ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ​ ປ. ​Demirel ແຫ່ງເທີກີ ເຖິງແກ່ອະສັນຍາກຳແລ້ວ ຮວມອາຍຸໄດ້ 90 ປີ


ທ່ານ Suleyman Demirel ອະດີດປະທານາທິບໍດີ ເທີກີ.
ທ່ານ Suleyman Demirel ອະດີດປະທານາທິບໍດີ ເທີກີ.

ອະດີດ​ປະທານາທິບໍດີ ​ເທີ​ກີ ທ່ານ Suleyman Demirel ນຶ່ງ​
ໃນ​ບັນດາ​ຜູ້ນຳ​ສຳຄັນທີ່​ສຸດຂອງ​ເທີ​ກີ ໃນຮອບ​ເຄິ່ງສັດຕະວັດ
ທີ່ຜ່ານມາ ​ໄດ້​ເຖິງແກ່ອະສັນຍະກຳແລ້ວ ຮວມອາຍຸໄດ້ 90 ປີ.

ບັນດາ​ນາຍ​ແພດ​ທີ່ໂຮງໝໍ Guven ​ໄດ້​ປະກາດ​ວ່າ ທ່ານ
Demirel ​ໄດ້​ເຖິງ ແກ່ອະສັນຍະກຳ ໃນ​ວັນ​ພຸດ​ມື້ນີ້. ທ່ານ​ໄດ້
​ເຂົ້າຮັບການປິ່ນປົວ​ຍ້ອນ​ຫລອດລົມ​ຫາຍ​ໃຈ​ອັກ​ເສບ.

ທ່ານ Demirel ​ໄດ້​ຂຶ້ນຄອງອຳນາດ​ໃນ​ຊຸມປີ 1960 ​ແລະໄດ້
​ຮັບ​ໜ້າເປັນນາ ຍົກລັດຖະມົນຕີ 5 ສະໄໝ ກ່ອນ​ເປັນ​ປະທານາ
ທິບໍດີແຕ່​ປີ 1993 ຫາ 2000. ທ່ານ​ໄດ້​ຖືກ​ໂຄ່ນ​ລົ້​ມ ສອງ​ຄັ້ງ​ ໂດຍການເຮັດລັດຖະປະຫານຂອງພວກທະຫານ ​ເທຶ່ອທີ​ນຶ່ງ​ໃນ​ປີ 1971 ​ແລະ​ໃນ​ປີ 1980
ແຕ່ທ່ານ​ໄດ້​ກັບ​ຄືນ​ມາ​ເປັນນາຍົກລັດ ຖະມົນຕີອີກ​ ໃນ​ປີ 1991 ແລະ​ໄດ້​ກ້າວຂຶ້ນ​ເປັນ
ປະທານາທິບໍດີ​ສອງ​ປີ​ຕໍ່​ມາ.

ທ່ານ Demirel ​ທີ່​ໄດ້​ຖືກຝຶກຜົນມາ​ເປັນວິ​ສະວະ​ກອນ ​ໄດ້​ເປັນ​ທີ່​ຮູ້​ກັນວ່າ ​ເປັນ​ພັນທະ​ມິດ
​ຂອງພວກ​ຊາວນາ ​ໃນເວລາທີ່​ປະ​ເທດກຳລັງ​ຫັນປ່ຽນ​ຈາກ​ເສດຖະກິດ​ກະສິກຳ ໄປສູ່​ອຸດ
ສາຫະກຳ​ໜັກ ຊຶ່ງໄດ້ເຮັດໃຫ້ມາດຕະຖານການຄອງຊີບຂອງ ປະຊາຊົນເທີກີສ່ວນໃຫຍ່
​ສູງ. ທ່ານ​ໄດ້ຢູ່​ໃນ​ຕຳ​ແໜ່​ງ​ມາເປັນ​ເວລາ​ຫລາຍ​ປີເວລາ​ປະ​ເທດ​ໄດ້ຮັບ​ຄວາມ​ອ່ອນ​ເພຍ​
ຈາກຄວາມ​ຮຸນ​ແຮງແລະ​ບັນຫາດ້ານ​ເສດຖະກິດ.

ທ່ານ​ໄດ້ຖືກມອງ​ເຫັນ​ວ່າ ເປັນນັກ​ການ​ເມືອງ​ທີ່ມີຄວາມຊ່ຽວຊານສາມດ ຊຶ່ງໜັງ ສືພິມ
The New York times ​ໄດ້​ລາຍ​ງານ​ວ່າ ທ່ານ​ສາ​ມາດ​ບິນ​ຂ້າມ​ທຸກ​ໝູ່​ບ້ານ​ໃນ​ເທິ​ກີ ​
ແລະຈື່​ຊື່​ເຈົ້າ​ເມືອງໄດ້. ນອກນັ້ນ ທ່ານ​ຍັງ​ຄຸ້ນ​ເຄີ​ຍ​ອະທິບ​າຍການ​ປ່ຽນ​ແປງ​ຢູ່​ໃນ​ໜ້າ​ທີ່​
ຂອງ​ທ່ານ ​ໂດຍ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ “​ມື້ວານ​ນີ້ ​ໄດ້​ແມ່ນ​ມື້ວານ​ນີ້. ມື້​ນີ້ ​ແມ່ນ​ມື້​ນີ້.”

ພັນລະ​ຍາ​ຂອງ​ທ່ານ Demirel ທ່ານ​ນາງ Nazmiye ໄດ້ເສຍ​ຊີວິດ ​ໃນ​ປີ 2013 ​ແລ​ະ​
ພວກ​ທ່ານ​ບໍ່​ມີ​ລູກ.

Turkey Demirel Obit
please wait
Embed

No media source currently available

0:00 0:01:04 0:00

XS
SM
MD
LG