ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ມີ​ຜູ້​ໄປເລືອກຕັ້ງ ຕໍ່າເປັນປະຫວັດການ ແລະ​ການ​ຈັບ​ກຸມ ແມ່ນ​ຂີດ​ໝາຍ​ໃນ​ການ​ເລືອກ​ຕັ້​ງ ຢູ່​ຮົງ​ກົງ


ອາສາສະໝັກໂຄສະນາຫາສຽງຄົນນຶ່ງ ສໍາລັບປະຊາຊົນ ໃນລະຫວ່າງການເລືອກຕັ້ງສະພາເຂດໃນຮົງກົງ, ວັນທີ 10 ທັນວາ 2023.
ອາສາສະໝັກໂຄສະນາຫາສຽງຄົນນຶ່ງ ສໍາລັບປະຊາຊົນ ໃນລະຫວ່າງການເລືອກຕັ້ງສະພາເຂດໃນຮົງກົງ, ວັນທີ 10 ທັນວາ 2023.

ຈໍານວນຜູ້ລົງຄະແນນສຽງມີໜ້ອຍລົງ ຢູ່ທີ່ການເລືອກຕັ້ງສະພາເຂດຂອງຮົງກົງໃນວັນອາທິດວານນີ້, ເຊິ່ງເປັນຄັ້ງທຳອິດ ນັບຕັ້ງແຕ່ມີການປັບປຸງລະບົບການເລືອກຕັ້ງເພື່ອຟື້ນຟູຄວາມເປັນລະບຽບຮຽບຮ້ອຍ ແລະ ຄວບຄຸມຄືນໃໝ່ ໃນປີນີ້ ລຸນຫລັງການປະທ້ວງຕໍ່ຕ້ານລັດຖະບານແລະປະຊາທິປະໄຕທີ່ໄດ້​ມີ​ຂຶ້ນ​ຢ່າງ ກວ້າງ​ຂວາງໃນປີ 2019.

ບັນດາຜູ້ລົງຄະແນນສຽງອາດບໍ່ພໍໃຈ ຫຼື ຕໍ່ຕ້ານການເລືອກຕັ້ງ, ເຊິ່ງບາງຄົນເຫັນວ່າ ເປັນການຫັນຫຼັງໃຫ້ປະຊາທິປະໄຕຂອງເມືອງ​ດັ່ງ​ກ່າວ.

ເມື່ອເວລາສະຖານທີ່ປ່ອນບັດປິດລົງ, ອັດຕາຜູ້ໄປປ່ອນບັດມີປະມານ 27.5 ເປີເຊັນ, ໂດຍຕ່ຳກວ່າການເລືອກຕັ້ງສະມາຊິກສະພາຂັ້ນເມືອງຄັ້ງສຸດທ້າຍ ໃນປີ 2019, ເຊິ່ງເຫັນວ່າ ມີຜູ້ໄປປ່ອນບັດສູງເປັນປະຫວັດການຮອດ 71 ເປີເຊັນ ເມື່ອສະຖານທີ່ປ່ອນບັດໄດ້ປິດລົງ ໃນເວລາກາງຄືນ.

Voters arrive at a polling station to cast their ballots during the District Council election in Hong Kong, China, Dec. 10, 2023.
ຜູ້ມີສິດລົງຄະແນນສຽງ ເດີນທາງມາຮອດສະຖານທີ່ປ່ອນບັດເລືອກຕັ້ງ ເພື່ອປ່ອນບັດຂອງພວກເຂົາເຈົ້າ ໃນລະຫວ່າງການເງືອກຕັ້ງສະພາເຂດ ຢູ່ໃນຮົງກົງ, ວັນທີ 10 ທັນວາ 2023.

ພາຍໃຕ້​ກົດ​ລະບຽບຂອງ​ການ​ເລືອກ​ຕັ້ງ​ໃໝ່, ຈຳນວນ​ຜູ້​ແທນ​ເລືອກ​ຕັ້ງ​ໂດຍ​ກົງໃນ 18 ​ເຂດຂອງຮົງ​ກົງ ​ໄດ້​ຫຼຸດ​ລົງ​ຈາກ​ຈໍານວນເກືອບ​ທັງ​ໝົດມາເປັນ​ພຽງແຕ່ 88.20 ເປີເຊັນ ຂອງ​ຈຳນວນເກືອບ​ທັງ​ໝົດ 470 ຄົນ. ບ່ອນນັ່ງທີ່​ຍັງ​ເຫຼືອ ​ແມ່ນ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໂດຍ​ຜູ້​ບໍລິຫານໃຫຍ່​ຂອງ​ຮົງ​ກົງ, ເຊິ່ງໄດ້ຮັບການເລືອກ​ຕັ້ງ​ໂດຍລັດຖະບານປັກກິ່ງ ຫຼື ຖືກເລືອກໂດຍຄະ​ນະເລືອກຕັ້ງ ທີ່ໄດ້ຮັບການແຕ່ງຕັ້ງໂດຍລັດຖະບານ.

ຜູ້ສະໝັກລົງແຂ່ງຂັນຍັງຕ້ອງພິສູດວ່າພວກເຂົາ​ເຈົ້າເປັນ "ຜູ້ຮັກຊາດ" ແລະຕ້ອງໄດ້ຮັບການແຕ່ງຕັ້ງ ໂດຍຄະນະກຳມະການທີ່ແຕ່ງຕັ້ງໂດຍລັດຖະບານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG