ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ​ນາງ ລໍ​ຣີ ໄລ​ທ໌​ຟຸດ ເປັນ​ຜູ້​ປົກ​ຄອງ​ນະ​ຄອນ ຊິ​ຄາ​ໂກ ແມ່​ຍິງ​​ຜິວ​ດຳ​ ຄົນ​ທຳ​ອິດ


Chicago Elects First Black Woman Mayor
please wait

No media source currently available

0:00 0:02:33 0:00

ນະ​ຄອນ ຊິ​ຄາ​ໂກ ເລືອກ​ຕັ້ງ​ຜູ້​ປົກ​ຄອງ​ແມ່​ຍິງ​ຜິວ​ດຳ ຄົນ​ທຳ​ອິດ.

ບັນ​ດາ​ຜູ້​ລົງ​ຄະ​ແນນ​ສ​ຽງ​ໃນ​ນະ​ຄອນ ຊິ​ຄາ​ໂກ ລັດ ອີລ​ລີ​ນອຍ ທາງ​ພາກ​ຕາ​ເວັນ​ຕົກ​
ຕອນກາງຂອງ ສະຫະລັດ ໃນວັນອັງຄານວານນີ້ ໄດ້ສ້າງປະຫວັດສາດຄັ້ງໃໝ່ ເມື່ອ
ເຂົາເຈົ້າໄດ້ເລືອກທ່ານນາງ ລໍຣີ ໄລທ໌ຟຸດ (Lori Lightfoot) ເປັນຜູ້ປົກຄອງນະຄອນ
ດັ່ງກ່າວ, ດ້ວຍເຫດນີ້ຈຶ່ງໄດ້ກາຍເປັນເມືອງທີ່ໃຫຍ່ທີ່ສຸດທີ່ໄດ້ເລືອກແມ່ຍິງຜິວດຳຄົນ
ທຳອິດ ເປັນຜູ້ນຳຂອງເຂົາເຈົ້າ.

ອະ​ດີດ​ໄອ​ຍະ​ການ​ລັດ​ຖະ​ບານ​ກາງອາ​ຍຸ 56 ປີດັ່ງ​ກ່າວ ໄດ້ຊະ​ນະ​ແມ່​ຍິງ​ອາ​ເມ​ຣິ​ກັນ
ຜິວດຳອີກຄົນນຶ່ງ ຢ່າງຂາດລອຍ, ອະດີດນັກການເມືອງ ຊິຄາໂກ ທ່ານນາງ ໂທນີ
ເພຣັກວິງໂກລ (Toni Preckwinkle) ໃນການລົງຄະແນນສຽງຮອບສອງ ດ້ວຍຄະ
ແນນ 74 ຕໍ່ 26 ເປີເຊັນ, ໄດ້ຊະນະການເລືອກຕັ້ງທັງໝົດ 50 ເຂດຂອງນະຄອນ
ຊິຄາໂກ. ແມ່ຍິງທັງສອງຄົນນັ້ນ ແຕ່ລະຄົນໄດ້ ຖືກຮັບປະກັນ ກ່ຽວກັບ ການສ້າງ
ປະຫວັດສາດ ຫຼັງຈາກໄດ້ກາຍເປັນຜູ້ທີ່ມີຄະແນນສຽງສູງສຸດສອງຄົນ ໃນການລົງ
ຄະແນນສຽງຮອບທຳອິດໃນເດືອນກຸມພາທີ່ຜ່ານມາ, ເອົາຊະນະຜູ້ລົງແຂ່ງຂັນຄົນ
ອື່ນໆ 12 ຄົນລວມທັງທ່ານ ວິລລຽມ ເດລີ, ເຊິ່ງພໍ່ຜູ້ທີ່ໄດ້ເສຍຊີວິດແລ້ວ ແລະ ອ້າຍ
ຂອງທ່ານ ເຄີຍເປັນຜູ້ປົກຄອງນະຄອນ ຊິຄາໂກ ນັ້ນ.

ນີ້​ແມ່ນ​ການ​ຖືກ​ເລືອກ​ເຂົ້າ​ຮັບ​ຕຳ​ແໜ່ງ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ນາງ ໄລ​ທ໌​ຟຸດ, ຜູ້​ທີ່​ຍັງ​ໄດ້​
ກາຍເປັນ ເຈົ້າຄອງນະຄອນ ທີ່ຮັກຄົນເພດດຽວກັນຢ່າງເປີດເຜີຍຄົນທຳອິດ ໃນເວລາ
ທີ່ລາວເຂົ້າດຳລົງຕຳແໜ່ງໃນເດືອນພຶດສະພານີ້. ທ່ານນາງໄດ້ຖືວ່າຕົນເອງເປັນຄົນ
ນອກ ທີ່ຕໍ່ສູ້ກັບເຄື່ອງຈັກການເມືອງທີ່ເບິ່ງຄືວ່າ ຈະບໍ່ມີການປ່ຽນແປງ ແລະ ມີຊື່ສຽງ
ສຳລັບການສໍ້ລາດບັງຫຼວງ ມາດົນນານຂອງມັນ, ແລະ ໃນຖານະເປັນຜູ້ນຳ ຜູ້ທີ່ສາ
ມາດຮັບມືໄດ້ດີທີ່ສຸດກັບບັນຫາດັ່ງກ່າວເຊັ່ນ ຄວາມຫາຍະນະດ້ານການເງິນຂອງ
ເມືອງ, ຄວາມທຸກຍາກ, ອັດຕະການກໍ່ອາຊະຍາກຳສູງ ແລະ ການປະພຶດທີ່ຜິດຂອງ
ຕຳຫຼວດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG