ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫຼວງ​ພະ​ບາງສະ​ເຫຼີ​ມ ສະຫຼອງຄົບຮອບ 15 ປີ ​ເມືອງມໍລະດົກ​ໂລກ


ເຄື່ອງໝາຍຂອງມໍລະດົກໂລກ
ເຄື່ອງໝາຍຂອງມໍລະດົກໂລກ

ວັນ​ທີ່ 16-17 ​ເດືອນ​ທັນວາ​ນີ້ ​ແມ່ນ​ກົງ​ກັບ​ວັນ​ສະ​ເຫຼີ​ມ
ສະຫຼອງ 15 ປີ ຂອງ​ການເປັນເມືອງມໍລະດົກ​ໂລກຂອງ​
ຫຼວງ​ພະ​ບາງ. ຫຼວງ​ພະ​ບາງ​ເປັນ​ເມື​ອງທີ່ຢູ່​ແຫຼມ​ຍື່ນ​ອອກ
ມາລະຫວ່າງກາງ​ແມ່​ນໍ້າຂອງ​ແລະ​ສາຍ​ນໍ້າ​ຄານ ຕາມ​ຮ່ອມ
ພູຜາທີ​ມີ​ອາກາດດີ​ແລະ​ທໍາ​ມະ​ຊາດທີ່​ງົດ​ງາມ.

ການແຫ່ຂອງຄະນະດົນຕີມະໂຫລີພື້ນເມືອງດັ້ງເດີມ
ການແຫ່ຂອງຄະນະດົນຕີມະໂຫລີພື້ນເມືອງດັ້ງເດີມ

ຈຸດ​ເດັ່ນ​ທີ່​ເອກອ້າງ​ເຖິງ​ຄວາມ​ມີ​ວັດທະນະ​ທໍາ​ແລະ​ເປັນ​ເອກ​ກະລັກ​ຂອງ​ຫຼວງ​ພະ​ບາງ
ຄົງ​ຈະ​ເ​ເມ່ນຄວາມ​ມີການປະສົມປະສານຂອງ​ສອງ​ສິນລະປະ, ສະຖາປັດຕະຍະກໍາ ທັງເອີຣົບສະໄໝຫົວເມືອງຂຶ້ນ ແລະລາວເດີມ ທີ່ຍັງຄົງຮັກສາໄວ້ໃນສະພາບທີ່ດີຢ້ຽມ.

ການແຕ່ງກາຍແບບຊາວຫຼວງພະບາງໃນພິທີ ສວນສະໜາມສະຫຼອງເມືອງມໍລະດົກໂລກ
ການແຕ່ງກາຍແບບຊາວຫຼວງພະບາງໃນພິທີ ສວນສະໜາມສະຫຼອງເມືອງມໍລະດົກໂລກ

ຍິ່ງພິເສດໄປກ່ວານັ້ນກໍຄືວິຖີຊີວິດຂອງຊາວເມືອງທີ່ຫ້ອມລ້ອມໄປດ້ວຍຮີດຄອງປະເພນີ
ເຊັ່ນການຕັກບາດເຂົ້າໜຽວແຕ່ເຊົ້າ ຊຶ່ງດຶງດູດນັກທ່ອງທ່ຽວທົ່ວໂລກໃຫ້ເຂົ້າໄປສໍາພັດ
ແລະທ່ານຄໍາແພງ ໄຊສົມເພງ ເຈົ້າແຂວງຫຼວງໄດ້ໂອ້ລົມກັບ VOA ຜ່ານທາງໂທລະສັບ
ຈາກນະຄອນ ວໍຊີງຕັນ ດີຊີ ເຖິງນະຄອນຫຼວງພະບາງ.

ຂໍເຊີນທ່ານຕິດຕາມຮັບຟັງບົດສໍາພາດດັ່ງກ່າວ ໂດຍການຄລິກຮູບໂທລະໂຄ່ງຂ້າງເທິງ
ເບື້ອງຂວາມືໄດ້.

XS
SM
MD
LG