ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຶນສຳຮອງ ເງິນຕາຕ່າງປະເທດ ຂອງ ລັດຖະບານລາວ ຫລຸດລົງ ຢ່າງຕໍ່ເນື່ອງ


ທຶນສຳຮອງເງິນຕາຕ່າງປະເທດ ຂອງລັດຖະບານລາວ ທີ່
ຫລຸດລົງຢ່າງຕໍ່ເນື່ອງ ເຮັດໃຫ້ປະຊາຊົນລາວ ບໍ່ເຊື່ອໝັ້ນໃນ
ຄ່າເງິນກີບ.
ທຶນສຳຮອງເງິນຕາຕ່າງປະເທດ ຂອງລັດຖະບານລາວ ທີ່ ຫລຸດລົງຢ່າງຕໍ່ເນື່ອງ ເຮັດໃຫ້ປະຊາຊົນລາວ ບໍ່ເຊື່ອໝັ້ນໃນ ຄ່າເງິນກີບ.
ທຶນສຳຮອງເງິນຕາຕ່າງປະເທດ ຂອງລັດຖະບານລາວ ທີ່
ຫລຸດລົງຢ່າງຕໍ່ເນື່ອງ ເຮັດໃຫ້ປະຊາຊົນລາວ ບໍ່ເຊື່ອໝັ້ນໃນ
ຄ່າເງິນກີບ ແລະ ໄດ້ພາກັນຫັນໄປຖືຄອງ ເງິນສະກຸນຕ່າງ
ປະເທດຫຼາຍຂຶ້ນນັບມື້.


ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງການເງິນ ເປີດເຜີຍວ່າລະດັບທຶນ
ສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວ ຍັງຄົງປັບຕົວຫລຸດລົງຢ່າງຕໍ່ເນື່ອງ ນັບ ຕັ້ງແຕ່ເດືອນຕຸລາ 2013 ເປັນຕົ້ນມາ ຈົນເຖິງຂະນະນີ້ ໂດຍມີສາເຫດມາຈາກການຂາດ ດຸນການຄ້າ ຕ່າງປະເທດ ທີ່ຄິດເປັນມູນຄ່າຫຼາຍກວ່າ 1,000 ລ້ານດອນລາ ຊຶ່ງເກີນກວ່າ ແຜນການທີ່ວາງເອົາໄວ້ຕະຫຼອດປີເຖິງ 2 ເທົ່າແລ້ວໃນເວລານີ້.
ໂດຍໃນລະຍະ 6 ເດືອນທຳອິດຂອງແຜນການປີ 2013-2014 ອັດຕາເງິນເຟີ້ ໃນລາວ ໄດ້ປັບຕົວສູງຂຶ້ນເປັນ 6.27 ເປີເຊັນ.
ໂດຍໃນລະຍະ 6 ເດືອນທຳອິດຂອງແຜນການປີ 2013-2014 ອັດຕາເງິນເຟີ້ ໃນລາວ ໄດ້ປັບຕົວສູງຂຶ້ນເປັນ 6.27 ເປີເຊັນ.

ໂດຍຈາກສະພາບການດັ່ງກ່າວ ກໍຍັງເຮັດໃຫ້ສາມາດ ຄາດ
ໝາຍໄດ້ວ່າ ລາວຈະຂາດດຸນການຄ້າ ຄິດເປັນມູນຄ່າສະສົມ
ເກີນກວ່າ 2,000 ລ້ານ ໃນຕະຫຼອດແຜນການປີ 2013-2014 ທີ່ຈະສິ້ນສຸດລົງໃນທ້າຍເດືອນກັນຍາ 2014 ນີ້ ຈຶ່ງເຮັດໃຫ້
ບັນດາຜູ້ປະກອບ ທຸລະກິດຕ່າງໆໃນລາວ ໄດ້ພາກັນຫັນໄປຖື
ຄອງເງິນສະກຸນຕ່າງປະເທດ ໄວ້ເປັນສ່ວນໃຫຍ່ ເພາະບໍ່ເຊື່ອ
ໝັ້ນສະຖຽນລະພາບ ຂອງຄ່າເງິນກີບໃນລະຍະຍາວ ແລະ ຜົນ
ທີ່ຕິດຕາມມາ ກໍຄືອັດຕາເງິນເຟີ້ໃນລາວ ທີ່ສູງກວ່າທຸກປະເທດ
ໃນກຸ່ມອາຊ່ຽນ ດັ່ງທີ່ທ່ານສົມພາວ ໄພສິດ ຜູ້ວ່າການທະນາຄານ
ແຫ່ງຊາດ ຂອງລາວ ໄດ້ໃຫ້ການຢືນຢັນວ່າ:

“ອັດຕາເງິນເຟີ້ຂອງພວກເຮົາ ຖ້າທຽບໃສ່ຫຼາຍປະເທດແລ້ວ ກໍຖືວ່າຍັງສູງ
ຢູ່ເສດຖະກິດມະຫາພາກນີ້ ຍັງບໍ່ໜັກແໜ້ນ ປະຊາຊົນ ກະຍັງເຊື່ອຖືເງິນຕາ
ຕ່າງປະເທດຫັ້ນ ເປັນສະກຸນທີ່ວ່າມີຄ່າ ແລະ ການປະຕິບັດມາດຕະການ
ຕໍ່ຜູ້ລະເມີດນີ້ກໍຍັງບໍ່ທັນເຂັ້ມງວດ.”


ໂດຍໃນລະຍະ 6 ເດືອນທຳອິດຂອງແຜນການປີ 2013-2014 ອັດຕາເງິນເຟີ້
ໃນລາວ ໄດ້ປັບຕົວສູງຂຶ້ນເປັນ 6.27 ເປີເຊັນ ສ່ວນບັນຫາສິນຄ້າແພງ ກໍຍັງໄດ້
ເຮັດໃຫ້ດັດຊະນີລາຄາຜູ້ບໍລິໂພກ ເພີ້ມຂຶ້ນເປັນ 122.5 ເປີເຊັນ ໃນຂະນະທີ່ທຶນ
ສຳຮອງ ເງິນຕາຕ່າງປະເທດ ຍັງເຫຼືອເທົ່າກັບການນຳເຂົ້າສິນຄ້າ ຈາກຕ່າງປະເທດ
ໄດ້ພຽງບໍ່ເຖິງ 2 ເດືອນ ໃນຂະນະທີ່ມາດຕະຖານ ຂັ້ນຕ່ຳຂອງສາກົນ ຈະຕ້ອງບໍ່ນ້ອຍ
ກວ່າ 7 ເດືອນ.

ທາງດ້ານກະຊວງອຸດສາຫະກຳ ແລະການຄ້າ ລາຍງານວ່າ ລັດຖະບານລາວ ໄດ້
ວາງແຜນການທີ່ຈະສົ່ງສິນຄ້າ ອອກໄປຕ່າງປະເທດ ໃຫ້ໄດ້ໃນມູນຄ່າລວມ 2,178
ລ້ານດອນລາ ໃນແຜນການປີ 2013-2014 ນີ້ ແລະ ໃນຂະນະດຽວກັນ ກໍຈະຄວບ
ຄຸມການນຳສິນເຂົ້າ ຈາກຕ່າງປະເທດໃຫ້ບໍ່ເກີນ 2,730 ລ້ານດອນລາ ຊຶ່ງກໍຈະເຮັດ
ໃຫ້ສາມາດ ຄວບຄຸມການຂາດດຸນການຄ້າ ໃຫ້ມີມູນຄ່າລວມບໍ່ເກີນ 552 ລ້ານ
ດອນລາ ໃນຕະຫຼອດແຜນການ.

ຫາກແຕ່ວ່າໃນສະພາບການທີ່ເປັນຈິງນັ້ນ ຄົງຈະເປັນການຍາກ ທີ່ລັດຖະບານ
ລາວຈະສາມາດປະຕິບັດໄດ້ ຕາມແຜນການດັ່ງກ່າວ ເນື່ອງຈາກວ່າໃນປີ 2013
ທີ່ຜ່ານມາ ການສົ່ງອອກສິນຄ້າຂອງລາວ ໄປຕ່າງປະເທດມີມູນຄ່າລວມພຽງ 1,800 ລ້ານດອນລາ ເທົ່ານັ້ນ ໃນຂະນະທີ່ການນຳເຂົ້າສິນຄ້າ ຈາກຕ່າງປະເທດ ມີມູນຄ່າ
ລວມເກີນກວ່າ 2,800 ລ້ານດອນລາ ຊຶ່ງກໍເຮັດໃຫ້ລາວ ຕ້ອງຂາດດຸນການຄ້າ
ຕ່າງປະເທດ ຄິດເປັນມູນຄ່າຫຼາຍກວ່າ 1,000 ລ້ານດອນລາ ໃນແຜນການປີທີ່
ຜ່ານມາ.

ສຳລັບໃນແຜນການປີ 2013-2014 ນີ້ ຄາດໝາຍວ່າລາວຈະນຳເຂົ້າ ສິນຄ້າຈາກ
ຕ່າງປະເທດ ຄິດເປັນມູນຄ່າລວມບໍ່ນ້ອຍກວ່າ 3,720 ລ້ານດອນລາ ເນື່ອງຈາກວ່າ
ການລົງທຶນ ຂອງຕ່າງຊາດທີ່ເພີ້ມຂຶ້ນ ຢ່າງຕໍ່ເນື່ອງນັ້ນ ເຮັດໃຫ້ລາວຕ້ອງມີການ
ນຳເຂົ້າເຄື່ອງຈັກ ວັດສະດຸກໍ່ສ້າງ ແລະ ນ້ຳມັນເຊື້ອເພີງເພີ້ມຂຶ້ນນັບມື້ ສ່ວນການ
ສົ່ງອອກ ຍັງອີງໃສ່ການຂຸດຄົ້ນ ຊັບພະຍາກອນທຳມະຊາດ ເປັນດ້ານຫຼັກ ຈຶ່ງຄາດ
ວ່າ ລາວຈະຂາດດຸນການຄ້າ ຕ່າງປະເທດຫຼາຍກວ່າ 1,550 ລ້ານດອນລາ ຫຼືເກີນ
ກວ່າແຜນການເຖິງ 180 ເປີເຊັນ ນັ້ນເອງ.

ຍິ່ງໄປກວ່ານັ້ນ ກໍຍັງມີການນຳເຂົ້າຍານພາຫະນະ ແລະນ້ຳມັນເຊື້ອໄຟ ໂດຍບໍ່ເສຍ
ພາສີອາກອນ ຢ່າງຖືກຕ້ອງ ດ້ວຍການໃຊ້ສິດ ຂອງບັນດາບໍລິສັດ ຕ່າງຊາດທີ່ລົງ
ທຶນໃນລາວ ທີ່ໄດ້ຮັບການຍົກເວັ້ນພາສີ ອາກອນດັ່ງກ່າວ ຊຶ່ງບໍ່ພຽງແຕ່ເຮັດໃຫ້ລາວ
ຕ້ອງຂາດດຸນການຄ້າ ຕ່າງປະເທດເທົ່ານັ້ນ ຫາກແຕ່ຍັງເຮັດໃຫ້ ລັດຖະລານລາວ
ສູນເສຍ ລາຍຮັບໄປຢ່າງຫລວງຫຼາຍອີກດ້ວຍ ເພາະມີການສວຍໂອກາດ ຂາຍນ້ຳມັນ
ທີ່ບໍ່ໄດ້ມີການ ຊຳລະພາສີອາກອນ ຢ່າງຖືກຕ້ອງຕາມກົດໝາຍດັ່ງກ່າວ.
XS
SM
MD
LG