ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງຄືນທີສອງ ຢູ່ເມືອງລຸຍວີລ ຫຼັງຈາກການຕັດສິນ ຂອງຄະນະຕຸລາການ ກ່ຽວກັບຄະດີ ນາງບຣີອອນນາ


ພວກປະທ້ວງເຕົ້າໂຮມກັນຢູ່ Metro Hall ເມືອງລຸຍວິລ ລັດເຄນຕັກກີ ວັນທີ 24 ກັນຍາ 2020.
ພວກປະທ້ວງເຕົ້າໂຮມກັນຢູ່ Metro Hall ເມືອງລຸຍວິລ ລັດເຄນຕັກກີ ວັນທີ 24 ກັນຍາ 2020.

ການປະທ້ວງໄດ້ເກີດຂຶ້ນເປັນຄືນທີສອງໃນວັນພະຫັດວານນີ້ ຢູ່ໃນເມືອງລູວິລ ລັດເຄນຕັກກີ ຫຼັງຈາກການຕັດສິນ ຂອງຄະນະຕຸລາການໃຫຍ່ ຫຼື Grand Jury ທີ່ບໍ່ນຳເອົາການກ່າວ
ຫາຄາດຕະກຳ ຕໍ່ພວກເຈົ້າໜ້າທີ່ຕຳຫຼວດຜິວຂາວ ສາມຄົນ ຜູ້ທີ່ໄດ້ເຂົ້າຮ່ວມກວດຄົ້ນຫາຢາເສບຕິດທີ່ໄດ້ນຳໄປສູ່ການຍິງທີ່ເສຍ ຊີວິດ ໃນເດືອນມີນາທີ່ຜ່ານມາ ຂອງນາງບຣີອອນນາ
ເທເລີ ຊຶ່ງເປັນແມ່ຍິງ ຜິວດຳ ທີ່ເປັນພະນັກງານການແພດສຸກເສີນ.

ພວກປະທ້ວງໄດ້ພາກັນໄປເຕົ້າໂຮມກັນຢູ່ຖະໜົນໃນເຂດໃຈກາງຂອງເມືອງລູວິລ ໃນຕອນ
ແລງວັນພະຫັດ ເພື່ອສະແດງຄວາມໂກດແຄ້ນຂອງເຂົາເຈົ້າ ແລະບໍ່ພໍ ໃຈກັບການຕັດສິນ
ຂອງຄະນະຕຸລາການ. ພວກປະທ້ວງຈຳນວນນຶ່ງ ໄດ້ພາກັນທັບມ້າງປ່ອງຢ້ຽມ. ຕຳຫຼວດ
ກ່າວວ່າຢ່າງໜ້ອຍ 24 ຄົນໄດ້ຖືກຈັບ.

ພວກປະທ້ວງຫຼາຍກວ່າຮ້ອຍຄົນ ໄດ້ພາກັນລີ້ຢູ່ໃນໂບດ First Unitarian ຫຼັງຈາກເວລາ
ໄດ້ເລີ້ມມີການຫ້າມອອກນອກບ້ານ ໃນຕອນກາງຄືນ.

ໃນຕອນຕົ້ນຂອງວັນພະຫັດ ໄດ້ເກີດຄວາມເຄັ່ງຕືງຂຶ້ນ ເວລາຄົນຜິວຂາວຕິດ ອາວຸດກຸ່ມນຶ່ງ ປະເຊີນໜ້າກັບພວກປະທ້ວງ ແຕ່ບໍ່ມີການຍິງກັນເກີດຂຶ້ນ.

ເຈົ້າເມືອງ ເມືອງລຸຍວິລ ທ່ານເກຣກ ຟິສເຊີ ກ່າວຢູ່ກອງປະຊຸມນັກຂ່າວໃນວັນ ພະຫັດ
ວານນີ້ວ່າ “ເຮົາຈະເຮັດຢ່າງໃດ ກັບຄວາມເຈັບປວດ?” ທ່ານເຈົ້າເມືອງ ກ່າວເພີ້ມວ່າ
“ບໍ່ມີຄຳຕອບ ທີ່ງ່າຍເລີຍຕໍ່ຄຳຖາມດັ່ງກ່າວ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG