ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພັກລັດ​ຖະ​ບານ ຂອງທ່ານ Modi ພ່າຍແພ້ ໃນການເລືອກຕັ້ງ ຢູ່ລັດທີ່ສຳຄັນ


ຜູ້ປົກຄອງລັດ Bihar ທ່ານ Nitish Kumar (ກາງ) ມີບັນດານັກຂ່າວ ແລະ ຝຸງຊົນຕິດຕາມ ອ້ອມທຸກດ້ານ ຂະນະທີ່ທ່ານທັກທາຍ ປະຊາຊົນຜູ້ສະໜັບສະໜູນ ຫຼັງຈາກ ຊະນະການເລືອກຕັ້ງຂັ້ນລັດ ໃນເມືອງ Patna ປະເທດອິນເດຍ ເມື່ອວັນອາທິດ ທີ 8 ພະຈິກ 2015.
ຜູ້ປົກຄອງລັດ Bihar ທ່ານ Nitish Kumar (ກາງ) ມີບັນດານັກຂ່າວ ແລະ ຝຸງຊົນຕິດຕາມ ອ້ອມທຸກດ້ານ ຂະນະທີ່ທ່ານທັກທາຍ ປະຊາຊົນຜູ້ສະໜັບສະໜູນ ຫຼັງຈາກ ຊະນະການເລືອກຕັ້ງຂັ້ນລັດ ໃນເມືອງ Patna ປະເທດອິນເດຍ ເມື່ອວັນອາທິດ ທີ 8 ພະຈິກ 2015.

ນາຍົກລັດຖະມົນຕີ ອິນເດຍ ທ່ານ Narendra Modi ໄດ້ຍອມ
ຮັບເອົາຄວາມພ່າຍແພ້ ທີ່ເປັນຜົນເຮັດໃຫ້ ການເມືອງຂອງທ່ານ
ຖອຍຫລັງຢ່າງໃຫຍ່ ໃນວັນອາທິດມື້ນີ້ ໃນເວລາ ພັກຂອງທ່ານ
ໄດ້ຖືກຄູ່ແຂ່ງເອົາຊະນະ ໃນການເລືອກຕັ້ງສະມາຊິກສະພາ ໃນ
ລັດນຶ່ງ ທີ່ໃຫຍ່ທີ່ສຸດ ຂອງປະເທດ.

ຍັງບໍ່ມີຕົວເລກທີ່ຄົບຖ້ວນ ອັນບໍ່ເປັນທາງການ ປະກາດອອກມາ
ຜ່ານທາງໂທລະພາບ ຊ້ອງ NDTV ການປ່ອນບັດລົງຄະແນນ
ສຽງ ໃນລັດ Bihar ສະແດງໃຫ້ເຫັນວ່າ ພັກ Bharatiya Janata
ຫຼື BJP ຂອງທ່ານ Modi ທີ່ຄອບຄອງໂດຍຊາວຮິນດູນັ້ນ ແມ່ນ
ນຳໜ້າ ໃນການແຂ່ງຂັນເອົາບ່ອນນັ່ງໃນສະພາ ພຽງ 61 ບ່ອນນັ່ງ
ໃນລັດ Bihar ຂອງຈຳນວນທີ່ນັ່ງທັງໝົດ 243 ບ່ອນໃນສະພາ ໃນຂະນະດຽວກັນ ກຸ່ມລັດ
ຖະບານປະສົມ ຂອງພັກຝ່າຍຄ້ານຕ່າງໆ ແມ່ນນຳໜ້າການແຂ່ງຂັນເອົາທີ່ນັ່ງ 176 ບ່ອນ.

ບັນດາປະຊາຊົນອິນເດຍ ພາກັນສະເຫຼີມສະຫຼອງ ການເລືອກຕັ້ງ ໃນລັດ Birhar.
ບັນດາປະຊາຊົນອິນເດຍ ພາກັນສະເຫຼີມສະຫຼອງ ການເລືອກຕັ້ງ ໃນລັດ Birhar.

ທ່ານ Modi ໄດ້ປະກາດ ຜ່ານທາງ Twitter ວ່າ ທ່ານໄດ້ໂທຫາ ຜູ້ປົກຄອງລັດ Bihar
ທ່ານ Nitish Kumar ຊຶ່ງເປັນຜູ້ນຳ ກຸ່ມລັດຖະບານປະສົມ ຕໍ່ຕ້ານທ່ານ Modi ແລະ
ໄດ້ສະແດງຄວາມຍິນດີນຳທ່ານ ສຳຫລັບໄຊຊະນະ.

ການໂຄສະນາຫາສຽງ ໃນທົ່ວລັດຂອງນາຍົກລັດຖະມົນຕີ ທີ່ໄດ້ກ່າວຄຳປາໄສຢູ່ໃນການ
ເຕົ້າໂຮມຊຸມນຸມ ຫຼາຍກວ່າ 30 ແຫ່ງ ຂະນະທີ່ທ່ານ ໄດ້ຫັນປ່ຽນການເລືອກຕັ້ງ ໃຫ້ກາຍ
ເປັນການລົງປະຊາມະຕິ ກ່ຽວກັບຄວາມນິຍົມຊົມຊອບຂອງທ່ານ ຊຶ່ງໄດ້ພັກດັນໃຫ້ພັກ
BJP ຂອງທ່ານນັ້ນ ໄດ້ຮັບອຳນາດ ໃນການເລືອກຕັ້ງແຫ່ງຊາດ ເມື່ອປີກາຍນີ້. ການແຂ່ງ
ຂັນ ແມ່ນຍັງເປັນເລື້ອງທີ່ສຳຄັນກວ່າ ການຮຽກຮ້ອງຕາມການນັບຖືສາສະໜາ ແລະ
ການຖືຊົນຊັ້ນວັນນະໃນລັດ Bihar ອັນເປັນຖິ່ນຖານບ້ານເກີດ ຂອງປະຊາຊົນຫຼາຍກວ່າ
100 ລ້ານຄົນ ຊຶ່ງຫຼາຍກວ່າ ຂອງເຢຍຣະມັນ.

ເທື່ອນີ້ເປັນຄັ້ງທີ ສອງລຽນຕິດ ຂອງການພ່າຍແພ້ ຂອງພັກ BJP ໃນການເລືອກຕັ້ງໃນ
ທ້ອງຖິ່ນ ຫຼັງຈາກໄດ້ຖືກຂູ່ແຂ່ງເອົາຊະນະ ການເລືອກຕັ້ງ ໃນນະຄອນ New Dheli ເມື່ອ
ຕົ້ນປີນີ້. ການພ່າຍແພ້ເຫຼົ່ານັ້ນ ອາດເຮັດໃຫ້ແຜນການປະຕິຮູບເສດຖະກິດ ໃນສະພາ
ຂອງທ່ານ Modi ລົ້ມແຫລວໄດ້ ໃນເມື່ອການເລືອກຕັ້ງຂັ້ນລັດ ຈະເປັນຜົນກຳນົດວ່າ ຜູ້ໃດ
ຈະໄດ້ຄວບຄຸມ ສະພາສູງ ບ່ອນພັກ BJP ມີສຽງສ່ວນນ້ອຍ.

Indian Prime Minister Narendra Modi has conceded defeat, suffering a major political setback Sunday when his party was trounced in parliamentary elections in one of India's biggest states.

In still incomplete unofficial numbers announced on television channel NDTV, voting in Bihar state shows Modi's Hindu-dominated Bharatiya Janata Party, or BJP, leading in the contests for only 61seats in Bihar's 243-seat assembly, while a coalition of rival parties was leading in the races for 176 seats.

Modi announced on Twitter that he had called Bihar Chief Minister Nitish Kumar, the leader of the anti-Modi coalition, and congratulated him on the victory.

The prime minister campaigned across the state addressing more than 30 rallies as he turned the elections into a referendum on his popularity, which propelled his BJP to power in last year's national elections.The race was also overshadowed by appeals along religious and caste lines in Bihar, home to over 100 million people, more than that of Germany.

This is the second straight local election defeat for the BJP, after being trounced in New Delhi state elections earlier this year.The losses could derail Modi's economic reform plans in in India's parliament, since state elections determine who controls the upper house, where the BJP is in the minority.

XS
SM
MD
LG