄປກັບການສະເຫລີ​ມສະຫລອງ ໃນໂອກາດທີ່ເມືອງມໍລະດົກ ໂລກຫຼວງ
ພະບາງ ໄດ້ຖືກຄັດເລືອກໃຫ້ເປັນເມືອງອັນດັບ 1 ຂອງໂລກ ທີ່ນັກທ່ອງທ່ຽວຈາກ
ທົ່ວໂລກ ຢາກຈະເດີນທາງມາຢ້ຽມຢາມຫຼາຍທີ່ສຸດອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ ໃນແຜນ
ການທ່ອງທ່ຽວຂອງແຂວງຫຼວງພະບາງ ໄດ້ໃຫ້ການຊີ້ແຈງວ່າ:

ເປັນປີທີ່ຫົກແລ້ວ ທີ່ຫຼວງພະບາງເປັນເມືອງຍອດນິຍົມ ທີ່ໄດ້ຮັບລາງວັນ
ຈາກໜັງສືພິມ
Wanderlust ກະສິຈັດການສະເຫຼີມສະຫຼອງໂຕນີ່ນີ້ແລ້ວ
ກະສິມີງານຊ່ວງເຮືອບໍ່ ແລ້ວເດືອນສີ່ ກະສິແມ່ນບຸນປີໃໝ່ລາວ ຖືວ່າທຸກ
ເດືອນຈະໃຫ້ມີກິດຈະກໍາ
ເພື່ອໃຫ້ນັກທ່ອງທ່ຽວໄດ້ມາເບິ່ງມາຊົມ ແລ້ວ
ແຕ່ລະເມືອງ
ກໍຈະຜັດປ່ຽນກັນ ຈັດຫຼາຍກິດຈະກໍາຂຶ້ນຢູ່.

ການຖືກເລືອກດັ່ງກ່າວເປັນຜົນມາຈາກການສໍາຫລວດຂອງ The Wanderlust ແຫ່ງ
ປະເທດອັງກິດ ຊຶ່ງເປັນວາລະສານການທ່ອງທ່ຽວຊັ້ນນໍາຂອງໂລກ ທີ່ໄດ້ເປີດໂອກາດ
ໃຫ້ບັນດາສະມາຊິກຂອງວາລະສານໃນທົ່ວໂລກ ໄດ້ເລືອກເອົາເມືອງທີ່ພວກຕົນຊົມ
ຊອບຫລາຍທີ່ສຸດ ຈາກທັງໝົດຫລາຍກວ່າ 1,000 ເມືອງໃນທົ່ວໂລກ ຊຶ່ງກໍປະກົດວ່າ ເມືອງມໍລະດົກໂລກຫຼວງພະບາງ ໄດ້ຮັບຄວາມນິຍົມສູງສຸດ ແລະພ້ອມກັນນັ້ນ ລາວ
ຍັງໄດ້ຖືກເລືອກ ໃຫ້ເປັນປະເທດ ອັນດັບທີ 6 ຂອງໂລກທີ່ນັກທ່ອງທ່ຽວຕ່າງປະເທດ ຢາກຈະເດີນທາງມາຢ້ຽມຢາມຫລາຍທີ່ສຸດ ໃນຕະຫລອດປີນີ້ອີກດ້ວຍ.

ເນື່ອງຈາກມີຜົນສໍາເລັດດັ່ງກ່າວ ປະກອບກັບໃນຕະຫຼອດປີ 2012 ນີ້ ກໍຍັງເປັນປີທ່ອງ
ທ່ຽວລາວ (Visit Lao Year) ອີກດ້ວຍນັ້ນ ຈຶ່ງເຮັດໃຫ້ ພະແນກການທ່ອງທ່ຽວຂອງ
ແຂວງຫຼວງບາງເຊື່ອໝັ້ນວ່າ ຈະມີນັກທ່ອງທ່ຽວທັ້ງທີ່ເປັນຄົນລາວ ແລະຊາວຕ່າງປະ
ເທດ ເດີນທາງເຂົ້າໄປໃນແຂວງຫຼວງພະບາງຫຼາຍກວ່າ 2 ລ້ານຄົນ ຢ່າງແນ່ນອນ.

ສໍາລັບຕະຫລອດປີ 2011 ທີ່ຜ່ານ
ມາ ກໍປະກົດວ່າມີນັກທ່ອງທ່ຽວ
ເກືອບ 1.9 ລ້ານຄົນ ທີ່ໄດ້ເດີນ
ທາງເຂົ້າໄປທ່ອງທ່ຽວໃນແຂວງ
ຫຼວງພະບາງ ໂດຍໃນຈໍານວນ
ດັ່ງກ່າວ ກໍເປັນຄົນລາວຫຼາຍກວ່າ
1.6 ລ້ານຄົນ ແລະເປັນນັກທ່ອງ
ທ່ຽວຊາວຕ່າງຊາດຫຼາຍກວ່າ
274,500 ຄົນ ຊຶ່ງນອກຈາກ ຈະເພີ່ມຂຶ້ນຈາກປີ 2010 ຄິດເປັນອັດຕາສະເລ່ຍທີ່ສູງ
ກວ່າ 26% ແລະສ້າງລາຍຮັບໃຫ້ແກ່ພາກບໍລິການໃນແຂວງໄດ້ຫຼາຍກວ່າ 164 ລ້ານ
ໂດລາແລ້ວ ກໍຍັງປະກົດວ່າມີນັກທ່ອງທ່ຽວຕ່າງຊາດຈາກຫຼາຍໆ ປະເທດອີກດ້ວຍ
ທີ່ພາກັນເດີນທາງເຂົ້າໄປໃນແຂວງຫຼວງພະບາງ.

ພິທີແຫ່ພະບາງໄປສົງທີ່ວັດຊຽງທອງ ໃນໂອກາດບຸນປີໃໝ່ລາວ
ພິທີແຫ່ພະບາງໄປສົງທີ່ວັດຊຽງທອງ ໃນໂອກາດບຸນປີໃໝ່ລາວ

ສໍາລັບໃນຕະຫຼອດໄລຍະ
ປີການທ່ອງທ່ຽວລາວ
2012 ນີ້ ທາງການແຂວງ
ຫຼວງພະບາງຄາດວ່າ ຈະ
ມີນັກທ່ອງທ່ຽວຊາວຕ່າງ
ຊາດຫຼາຍກວ່າ 360,000
ຄົນ ທີ່ເດີນທາງເຂົ້າໄປ
ທ່ອງທ່ຽວໃນແຂວງຫຼວງ
ພະບາງ ສ່ວນນັກທ່ອງ
ທ່ຽວພາຍໃນປະເທດ ທີ່
ເປັນຄົນລາວນັ້ນກໍເຊື່ອວ່າ
ຈະມີຈໍານວນຫຼາຍກວ່າ
2.1 ລ້ານຄົນ ທີ່ຈະເດີນ
ທາງເຂົ້າໄປທ່ອງທ່ຽວໃນແຂວງຫຼວງພະບາງຕະຫຼອດປີນີ້ ແລະກໍຈະເປັນຜົນເຮັດໃຫ້
ພາກບໍລິການໃນແຂວງຫຼວງພະບາງມີລາຍຮັບເພີ່ມຂຶ້ນເປັນຫຼາຍກວ່າ 175 ລ້ານໂດ
ລາ ອີກດ້ວຍ.

ໃນປະຈຸບັນນີ້ ແຂວງຫຼວງພະບາງມີສະຖານທີ່ທ່ອງທ່ຽວທັງໝົດ 220 ແຫ່ງໂດຍແບ່ງ
ເປັນສະຖານທີ່ທ່ອງທ່ຽວດ້ານວັດທະນະທໍາ 82 ແຫ່ງ, ສະຖານທີ່ທ່ອງທ່ຽວດ້ານປະ
ຫວັດສາດ 32 ແຫ່ງ ແລະສະຖານທີ່ທ່ອງທ່ຽວທໍາມະຊາດ 106 ແຫ່ງ.

XS
SM
MD
LG