ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ໂລ​ເປ​ສ ໂອບ​ຣາ​ດໍ ສາ​ບານ​ໂຕ ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຄົນ​ໃໝ່​ຂອງ ເມັກ​ຊິ​ໂກ


ປະ​ທາ​ນາ​ທິ​ບໍ​ດີ ຄົນ​ໃໝ່​ຂອງ ເມັກ​ຊິ​ໂກ ທ່ານ ແອນ​ເດ​ຣັ​ສ ມາ​ນູ​ແອ​ລ ໂອບ​ຣາ​ດໍ, ຂອບ​ໃຈ​ຜູ້​ສະ​ໜັບ​ສະ​ໜູນ​ສຳ​ລັບ​ໄຊ​ຊະ​ນະໃນ​ການ​ເລືອກ​ຕັ້ງ ວັນ​ທີ 1 ກໍ​ລະ​ກົດ, ນະ​ຄອນຫຼວງ ເມັກ​ຊິ​ໂກ ຊິ​ຕີ້.
29 ກັນ​ຍາ, 2018.
ປະ​ທາ​ນາ​ທິ​ບໍ​ດີ ຄົນ​ໃໝ່​ຂອງ ເມັກ​ຊິ​ໂກ ທ່ານ ແອນ​ເດ​ຣັ​ສ ມາ​ນູ​ແອ​ລ ໂອບ​ຣາ​ດໍ, ຂອບ​ໃຈ​ຜູ້​ສະ​ໜັບ​ສະ​ໜູນ​ສຳ​ລັບ​ໄຊ​ຊະ​ນະໃນ​ການ​ເລືອກ​ຕັ້ງ ວັນ​ທີ 1 ກໍ​ລະ​ກົດ, ນະ​ຄອນຫຼວງ ເມັກ​ຊິ​ໂກ ຊິ​ຕີ້. 29 ກັນ​ຍາ, 2018.

ທ່ານ ແອນ​ເດ​ຣ​ສ ມາ​ນູ​ແອ​ລ ໂລ​ເປ​ສ ໂອບ​ຣາ​ດໍ ໄດ້​ສາ​ບານ​ຕົນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ
ຄົນໃໝ່ຂອງ ເມັກຊິໂກ ໃນວັນເສົາວານນີ້.

ໃນ​ການ​ກ່າວ​ຄຳ​ປາ​ໄສໃນ​ພິ​ທີ​ເຂົ້າ​ຮັບ​ຕຳ​ແໜ່ງ​ຂອງ​ທ່ານ​ນັ້ນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້
ສັນຍາທີ່ຈະທຳການປ່ຽນແປງລັດຖະບານ “ຢ່າງສັນຕິ ແລະ ເປັນລະບຽບ, ແຕ່ເປັນອັນ
ທີ່ມີຄວາມເລິກເຊິ່ງ ແລະ ເປັນຮາກຖານ, ຍ້ອນວ່າພວກເຮົາຈະສິ້ນສຸດການສໍ້ລາດບັງ
ຫຼວງ ແລະ ການໄດ້ຮັບການຍົກເວັ້ນໂທດ ທີ່ກີດກັ້ນການເກີດໃໝ່ຂອງປະເທດ ເມັກຊິ
ໂກ.”

ທ່ານຍັງ​ໄດ້​ພະ​ຍາ​ຍາມ​ໃຫ້​ການ​ຮັບ​ປະ​ກັນ ຕໍ່​ຫົວ​ໜ່ວຍ​ທຸ​ລະ​ກິດ​ອີກ​ຄັ້ງ​ວ່າ ເຖິງ​ແມ່ນ​ຈະ​
ມີການຝືດເຄືອງໃນຕະຫຼາດ ເມັກຊິໂກ ລຸນຫຼັງການເລືອກຕັ້ງຂອງທ່ານໃນເດືອນກໍລະ
ກົດທີ່ຜ່ານມາກໍຕາມ, ເມັກຊິໂກ ຍັງຄົງເປັນບ່ອນທີ່ດີສຳລັບການລົງທຶນ. ທ່ານໄດ້ກ່າວ
ວ່າ “ຂ້າພະເຈົ້າສັນຍາ ແລະ ເປັນຄົນທີ່ຮັກສາຄຳເວົ້າຂອງຂ້າພະເຈົ້າເອງວ່າ, ການລົງ
ທຶນຂອງບັນດານັກລົງທຶນຕ່າງປະເທດຈະປອດໄພ, ແລະ ພວກເຮົາຍັງຈະສ້າງເງື່ອນ
ໄຂທີ່ຈະອະນຸຍາດໃຫ້ເຂົາເຈົ້າໄດ້ຮັບຜົນຕອບແທນທີ່ດີ. ຍ້ອນວ່າໃນ ເມັກຊິໂກ ມັນຈະ
ມີຄວາມຊື່ສັດ, ມີລະບຽບກົດໝາຍ, ມີ​ກົດ​ເກນ​ທີ່​ກະ​ຈ່າງ​ແຈ້ງ, ເສດ​ຖະ​ກິດ​ເຕີບ​ໂຕ ແລະ
ມີຄວາມໝັ້ນໃຈ.”

ທ່ານ ປີ​ນາ ຍີ​ເອ​ໂຕ (Pena Nieto), ຜູ້​ທີ່​ໄດ້​ມີ​ໜ້າ​ຢູ່​ໃນ​ພິ​ທີ​ສາ​ບານ​ຕົນ​ນັ້ນ, ໄດ້​ຖືກ​ຮ້ອງ
ໂຮບໍ່ພໍໃຈໃສ່ ໂດຍຝູງຄົນ ແລະ ສະມາຊິກສະພາບາງຄົນໄດ້ຮ້ອງຄຳວ່າ “ຜະເດັດການ
ໃສ່ທ່ານ”. ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ ແລະ ທ່ານນາງ ອີວານກາ
ທຣຳ ກໍໄດ້ເຂົ້າຮ່ວມໃນພິທີເຊັ່ນກັນ.

ຫຼັງ​ຈາກ​ພິ​ທີ​ສາ​ບານ​ຕົນ​ແລ້ວ, ທ່ານ ໂລ​ເປ​ສ ໂອບ​ຣາ​ດໍ ກໍ​ໄດ້​ເປີດ​ປະ​ຕູ​ທີ່​ພັກ​ອາ​ໄສ​ປະ​
ທານາທິບໍດີ ທີ່ລຶກລັບ ແລະ ຍາວຢຽດໃນນະຄອນຫຼວງ ເມັກຊິໂກ ຊິຕີ ເຊິ່ງມີຊື່ວ່າ ລອສ
ປີຍອສ (Los Pinos). ສະຖານທີ່ອາໄສດັ່ງກ່າວໄດ້ຖືກປິດຕໍ່ສາທາລະນະ ນັບຕັ້ງແຕ່
ມັນໄດ້ຖືກສ້າງຂຶ້ນເປັນຄັ້ງທຳອິດໃນຊຸມປີ 1930.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG