ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫລວງພະບາງ ຈະຈັດ ງານບຸນປີໃໝ່ລາວ ປີນີ້ ຢ່າງຍິ່ງໃຫຍ່


ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວ ໄປເລາະເບິ່ງຕະຫລາດທ້ອງຖິ່ນໃນເມືອງຫລວງພະບາງ
ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວ ໄປເລາະເບິ່ງຕະຫລາດທ້ອງຖິ່ນໃນເມືອງຫລວງພະບາງ

ທາງການແຂວງຫລວງພະບາງ ຈະຈັດງານສະເຫລີ​ມສະຫລອງ ບຸນສົງການປີໃໝ່ລາວ 2555 ນີ້ຢ່າງຍິ່ງໃຫຍ່ ໂດຍຄາດວ່າ ຈະມີນັກທ່ອງທ່ຽວ ທັງຄົນລາວແລະຕ່າງປະເທດ ຫລາຍກວ່າ 3 ແສນຄົນເຂົ້າຮ່ວມ.

ງານບຸນສົງການປີໃໝ່ລາວປະຈໍາປີ 2555 ຢູ່ເມືອງມໍລະດົກໂລກຫລວງພະບາງທີ່
ກໍານົດຈະມີຂຶ້ນໃນລະຫວ່າງວັນທີ 10-18 ເມສານີ້ ທາງການແຂວງຫລວງພະບາງ
ໄດ້ວາງເປົ້າໝາຍໄວ້ວ່າ ຈະມີນັກທ່ອງທ່ຽວ ທັງເປັນຄົນລາວ ແລະຕ່າງປະເທດ
ຫລາຍກວ່າ 3 ແສນຄົນ ທີ່ຈະເດີນທາງເຂົ້າໄປທ່ອງທ່ຽວໃນແຂວງຫລວງພະບາງ
ໃນຕະຫລອດໄລຍະດັ່ງກ່າວ.

ເພື່ອເປັນການເຮັດໃຫ້ສາມາດບັນລຸເປົ້າໝາຍ ທີ່ວາງໄວ້ດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ທາງການແຂວງຫຼວງພະບາງກໍໄດ້ ລົນນະລົງ ເພື່ອດຶງດູດເອົາການມີສ່ວນຮ່ວມ
ຂອງປະຊາຊົນລາວ ເຂົ້າໃນການດໍາເນີນກິດຈະກໍາຕ່າງໆ ທີ່ເປັນການສົ່ງເສີມການ
ທ່ອງທ່ຽວ ທີ່ຕໍ່ເນື່ອງຈາກບຸນສົງການປີໃໝ່ລາວ ໃນຕະຫຼອດປີ 2012 ຊຶ່ງເປັນປີ
ການທ່ອງທ່ຽວລາວ ອີກດ້ວຍ.

ການແຫ່ນາງສັງຂານໃນໂອກາດ ສະເຫລີມສະຫລອງບຸນປີໃໝ່ລາວ ຢູ່ຫລວງພະບາງ
ການແຫ່ນາງສັງຂານໃນໂອກາດ ສະເຫລີມສະຫລອງບຸນປີໃໝ່ລາວ ຢູ່ຫລວງພະບາງ

ກິດຈະກໍາທີ່ທຸກໆເມືອງ ໃນທົ່ວແຂວງ​ຫລວງ​ພະ​
ບາງຈະຕ້ອງຮ່ວມກັນເປັນເຈົ້າພາບຈັດ​ງານໃຫ້
ໄດ້ຢ່າງຍິ່ງໃຫຍ່ນັ້ນ ກໍຄືບຸນສົງການ​ປີ​ໃໝ່ລາວ
ໃນເດືອນເມສາ ຊຶ່ງຈະມີການລົນນະລົງ ນັບຕັ້ງ
ແຕ່ເດືອນມີນານີ້ ເປັນຕົ້ນໄປ ດ້ວຍການຈັດເປັນ
ກອງບຸນຜ້າປ່າສາມັກຄີ ທີ່ດໍາເນີນຄຽງຄູ່ກັນໄປ
ກັບການສະເຫລີ​ມສະຫລອງ ໃນໂອກາດທີ່ເມືອງ
ມໍລະດົກໂລກຫຼວງພະບາງ ໄດ້ຖືກຄັດເລືອກໃຫ້
ເປັນເມືອງອັນດັບ 1 ຂອງໂລກ ທີ່ນັກທ່ອງທ່ຽວ
ຈາກທົ່ວໂລກ ຢາກຈະເດີນທາງມາຢ້ຽມຢາມຫຼາຍທີ່ສຸດ.

ນອກຈາກນີ້ ກໍຈະມີການຈັດງານມະຫາກໍາແຂ່ງຂັນກິລາຊະນິດຕ່າງໆ ເຊ່ນ ກັອຟ, ບານ
ເຕະ, ເປຕັງ ແລະການແຂ່ງຂັນລົດຖີບ ຊຶ່ງຈະຈັດຂຶ້ນຊ່ວງເດືອນ 7-8 ຕໍ່ຈາກນັ້ນ ກໍຈະເປັນ
ການຈັດງານເທດສະການດ້ານສິນລະປະ ແລະວັນນະຄະດີ ທີ່ມີຄວາມໝາຍຫລາກຫລາຍ
ໃນເດືອນ 12 ດັ່ງທີ່ເຈົ້າໜ້າທີ່ແຜນການທ່ອງທ່ຽວແຂວງຫລວງພະບາງໄດ້ໃຫ້ການຊີ້ແຈງວ່າ:

“ຖືວ່າທຸກເດືອນຈະໃຫ້ທີກິດຈະກໍາ ເພື່ອໃຫ້ນັກທ່ອງທ່ຽວໄດ້ມາເບິ່ງ ມາຊົມ
ໂດຍແຕ່ລະເມືອງ ກໍຈະຜັດປ່ຽນກັນ ຈັດຫລາຍກິດຈະກໍາຂຶ້ນ ຢູ່ເດືອນເຈັດ
ເດືອນແປດ ເຮົາກະສິຈັດການແຂ່ງຂັນກິລາປະເພດຕ່າງໆ ໂດຍສະເພາະກະສິ
ມີກິດຈະກໍາສະແດງວັດທະນາທໍາ ອາຫານຊົນເຜົ່າ ສິນລະປະວັນນະຄະດີ ຂອງ
ເຜົ່າຕ່າງໆ ວ່າສິຈັດຂຶ້ນ ຢູ່ໃນລະຫວ່າງເດືອນສິບ.”

ສໍາລັບກິດຈະກໍາ ແລະກໍານົດການຕ່າງໆ ໃນຕະຫລອດງານບຸນສົງການປີໃໝ່ລາວຢູ່ແຂວງ
ຫລວງພະບາງ ໃນປີນີ້ ກໍເລີ້ມດ້ວຍງານຕະຫລາດນັດຢູ່ເດີ່ນທາດຫລວງ ໃນວັນທີ 10 ເມສາ ຕາມໄປດ້ວຍງານມະຫາກໍາດົນຕີເພັງລາວ ແລະເພັງນາໆຊາດ ໃນວັນທີ 11 ເມສາ.

ຕະຫລາດຂາຍເຄື່ອງຫັດຖະກໍາ ທີ່ເມືອງຫລວງພະບາງ
ຕະຫລາດຂາຍເຄື່ອງຫັດຖະກໍາ ທີ່ເມືອງຫລວງພະບາງ

ສ່ວນວັນທີ 12-13 ເມສາ
ກໍເປັນການຈັດງານປະ
ກວດນາງສັງຂານ ໃນ
ຕອນກາງຄືນ ຕໍ່ເນື່ອງ
ດ້ວຍການລົງຕະຫລາດ
ເຊົ້າໃນວັນທີ 14 ເມສາ
ຊຶ່ງເລີ້ມແຕ່ເວລາ 6 ໂມງ
ເຊົ້າ ເຖິງທ່ຽງ ແລະ
ຕອນບ່າຍຂອງມື້ດຽວກັນ
ກໍໄດ້ມີກິດຈະກໍາ ການກໍ່
ເຈດີຊາຍ ຢູ່ແຄມນໍ້າຄານ
ໃນເຂດເມືອງຈອມເພັດ ຕໍ່ເນື່ອງດ້ວຍການແຂ່ງຂັນກິລາພື້ນເມືອງ ແລະການບາສີ
ສູ່ຂັວນ.

ສໍາລັບຕອນເຊົ້າຂອງວັນທີ 15 ເມສານັ້ນ ກໍຈະເປັນການຢ້ຽມຊົມວິຖີຊີວິດການເປັນຢູ່ ແລະສິນລະປະວັດທະນາທໍາຂອງໄທລື້ ໂດຍຈະມີບຸກຄົນສໍາຄັນຂອງທາງການລາວເຂົ້າ
ຮ່ວມ ໃນພິທີບາສີຂອງຊາວໄທລື້ ອີກດ້ວຍ. ສ່ວນໃນຕອນບ່າຍກໍເປັນການແຫ່ວໍ່ຈາກ ວັດທາດນ້ອຍໄປວັດຊຽງທອງ ເພື່ອປະກອບພິທີການທາງສາສະນາ ແລະຕັກບາດໃນ
ຕອນເຊົ້າຂອງວັນທີ 16 ເມສາ ກ່ອນທີ່ຈະແຫ່ວໍ່ຈາກວັດຊຽງທອງ ກັບຄືນໄປວັດທາດ ນ້ອຍໃນຕອນແລງຂອງມື້ດຽວກັນ.

ຂະບວນແຫ່ພະບາງໄປຍັງວັດໃໝ່ສຸວັນນະພູມ ເພື່ອໃຫ້ປະ ຊາຊົນຫົດສົງ
ຂະບວນແຫ່ພະບາງໄປຍັງວັດໃໝ່ສຸວັນນະພູມ ເພື່ອໃຫ້ປະ ຊາຊົນຫົດສົງ

ສ່ວນວັນທີ 17 ເມສາ ກໍຈະ
ມີການອັນເຊີນພະບາງຈາກ
ພິພິດທະພັນພະລາດຊະວັງ
ໄປຍັງວັດໃໝ່ ສຸວັນນະພູມ
ເພື່ອໃຫ້ປະຊາຊົນຫົດສົງ
ຈົນເຖິງວັນທີ 18 ເມສາ
ກ່ອນທີ່ຈະອັນເຊີນພະບາງ
ກັບຄືນໄປຫໍພິພິດທະພັນ
ພະລາດຊະວັງ ໃນຕອນ
ແລງຂອງມື້ດຽວກັນ ອັນ
ເປັນມື້ສຸດທ້າຍຂອງການ
ສະເຫລີມສະຫລອງ.

XS
SM
MD
LG